ໃນລາຍການຊີວິດຊາວລາວ ຂອງວີໂອເອ ແລງມື້ນີ້ ເຮົາຈະແນະນຳໃຫ້ທ່ານຮູ້ຈັກກັບ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ທີ່ ນະຄອນຫລວງພະບາງ ສປປ ລາວ. ປັດຈຸບັນນີ້ ຍານາງບົວໄລ ກຳລັງເຮັດວຽກ ເປັນທີ່ປຶກສາ ແລະນຳພາບັນດານັກຫັດຖະກຳທ້ອງຖິ່ນ ຢູ່ໃນໂຄງການສົ່ງເສີມຮັກສາສິນລະປະຫັດຖະກຳພື້ນເມືອງລາວ ທີ່ເມືອງມໍລະດົກໂລກ ນະຄອນຫລວງພະບາງ. ອັນດັບຕໍ່ໄປ ເຮົາຈະໄດ້ຮຽນຮູ້ກ່ຽວກັບຄວາມ ເປັນມາຂອງ ຍານາງບົວໄລ. ເຊີນທ່ານພົບກັບ ກິ່ງສະຫວັນ ໄດ້ເລີຍ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກສິນລະປະພື້ນເມືອງລາວ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງບົວໄລ ອຸດົມວິໄລ ນຶ່ງໃນບັນດາ ສະຕີລາວ ທີ່ເປັນຜູ້ຊ່ຽວຊານໃຫ້ຄຳປຶກສາດ້ານອະນຸລັກ ຮັກສາສິນລະປະຫັດຖະກຳ ແລະວັດທະນາທຳ ຢູ່ໃນ ສປປ ລາວ. ໂຄງການດັ່ງກ່າວນີ້ໄດ້ຮັບທຶນຈາກພວກປະເທດພັດທະນາ ໂດຍສະເພາະຈາກອົງການສະຫະປະຊາຊາດ ທີ່ເຫັນຄວາມສຳຄັນກ່ຽວກັບ ການຮັກສາຮິດຄອງປະເພນີ ສິນລະປະວັດທະນາທຳໂບຮານອັນເກົ່າແກ່ຂອງລາວຢູ່ ນະຄອນຫລວງພະບາງ ເມືອງມໍລະດົກໂລກ.
ຊົນຊາດລາວເປັນທີ່ຊາບກັນດີຢູ່ແລ້ວວ່າ ປະກອບດ້ວຍຫລາຍຊົນເຜົ່າອຸດົມຮັ່ງມີດ້ວຍສິນ
ລະປະວັດທະນາທຳ ແລະຍັງດຳເນີນປະຕິບັດຮັກສາຮີດຄອງປະເພນີດັ້ງເດີມເອົາໄວ້ ແຕ່ ວ່າພາກປະຕິບັດອັນເກົ່າແກ່ໂບຮານເຫລົ່ານີ້ຍັງບໍ່ມີບັນທຶກບອກສອນ ແລະບໍ່ມີຫລັກສູດ ການສອນ ໃຫ້ຜູ້ເກີດໃໝ່ໃຫຍ່ລຸນໄດ້ຮຽນຮູ້ ໂດຍສະເພາະບັນດາຊາວຕ່່າງປະເທດທີ່ເຂົ້າ ມາຢ້ຽມຢາມປະເທດລາວ ຜູ້ມີຄວາມຕ້ອງການຢາກຮຽນຮູ້ ແລະເຂົ້າໃຈເຖິງສິນລະປະ ໂບຮານດັ້ງເດີມຂອງລາວ.
