ການປະທ້ວງຕໍ່ຕ້ານຈີນແມ່ນຫຼັກການສຳຄັນຂອງພວກນັກເຄື່ອນໄຫວຫວຽດນາມ ແຕ່ການຕອບໂຕ້ ຕໍ່ການເດີນທາງໄປຢ້ຽມຢາມຫວຽດນາມ ຂອງປະທານປະເທດຈີນ ທ່ານສີ ຈິ້ນຜິງ ເມື່ອວັນທີ 12 ຫາ 13 ທັນວາຜ່ານມາ ແມ່ນບໍ່ຄ່ອຍໄດ້ຍິນໃນຂະນະທີ່ຮາໂນ່ຍ ໄດ້ຈັບພວກຕ້ອງຕິຂັງຄຸກ ຊຶ່ງພວກນັກເຄື່ອນໄຫວແລະນັກຊ່ຽວຊານໄດ້ກ່າວເຖິງບັນຍາກາດແຫ່ງຄວາມຢ້ານກົວສຳລັບພວກທີ່ຍັງບໍ່ທັນຖືກຈັບເທື່ອ.
ໃນລະຫວ່າງການຢ້ຽມຢາມເມື່ອອາທິດແລ້ວ ຫວຽດນາມໄດ້ຕົກລົງທີ່ຈະເຂົ້າຮ່ວມ “ປະຊາຄົມທີ່ມີຊະຕາກຳຮ່ວມກັນ” ກັບປັກກິ່ງ ຊຶ່ງອົງການຂ່າວຊິນຫົວຂອງທາງການຈີນບັນລະຍາຍວ່າ ເປັນບາດກ້າວທີ່ສູງຂຶ້ນ ຈາກການເປັນ “ຄູ່ຮ່ວມຍຸດທະສາດແບບກວມລວມຮອບດ້ານ.” ປະເທດທັງສອງ ໄດ້ລົງນາມ ໃນຂໍ້ຕົກລົງ 36 ສະບັບ ທີ່ມີຈຸດສຸມແນໃສ່ເພື່ອເພີ້ມທະວີການຮ່ວມມື ຮວມທັງຄວາມໝັ້ນຄົງແລະການດຳເນີນຄວາມພະຍາຍາມຮ່ວມ ເພື່ອພັດທະນາທາງລົດໄຟແລະການສື່ສານຄົມມະນາຄົມ.
ນາຍົກລັດຖະມົນຕີຫວຽດນາມ ທ່ານຟາມ ມິນ ຊິນ (ກາງຂວາ) ລົມກັນກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ (ກາງຊ້າຍ) ຫຼັງຈາກການພົບປະຂອງພວກທ່ານ ທີ່ທຳນຽບລັດຖະບານ ຢູ່ຮາໂນ່ຍ ເມື່ອວັນທີ 13 ທັນວາ 2023.
ຜູ້ຄົນທີ່ໄດ້ໂອ້ລົມກັບວີໂອເອ ທັງໃນລະຫວ່າງແລະຫຼັງຈາກການຢ້ຽມຢາມໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບການເຄື່ອນໄຫວຂອງຮາໂນ່ຍຫຍັບເຂົ້າໃກ້ປັກກິ່ງຫຼາຍຂຶ້ນ ແລະການບຸກລຸກເຂົ້າໄປໃນເຂດນ່ານນ້ຳຂອງຫວຽດນາມໂດຍຈີນ.
“ກ່ອນໜ້ານີ້ ໃນການຢ້ຽມຢາມຫວຽດນາມ ແຕ່ລະເທື່ອ ໂດຍທ່ານສີ ຈິ້ນຜິງນັ້ນ ແມ່ນໄດ້ຮັບການຕອບໂຕ້ຢ່າງແຂງຂັນ ຈາກປະຊາຊົນ. ໃນປີ 2015 ປະຊາຊົນຫວຽດນາມຫຼາຍຮ້ອຍຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງເພື່ອທຳການປະທ້ວງຕໍ່ຕ້ານປະທານປະເທດຈີນ” ທ່ານຈັນ ອັນ ກວານ ພວກນັກເຄື່ອນໄຫວສັງຄົມທີ່ມີສູນກາງຢູ່ນະຄອນໂຮ່ຈິນມິນ ກ່າວຕໍ່ວີໂອເອ.
“ເກືອບທຸກໆຄົນ ທີ່ເຄີຍລົງສູ່ຖະໜົນເພື່ອທຳການປະທ້ວງຕໍ່ຕ້ານສີ ຈິ້ນຜິງ ແລະ ເສັ້ນລີ້ນງົວນັ້ນ ໄດ້ຖືກຈັບກຸມ” ທ່ານຂຽນເປັນພາສາຫວຽດນາມ ໂດຍໃຊ້ພາສາຕະຫຼາດຫຼືຄຳສະແລງທີ່ໝາຍເຖິງແຜນທີ່ເສັ້ນ 9 ຂີດ ທີ່ປັກກິ່ງໃຊ້ ເພື່ອອ້າງເອົາກຳມະສິດຂອງຕົນເກືອບທັງໝົດທະເລຈີນໃຕ້.