ຫວຽດນາມ ຍັງຄົງເປັນ ຜູ້ລົງທຶນໂດຍກົງ ອັນດັບນຶ່ງ ໃນລາວ ໃນປີ 2012

ລາຍຊື່ບັນດາປະເທດ ທີ່ເປັນຜູ້ລົງທຶນໂດຍກົງ ລາຍໃຫຍ່ ໃນລາວ ໃນປີ 2012.

ບັນດາ​ລັດ​ວິ​ສາ​ຫະກິດ ​ແລະ​ບໍລິສັດ​ເອກ​ກະ​ຊົນ​ຈາກ​ຫວຽດນາມ
​ຍັງ​ຄອງ​ອັນ​ດັບ​ທີ 1 ຂອງ​ການ​ເປັນ​ຜູ້​ລົງທຶນ​ທີ່​ມີ​ມູນ​ຄ່າ​ສະ​ສົມ
ຫຼາຍທີ່​ສຸດ​ໃນ​ລາວ ຕິດຕາມ​ດ້ວຍ​ໄທ ຈີນ ​ເກົາຫຼີ​ໃຕ້ ​ແລະຝຣັ່ງ ຕາມ​ລໍາດັບ.

ສະຖິຕິ​ປະ​ຈໍາປີ 2012 ຂອງ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​
ໄດ້​ລາຍ​ງານ​ສະ​ລຸບກ່ຽວ​ກັບ​ສະພາວະ​ການ​ລົງທຶນ​ຂອງ​ຕ່າງປະ
​ເທດ​ໃນ​ລາວວ່າ ​ບັນດາ​ລັດ​ວິ​ສາ​ຫະກິດ​ແລະ​ບໍລິສັດ​ເອກ​ກະ​ຊົນ​
ຈາກຫວຽດນາມ​ ຍັງ​ຄົງ​ສາ​ມາ​ດຄອງ​ອັນ​ດັບ​ນຶ່ງ ທີ່​ມີ​ມູນ​ຄ່າ​ການ​
ລົງທຶນ​ສະ​ສົມ​ຢູ່​ໃນ​ລາວຫຼາຍທີ່ສຸດ ​ໂດຍ​ຄິດ​ໄລ່​ນັບ​ຈາກ​ປີ 1989
ຈົນ​ເຖິງປີ 2012 ທີ່​ຜ່ານ​ມານີ້ ກໍ​ປາກົດ​ວ່າ​ ບັນດາ​ລັດ​ວິ​ສາ​ຫະກິດ​
ແລະ​ບໍລິສັດ​ເອກ​ກະ​ຊົນ​ຈາກ​ຫວຽດນາມ ​ໄດ້​ເຂົ້າມາ​ລົງທຶນ​ໃນ​
ລາວ​ ຈໍານວນ 429 ​ໂຄງການ ​ແລະ​ຄິດ​ເປັນ​ມູນ​ຄ່າ​ລົງທຶນ​ລວມ
ເຖິງ 4,913 ລ້ານ​ໂດລາ.​

ການລົງທຶນລາຍໃນລາວ ແບ່ງເປັນຂະແໜງການ ແຕ່ປີ 1999-2012


ສ່ວນທີ່ຕິດຕາມມາເປັນອັນດັບທີ 2 ກໍແມ່ນບັນດາບໍລິສັດເອກກະ
ຊົນໄທ ທີ່ລົງທຶນຢູ່ໃນລາວໃນໄລຍະດຽວກັນນີ້ຈໍານວນທັງໝົດ
742 ໂຄງການ ແລະຄິດເປັນມູນຄ່າການລົງທຶນລວມເຖິງ 4,082
ລ້ານໂດລາ ຊຶ່ງກໍໃກ້ຄຽງກັນກັບການລົງທຶນຈາກຈີນ ທີ່ມີມູນຄ່າ
ລວມເຖິງ 3,952 ລ້ານໂດລາ ໃນຈໍານວນ 801 ໂຄງການ ແລະ
ຕິດຕາມມາເປັນອັນດັບທີ 4 ກໍແມ່ນເກົາຫຼີໃຕ້ທີ່ມີມູນຄ່າລົງທຶນ
ສະສົມ 748 ລ້ານ ໂດລາ ໃນ 287 ໂຄງການ ສ່ວນອັນດັບທີ 5
ກໍຄືຝຣັ່ງທີ່ມີມູນຄ່າລົງທຶນສະສົມ 490 ລ້ານໂດລາ ໃນ 224 ໂຄງ
ການ ສໍາລັບສະຫະລັດອະເມຣິການັ້ນ ຢູ່ອັນດັບທີ 9 ດ້ວຍມູນຄ່າ
ລົງທຶນສະສົມ 150 ລ້ານໂດລາ ໃນ 113 ໂຄງການ.