ຍານາງບົວໄລ ແມ່ນລູກບ້ານຫລານເມືອງນະຄອນຫລວງວຽງຈັນ ເປັນຜູ້ຊ່ຽວຊານດ້ານ ພັດທະນາສັງຄົມ ໂດຍສະເພາະສິນລະປະຫັດຖະກຳພື້ນເມືອງລາວ ຍານາງໄດ້ເລົ່າພື້ນ
ຖານການສຶກສາ ແລະຊີວິດເບື້ອງຕົ້ນ ທີ່ໄດ້ນຳພາມາຮັບເອົາໜ້າທີອັນສຳຄັນ ຄວາມຮັບ ຜິດຊອບດ້ານສິນລະປະ ແລະມະນຸດສະທຳດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກສິນລະປະພື້ນເມືອງລາວ 1
ສິນລະປະພື້ນເມືອງ ຮີດຄອງປະເພນີ ແມ່ນຄວາມສີວິໄລຂອງມະນຸດຊາດ ທີບັນດາປະ ເທດອຸດສາຫະກຳເຫັນເປັນສິ່ງສຳຄັນ. ເຂົາເຈົ້າມີຫລັກສູດການຮຽນຄົ້ນຄວ້າຫາທີມາ
ຂອງການປະຕິບັດ ແລະຊອກຫາຊ່ອງທາງປັບປຸງໃຫ້ມີຄຸນນະພາບດີຂຶ້ນ ແລະເຂົ້າໃຈເຖິງຄວາມໝາຍຂອງການນຳໃຊ້ ຊຶ່ງຍານາງບົວໄລ ໄດ້ກ່າວຕໍ່ ວີໂອເອ ອີກວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກສິນລະປະພື້ນເມືອງລາວ 2
ນະຄອນຫລວງພະບາງ ໄດ້ກາຍມາເປັນເມືອງມໍລະດົກໂລກ ທີ່ບໍ່ໄດ້ຖືກລົບກວນ ແລະແຊກແຊງຈາກໂລກພາຍນອກ ໂດຍສະເພາະດ້ານເຄຫາສະຖານ ແລະວັດທະນາທຳ. ເພາະສະນັ້ນນະຄອນຫລວງພະບາງ ຈຶ່ງໄດ້ກາຍມາເປັນແຫລ່ງທ່ອງທ່ຽວທີ່ ສຳຄັນໃນ ເຂດເອເຊຍອາຄະເນ ມີບັນດາຊາວໂລກພາກັນຫລັ່ງໄຫລເຂົ້າມາຢ້ຽມຢາມຢ່າງຫລວງ ຫລາຍໃນແຕ່ລະປີ. ເພື່ອຊ່ວຍບັນດານັກຫັດຖະກໍາທ້ອງຖິ່ນໃຫ້ໄດ້ຂາຍສິນຄ້າຂອງເຂົາ ເຈົ້າ ຊ່ວຍອະທິບາຍເຖິງຄວາມສໍາຄັນຂອງສິນຄ້າຫັດຖະກຳທີ່ເຮັດດ້ວຍມື ຊຸກຍູ້ສົ່ງເສີມ ແລະຊ່ວຍປັບປຸງໃຫ້ມີຄຸນນະພາບດີຂຶ້ນ ນີ້ແມ່ນໜ້າທີ່ວຽກການຂອງ ຍານາງບົວໄລ ຊຶ່ງຍານາງກ່າວຕໍ່ໄປອີກວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງບົວໄລ ອຸດົມວິໄລ ນັກພັດທະນາສັງຄົມ ແລະອະນຸລັກສິນລະປະພື້ນເມືອງລາວ 3
ນັ້ນແມ່ນການສຳພາດກັບ ຍານາງບົວໄລ ອຸດົມວິໄລ ປະຈຳຢູ່ຫລວງພະບາງ ຍານາງບົວໄລ ເປັນສະຕີລາວໜຸ່ມ ສຳເລັດປະລິນຍາໂທຝ່າຍບໍລິຫານ ແລະ ການເງິນຈາກ ມະຫາ ວິທະຍາໄລກະເສດສາດ ທີ່ບາງກອກ ແລະໄດ້ເລີ້ມປະກອບວິຊາອາຊີບເປັນທີ່ປຶກສາເອກກະເທດ ໃຫ້ແກ່ອົງການທີ່ບໍ່ສ້າງຜົນກຳໄລບໍ່ຂຶ້ນກັບລັດຖະບານ.
ຈົວນ້ອຍ ຢືນຢູ່ປ່ອງຢ້ຽມໃນສີມວັດ ບ້ານຂຸນຕາ ນະຄອນຫລວງວຽງຈັນ.