ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ມື້ນີ້ ເຮົາ
ຈະໃຫ້ທ່ານໄດ້ຟັງລາຍງານ ແລະການສຳພາດກັບບັນດາແຂກ ຜູ້ມີກຽດທີ່ເຂົ້າຮ່ວມ ການສະຫຼອງບຸນປິີໃໝ່ ພ.ສ 2560 ປີລະກາ ທີ່ສະຖານທູດ ສປປ ລາວ ປະຈຳນະ
ຄອນຫລວງ ວໍຊິງຕັນ. ພິທີສະຫລອງບຸນປີໃໝ່ ເທື່ອນີ້ ປະກອບດ້ວຍຊາວອາເມຣິກັນ
ເຊື້ອສາຍລາວ ທີ່ເດີນທາງມາຈາກທົ່ວປະເທດ ພ້ອມດ້ວຍບັນດານັກການທູດຫຼາຍ
ທ່ານ. ບັນຍາກາດການສະຫຼອງບຸນດັ່ງກ່າວ ເປັນຢ່າງໃດ ກິ່ງສະວັນ ຈະມາບັນລະ
ຍາຍສູ່ທ່ານຟັງຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ສະຫຼອງບຸນປີໃໝ່ລາວ ພ.ສ 2560 ທີ່ສະຖານທູດ ສປປ ລາວ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະນຳພາ
ທ່ານໄປຟັງ ການສະຫຼອງບຸນປີໃໝ່ ພ.ສ 2560 ທີ່ສະຖານທູດ ສປປ ລາວ ປະຈຳ
ນະຄອນຫລວງ ວໍຊິງຕັນ. ທ່າມກາງດິນຟ້າອາກາດອັນຮ້ອນເອົ້າໃນວັນເສົາ ທີ 29
ເມສາ ທີ່ຜ່ານມານີ້ ໄດ້ມີຊາວອາເມຣິກັນເຊື້ອສາຍລາວ ຈາກທົ່ວປະເທດ ພ້ອມດ້ວຍ
ບັນດາເຍົາວະຊົນ ນັກຟ້ອນ ແລະນັກດົນຕີພື້ນເມືອງລາວ ບັນດານັກການທູດ ແລະ
ເພື່ອນຝຸງຂອງສະຖານທູດ ເກືອບ 300 ຄົນ ໄປເຕົ້າໂຮມກັນ ສະເຫຼີມຫລອງບຸນປີໃໝ່
ລາວ ຢ່າງຄຶກຄື້ນ.
ພິທີໄດ້ໄຂຂຶ້ນເວລາ 6:00 ໂມງແລງ ໂດຍການກ່າວເປີດພິທີຂອງ ເອກອັກຄະລັດ
ຖະທູດ ສປປ ລາວ ທ່ານໄມ ໄຊຍະວົງ ພ້ອມດ້ວຍການເປັນປະທານຮ່ວມຂອງ
ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະປະຊາຊາດ ທ່ານຂຽນ ພັນສຸຣິວົງ.
ເອກອັກຂະລັດຖະທູດໄມ ໄຊຍະວົງ ໄດ້ກ່າວໃນຕອນນຶ່ງ ທີ່ມີ ຄວາມສຳຄັນວ່າ:
ເອກອັກຄະລັດຖະທູດໄມ ໄຊຍະວົງ (ຊ້າຍ) ແລະເອກອັກຄະລັດຖະທູດຂຽນ ພັນສຸຣິວົງ (ຂວາ) ພ້ອມດ້ວຍພັນລະຍາ.
Your browser doesn’t support HTML5
ເຊີນຟັງຄຳຖະແຫລງຂອງ ເອກອັກຄະລັດຖະທູດ ສປປ ລາວ ທ່ານໄມ ໄຊຍະວົງ
ແຂກກິດຕິມະສັກຄົນນຶ່ງ ທີ່ໄດ້ມາຮ່ວມກໍຄື Dr. Gordon Shultz ນັກທຸລະກິດໃນ
ສປປ ລາວ ທ່ານໄດ້ໂອ້ລົມກັບ ວີໂອເອ ກ່ຽວກັບການພົວພັນຂອງທ່ານກັບສະຖານ
ທູດດັ່ງນີ້:
Dr. Gordon Shultz ເພື່ອນມິດສະຖານທູດ ສປປ ລາວ.
