ຊາວຫວຽດນາມ ທີ່ໃຫ້ສຳພາດກັບວີໂອເອ ໃນບໍ່ເທົ່າໃດມື້ຜ່ານມານີ້ ໄດ້ສະແດງ ຄວາມບໍ່ເຊື່ອໝັ້ນວ່າ ການປາບປາມການສໍ້ລາດບັງຫລວງໃນເວລານີ້ ຈະແກ້ໄຂ ບັນຫາຂອງປະເທດໄດ້.
ອະດີດປະທານປະເທດ ຫງວຽນ ຊວນ ຟຸກ ໄດ້ລາອອກຈາກຕຳແໜ່ງ ໃນເດືອນມັງກອນຜ່ານມາ ຍ້ອນມີການສໍ້ລາດບັງຫຼວງຫລາຍຢ່າງທີ່ກ່ຽວຂ້ອງກັບພວກເຈົ້າໜ້າທີ່ຢູ່ໃຕ້ການຄວບຄຸມຂອງທ່ານ ແລະ ການຮັບມືກັບການລະບາດຂອງພະຍາດ COVID-19. ການກ່າວຫາເຫລົ່ານັ້ນ ລວມມີການກ່າວຫາວ່າ ພວກເຈົ້າຫນ້າທີ່ໄດ້ບັງຄັບເອົາເງິນປະມານ 200 ລ້ານໂດລາ ຈາກຊາວຫວຽດນາມທີ່ຢູ່ຕ່າງປະເທດທີ່ພະຍາຍາມກັບຄືນບ້ານ ໃນລະຫວ່າງການລະບາດຂອງຢ່າງໜັກຂອງພະຍາດ ແລະໄດ້ເລີ້ມມີການດໍາເນີນຄະດີຕໍ່ຫຼາຍກວ່າ 100 ຄົນທີ່ເຊື່ອມໂຍງກັບການສໍ້ໂກງເງິນ 172 ລ້ານໂດລາ ທີ່ກ່ຽວພັນກັບບໍລິສັດເທັກໂນໂລຈີ ຫວຽດ ເອ (Viet A). ພວກເຈົ້າໜ້າທີ່ຖືກກ່າວຫາວ່າ ໄດ້ຮັບສິນບົນໃນການສະໜອງຊຸດກວດພະຍາດທີ່ໃສ່ລາຄາເກີນຕົວຈິງ ໃຫ້ແກ່ໂຮງໝໍຕ່າງໆ.
(ພາບໃນແຟມ) ອະດີດປະທານປະເທດ ຫງວຽນ ຊວນ ຟຸກ ເຂົ້າຮ່ວມກອງປະຊຸມສອງຝ່າຍກັບຮອງປະທານາທິບໍດີຄາມາລາ ແຮຣີສ ຢູ່ຫ້ອງແກ້ວ (Mirror Room) ຂອງທຳນຽບປະທານປະເທດໃນນະຄອນຫລວງຮ່າໂນຍ, ວັນທີ 25 ສິງຫາ, 2021.
ໃນເວລາທີ່ທ່ານຟຸກ ລາອອກຈາກຕຳແໜ່ງນັ້ນ ໄດ້ສະແດງໃຫ້ເຫັນວ່າ ທ່ານໄດ້ຖືກໄລ່ອອກ. ໃນຂະນະດຽວກັນ, ມີການຄາດຄະເນວ່າ ຄວາມພະຍາຍາມຕ້ານການສໍ້ລາດບັງຫຼວງຂອງປະເທດ ຈະສືບຕໍ່ດຳເນີນໄປ ພາຍຫຼັງທີ່ທ່ານລາອອກຈາກຕຳແໜ່ງແລ້ວ.
ມີຄຳຖາມກ່ຽວກັບຄວາມໂປ່ງໃສຂອງລັດຖະບານ ແລະ ການປົດຕຳແໜ່ງຂອງທ່ານ ຟຸກ ແລະ ບັນດາເຈົ້າໜ້າທີ່ທີ່ສຳຄັນຄົນອື່ນໆ ດັ່ງທີ່ຊີ້ໃຫ້ເຫັນຢູ່ໃນການສິ້ງຊອມຕິດຕາມຂອງລັດຖະບານຕໍ່ການລາຍງານຂ່າວຂອງງານລ້ຽງສົ່ງທ່ານໃນວັນທີ 4 ກຸມພາ, ຊຶ່ງໃນຕອນນັ້ນ, ທ່ານໄດ້ໂອນອຳນາດໃຫ້ແກ່ ຜູ້ວ່າການແທນປະທານປະເທດ, ທ່ານ ຫວໍ ຖິ ອັນ ຊວນ (Vo Thi Anh Xuan). ທ່ານຫວໍ ວັນ ເທືອງ (Vo Van Thuong), ສະມາຊິກຖາວອນຂອງຄະນະເລຂາທິການກຳມະການສູນກາງພັກ, ຜູ້ທີ່ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງແທນທ່ານຟຸກ ເຫັນວ່າໄດ້ໂອບກອດທ່ານຟຸກ.