ນອກຈາກນີ້ ຖ້າຫາກຄິດໄລ່ການລົງທຶນຂອງຕ່າງປະເທດໃນລາວທັງໝົດກໍປາກົດວ່າ ມີ
ມູນຄ່າລວມເກີນກວ່າ 18,000 ລ້ານໂດລາ ໂດຍໃນນີ້ແບ່ງເປັນ 52% ທີ່ເປັນການລົງທຶນ
ໃນພາກພະລັງງານ ແລະການຂຸດຄົ້ນແຮ່ທາດ ຕິດຕາມດ້ວຍພາກກະສິກໍາໃນສັດສ່ວນ
12% ພາກບໍລິການໃນສັດສ່ວນ 10% ພາກຫັດຖະກໍາ ແລະອຸດສາຫະກໍາການແປຮູບ
ສິນຄ້າ ໃນສັດສ່ວນ 8% ຂອງມູນຄ່າການລົງທຶນທັງໝົດ ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ການທີ່ຫວຽດນາມເປັນປະເທດອັນດັບ 1 ທີ່ມີມູນຄ່າການລົງທຶນສູງສຸດ
ໃນລາວນັ້ນ ກໍມີການຕັ້ງຂໍ້ສັງເກດວ່າເປັນຍ້ອນຄວາມສໍາພັນແບບພິເສດ ທີ່ຫວຽດນາມ
ມີຢູ່ກັບລາວ ຈຶ່ງໄດ້ຮັບຄວາມສະດວກ ແລະການສົ່ງເສີມໃນທຸກໆດ້ານ ຈາກລັດຖະບານ
ລາວ ແລະຫລ້າສຸດທາງການຫວຽດນາມກໍໄດ້ຢືນຢັນຕໍ່ກອງປະຊຸມພາກທຸລະກິດລາວ-
ຫວຽດນາມຢູ່ນະຄອນວຽງຈັນ ເມື່ອປີຜ່ານມານີ້ວ່າ ຫວຽດນາມຈະເພີ່ມການລົງທຶນໃນ
ລາວ ຈາກລະດັບປັດຈຸບັນຂຶ້ນເປັນ 2 ເທົ່າພາຍໃນປີ 2015 ຊຶ່ງກໍມີຄວາມເປັນໄປໄດ້ສູງ
ທີ່ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທໍາ ເພາະໄດ້ຮັບການສະໜັບສະໜຸນ-ສົ່ງເສີມ ຈາກ
ທາງການລາວເປັນຢ່າງດີ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນ
ການ ແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:


ກອງປະຊຸມຖະແຫລງຂ່າວຮ່ວມລະຫວ່າງປະທານປະເທດລາວ ແລະປະທານປະເທດຫວຽດນາມ ຈັດຂຶ້ນທີ່ນະຄອນວຽງຈັນເມື່ອມໍ່ໆ ມານີ້


ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນ
ສະພາບແວດລ້ອມເສດຖະກິດສັງຄົມອັນໃໝ່ນີ້ ສອງປະເທດພວກເຮົາກໍາລົງດໍາເນີນການທົບ
ທວນສັນຍາສະບັບດັ່ງກ່າວຮ່ວມກັນ ພ້ອມດຽວ
ກັນນັ້ນ ສອງຝ່າຍກໍໄດ້ເອົາໃຈໃສ່ກໍານົດທິດລະ
ອຽດ ແລະສ້າງເງື່ອນໄຂອໍານວຍຄວາມສະດວກ
ໃຫ້ແກ່ບັນດາຫົວໜ່ວຍ ທຸລະກິດຂອງທຸກພາກ
ສ່ວນເສດຖະກິດຂອງແຕ່ລະຝ່າຍໃຫ້ເຂົ້າໄປລົງ
ທຶນໃນ ປະເທດຂອງກັນ ແລະກັນ.”


ທັງນີ້ໂດຍບັນດາວິສາຫະກິດຫວຽດນາມ ກໍໄດ້ເນັ້ນໜັກການລົງທຶນໃນດ້ານການຂຸດຄົ້ນ
ແຮ່ທາດ ດ້ານພະລັງງານໄຟຟ້າ ດ້ານການບໍລິການ ແລະດ້ານກະສິກໍາ ແລະປ່າໄມ້ຕາມ
ລໍາດັບ ໂດຍສະເພາະແມ່ນດ້ານພະລັງງານໄຟຟ້ານັ້ນ ກໍປະກົດວ່າມີບໍລິສັດຈາກຫວຽດ
ນາມ 7 ລາຍ ທີ່ໄດ້ລົງທຶນເພື່ອການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ 15 ໂຄງ
ການຢູ່ໃນລາວ ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼືບໍ່ຕໍ່າ
ກວ່າ 3,357 ເມກາວັດ ໄປຕອບສະໜອງການຊົມໃຊ້ກະແສໄຟຟ້າຂອງຫວຽດນາມເອງ ນັບຈາກທ້າຍປີ 2015 ເປັນຕົ້ນໄປ.