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. Gordon Chultz.
"ຂ້າພະເຈົ້າຊື່ວ່າ Dr. Gordon Shultz ມາຈາກລັດ Kansas ລັດທີ່ດີເລີດຂອງສະ
ຫະລັດ. ຄວາມສຳພັນຂອງຂ້າພະເຈົ້າກັບສະຖານທູດລາວກໍຄື ເປັນເພື່ອນກັນ ຂ້າ
ພະເຈົ້າໄດ້ໄປມາຫາສູ່ເປັນເວລາຫລາຍປີແລ້ວ ຂ້າພະເຈົ້າເປັນເພື່ອນທີ່ດີກັບ ອະ
ດີດເອກອັກຄະລັດຖະທູດແສງ ຫລັງຈາກນັ້ນກໍໄດ້ເປັນເພື່ອນທີ່ດີກັບ ເອກອັກຄະ
ລັດຖະທູດໄມ ແລະພັນລະຍາຂອງເພິ່ນ. ທ່ານແສງ ແລະພັນລະຍາເປັນເພື່ອນທີ່ດີ
ກັບຄອບຄົວຂ້າພະເຈົ້າ ຂ້າພະເຈົ້າໄດ້ເຮັດທຸລະກິດ ໄປມາກັບເມືອງລາວຫລາຍ
ເທື່ອ ພ້ອມທັງຫລາຍປະເທດເອເຊຍ ຫວຽດນາມ ກໍາປູເຈຍ ໄທ ແນ່ນອນປະເທດ
ຈີນ ກໍເປັນເພື່ອນກັບຂ້າພະເຈົ້າ ຜູ້ປົກຄອງລັດ ທ່ານ Terry Branstad ໄດ້ຖືກ
ແຕ່ງຕັ້ງເປັນເອກອັກຄະລັດຖະທູດຢູ່ປະເທດຈີນ ທ່ານເປັນຜູ້ປົກຄອງລັດຍາວ
ນານທີ່ສຸດຢູ່ໃນສະຫະລັດ ຈາກລັດ IOWA."
ຂ້າພະເຈົ້າໄດ້ຍິນວ່າ ທ່ານ ອາດຈະໄດ້ໄປເປັນເອກອັກຄະລັດຖະທູດ ສະຫະລັດປະຈຳລາວໃນອະນາຄົດແມ່ນບໍ່?
“ເຮົາຮູ້ບໍ່ໄດ້ແນ່ນອນ ເບິ່ງວ່າໂຊກຊາຕາຈະເປັນຢ່າງໃດ ຂ້າພະເຈົ້າຮັກຄົນລາວ
ພວກເຮົາມີຄົນລາວຫລາຍຢູ່ໃນປະຊາຄົມຂອງພວກເຮົາ ເຮັດວຽກໜັກ ສະຫລຽວ
ສະຫລາດ ເຮັດວຽກນຳເຮືອບິນເຫລົ່ານີ້ເປັນຕົ້ນ ດີຫລາຍ. ເອກອັກຄະລັດຖະທູດ
ໄມ ເປັນເພື່ອນທີ່ດີກັບຂ້າພະເຈົ້າ ທ່ານມີຄວາມເປັນຫ່ວງເລື່ອງລະເບີດທີ່ຍັງຕົກ
ຄ້າງບໍ່ທັນແຕກຢູ່ໃນລາວ ສິ່ງດັ່ງກ່າວຕ້ອງໄດ້ປົວແປງ. ປະທານາທິບໍດີທຣໍາ ຢາກ
ຈະເຮັດໃຫ້ໄວ ເພິ່ນມີຈິດໃຈດີ ແລະທ່ານຈະຕື່ນເຕັ້ນຫຼາຍ ແລະເຫັນວ່າ ທ່ານ
ທຣຳ ດີກັບປະເທດລາວ."
ທ່ານເວົ້າພາສາລາວໄດ້ບໍ່?
