ຄວາມຮຸນແຮງເຖິງຕາຍໄດ້ປາກົດອອກມາຢູ່ໃນພາກສ່ວນຂອງເຂດທີ່ວຸ້ນວາຍ ທາງ
ພາກໃຕ້ຂອງປະເທດຟິລິບປິນ ເຖິງແມ່ນວ່າມີຂໍ້ຕົກລົງແບ່ງປັນການປົກຄອງຕົນເອງ
ກັບບັນດາກຸ່ມມຸສລິມທ້ອງຖິ່ນ ແລະພວກເຈົ້າໜ້າທີ່ ທີ່ກຳລັງສີ້ງຊອມເບິ່ງການກໍ່ການ
ຮ້າຍໂດຍກຸ່ມການເມືອງທີ່ບໍ່ໄດ້ຮວມຢູ່ໃນຂໍ້ຕົກລົງ.
ໃນທ້າຍເດືອນສິງຫາ ແລະຕົ້ນເດືອນກັນຍາ ໄດ້ມີລະເບີດແຕກຂື້ນສອງຄັ້ງຢູ່ແຂວງ
ຊອລຕັນ ກູດາຣັຕ ທາງພາກໃຕ້ຂອງຟິລິບປິນ. ລະເບີດລູກນຶ່ງໄດ້ເຮັດໃຫ້ສອງຄົນ
ເສຍຊີວິດ ແລະໄດ້ຮັບບາດເຈັບ 30 ຄົນ ທີ່ສື່ມວນຊົນທ້ອງຖິ່ນໄດ້ລາຍງານ. ລະເບີດ
ອີກລູກນຶ່ງໄດ້ສັງຫານສາມຄົນ. ໃນກາງເດືອນກັນຍາ “ລະເບີດທີ່ເຮັດເອົາເອງ” ໄດ້
ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບເຈັດຄົນ ເວລາມັນແຕກຂຶ້ນຢູ່ເມືອງເຈເນຣານ ແຊນຕົສ.
ພວກທະຫານໄດ້ພົບເຫັນການລະດົມພວກກະບົດອື່ນໆໃນວັນທີ 21 ກັນຍາ ອັນທີ່
ເຂົາເຈົ້າຢ້ານວ່າໄດ້ເປັນການໂຈມຕີ.
ແຜນທີ່ເກາະມິນດານາວ ປະເທດຟິລິບປິນ.
ການໂຈມຕີຫຼັງຈາກຫຼາຍທົດສະວັດຂອງຄວາມຮຸນແຮງຢູ່ເກາະມິນດານາວ ບ່ອນທີ່
ປະມານ 120,000 ຄົນໄດ້ເສຍຊີວິດເນື່ອງຈາກການສູ້ລົບໂດພວກກະບົດມຸສລິມ ຜູ້
ທີ່ຕ້ອງການຈະຄວບຄຸມຊັບພະຍາກອນຫຼາຍຂຶ້ນເພື່ອໃນປະເທດທີມີຊາວຄຣິສສ່ວນ
ເປັນຊົນກຸ່ມໃຫຍ່.
ໃນເດືອນສິງຫາທີ່ຜ່ານມາ ລັດຖະບານໄດ້ຮັບຮູ້ເອົາກົດໝາຍຄັ້ງປະຫວັດສາດ ທີ່ໃຫ້
ຊາວມຸສລິມມີສິດໃນການຄວບຄຸມເກາະມິນດານາວຫຼາຍຂຶ້ນ. ແຕ່ວ່າ ພວກກະບົດທັງ
ໝົດ 20 ກຸ່ມບໍ່ໄດ້ຮວມຢູ່ນຳ.
ພວກນັກວິເຄາະກ່າວວ່າ ພວກກະບົດຜູ້ມີຄວາມຮູ້ສຶກຖືກປະຕິເສດ ໄດ້ພາກັນລຸກຂຶ້ນ
ຕໍ່ສູ້ຕ້ານ. ເຂົາເຈົ້າກ່າວວ່າ ຈຳນວນນຶ່ງໄດ້ບັນດານໃຈໂດຍລັດອິສລາມ ທີ່ເປັນກຸ່ມກໍ່
ການຮ້າຍຕາເວັນອອກກາງ ທີ່ໄດ້ພະຍາຍາມໃນສອງສາມປີທີ່ຜ່ານມາ ເພື່ອຂະຫຍາຍ
ຢູ່ໃນເອເຊຍອາຄະເນ.