“ຂ້າພະເຈົ້າເວົ້າໄດ້ວ່າ ໂອ ສະບາຍດີ ຂອບໃຈຫລາຍໆ ເວົ້າໄດ້ແຕ່ເທົ່ານັ້ນ ທ່ານຮູ້
ບໍ່ວ່າ ສ່ວນໃຫຍ່ຄົນລາວຢູ່ເມືອງລາວເວົ້າພາສາອັງກິດ ແຕ່ວ່າ ແນ່ນອນ ຂ້າພະເຈົ້າ
ຢາກຮຽນພາສາລາວ.
ສະຕີອາວຸໂສອາເມຣິກັນຄົນນຶ່ງ ມີໃບໜ້າຍິ້ມແຍ້ມແຈ່ມໃສ ມີຊົງຄຸນນະວຸດທິ ບ່ຽງແພ
ພື້ນເມືອງລາວ ໄດ້ດຶງດູດໃຫ້ຂ້າພະເຈົ້າເຂົ້າໄປທັກທາຍສະບາຍດີ ແລະໄດ້ຊາບວ່າ
ຍານາງ Elizabeth Drew Marshall ແມ່ນອະດີດເລຂານຸການ ປະຈຳອະດີດສະ
ຖານທູດ ແຫ່ງພະລາຊະອານາຈັກລາວ ທີ່ນະຄອນຫລວງ ວໍຊິງຕັນ ຈາກປີ 1961
ຫາປີ 1976. ໃນໄລຍະເວລາ 15 ປີ ຍານາງ Elizabeth ໄດ້ຮັບໃຊ້ເອກອັກຄະລັດ
ຖະທູດລາວ 5 ຫ້າທ່ານ ຊຶ່ງຍານາງ ໄດ້ແບ່ງປັນຄວາມຊົງຈຳທີ່ພົວພັນກັບສະຖານທູດ
ລາວສູ່ ວີໂອເອ ຟັງດັ່ງນີ້:
ຍານາງ Elizabeth Drew Marshall ອະດີດເລຂານຸການ ສະຖານທູດ ແຫ່ງພະລາຊາອານາຈັກລາວ (1961-1975)
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງ Elizabeth Drew Marshall.
“ຄົນລາວເປັນຄົນດີ ມີຄວາມຈົງຮັກພັກດີ ປົກປ້ອງຂ້າພະເຈົ້າ ຂ້າພະເຈົ້າມີຄວາມ
ຊົງຈຳອັນປະເສີດຢູ່ທີ່ນີ້ ຂ້າພະເຈົ້າພະຍາຍາມເຮັດໃຫ້ດີທີສຸດສຳລັບເຂົາເຈົ້າ ແລະ
ຂ້າພະເຈົ້າໄດ້ຕິດຕໍ່ຫາເຂົາເຈົ້າເປັນເວລາຫລາຍໆປີ. ເລລາໃດມີຄອບຄົວລາວ ທີ່
ເປັນເພື່ອນກັບຂ້າພະເຈົ້າ ກັບຄືນເມືືືອບ້ານ ສະຖານທູດຈຶ່ງໄດ້ໃຫ້ຂ້າພະເຈົ້າຢຸດ
ພັກການຢູ່ບ້ານສອງສາມມື້ ເພາະວ່າ ຂ້າພະເຈົ້າເສຍໃຈ ຄິດຮອດເຂົາເຈົ້າຫລາຍ.
ພວກເຮົາໄປສົ່ງເຂົາເຈົ້າຢູ່ເດີ່ນເຮືອບິນ ແລະເຮັດໃຫ້ຂ້າພະເຈົ້າໂສກເສົ້າທີ່ສຸດ
ເພາະສະນັ້ນ ສະຖານທູດຈຶ່ງບອກໃຫ້ຂ້າພະເຈົ້າຢຸດພັກຜ່ອນ ຢູ່ບ້ານ.”
ໝາຍຄວາມວ່າ ທ່ານໄດ້ຮັບໃຊ້ເອກອັກຄະລັດຖະທູດລາວມາຫລາຍຄົນແມ່ນບໍ່?
"ຫ້າຄົນໃນເວລາສິບຫ້າປີ. ທ່ານຈື່ຊື່ພວກເພິ່ນໄດ້ບໍ່? ເອກອັກຄະລັດຖະທູດຄຳພັນ
ແພງນໍລິນ ເຈົ້າຄຳມ້າວ ຄຳກິ່ງ ສຸວັນຣາສີ ແລະຜູ້ສຸດທ້າຍແມ່ນ ຄຳພັນ ປັນຍາ."
ຄະນະສະຕີຈາກສະມາຄົມໃຈລາວ ໄດ້ເດີນທາງມາຮ່ວມເປັນປະຈຳ ໂດຍສະເພາະ
ຢ່າງຍິງ ມີຊື່ສຽງຝີມືຕໍາໝາກຫຸ່ງ ທີ່ໃສ່ນໍ້າປາແດກພື້ນເມືອງລາວ ແລະເປັນສູດລຶກ
ລັບ ໄດ້ຊີມແລ້ວແມ່ນບໍ່ມີບ່ອນຕິ ແຊບອີ່ຫລີ. ນອກນັ້ນນໍ້າປາແດກທີ່ນຳເອົາມາ ຍັງ
ໄດ້ຂາຍດິບຂາຍດີຈົນໝົດກ້ຽງ ແລະເງິນ ທີ່ເກັບໄດ້ຈາກການຂາຍຈະນຳໄປໃຊ້ໃນ
ການຊ່ວຍເຫລືອຢູ່ໃນ ສປປ ລາວ ຊຶ່ງຍານາງຫລ້າ ຫລືມາລີ ໄດ້ກ່າວຕໍ່ ວີໂອເອ ວ່າ:
ຍານາງຫລ້າ (ຂວາສຸດ) ນັກຕຳໝາກຫຸ່ງຊັ້ນຍອດ ຈາກລັດ California.
Your browser doesn’t support HTML5
ເຊີນຟັງການສຳພາດ ນາງຫລ້າ ນັກຕໍາໝາກຫຸ່ງຊັ້ນຍອດ.
ຕັ້ງໂຕະຕິດກັນນັ້ນ ກໍແມ່ນຍານາງ Noel ນ້ອງສາວຂອງ ຍານາງຫລ້າ ກຳກັບການ
ເຮັດເຂົ້າໜົມຄົກ ຊຶ່ງຍານາງໄດ້ໂອ້ລົມກັບ ວີໂອເອ ດັ່ງນີ້:
ຍານາງ Noel ນັກເຮັດເຂົ້າໜົມຄົກ ຈາກລັດ California.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງ Noel ນັກເຮັດເຂົ້າໜົມຄົກ.
ສຸພາບບູລຸດອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທ່ານແອັດ ມາລາດໍ ໄດ້ເດີນທາງມາ
ຈາກລັດ Connecticut ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງສະຫະລັດ ຊຶ່ງໄດ້ກ່າວ
ຕໍ່ ວີໂອເອ ກ່ຽວກັບການມາຮ່ວມຄັ້ງນີ້ວ່າ:
ທ່ານແອັດ ມາລາດໍ ຈາກລັດ Connecticut.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແອັດ ມາລາດໍ
ບັນດາແຂກທີ່ເຂົ້າຮ່ວມ ຕ່າງກໍໄດ້ຮັບຄວາມມ່ວນຊື່ນ ຊົມການຟ້ອນ ແລະເສບດົນ
ຕີພື້ນເມືອງລາວ ຂອງບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວທີ່ໄດ້ເດີນທາງມາ
ຈາກລັດ California, Oregon, Wisconsin ແລະໃນຂົງເຂດນະຄອນຫລວງ ວໍຊິງ
ຕັນ. ຫລາຍໆຄົນໄດ້ມາພົບໜ້າພໍ້ຕາ ຖາມຂ່າວຄວາມສຸກທຸກ ຮັບປະທານອາຫານ
ພື້ນເມືອງລາວ ແລະດື່ມຢ່າງສະໜຸກສະໜານ. ພິທີໄດ້ຜ່ານພົ້ນໄປຢ່າງເປັນລະບຽບ
ຮຽບຮ້ອຍ ແລະມີໄມຕີຈິດອັນດີງາມຕໍ່ກັນ.