ການກໍ່ສ້າງສະໜາມບິນແຫ່ງໃໝ່ໃນແຂວງ ຫົວພັນ ທີ່ລົງທຶນ ແລະ ກໍ່ສ້າງໂດຍວິສາຫະກິດເອກະຊົນ ຫວຽດນາມ ຄືບໜ້າແລ້ວ 60 ເປີເຊັນ ຂອງແຜນການ ແຕ່ກໍຍັງບໍ່ຊັດເຈນວ່າຈະກໍ່ສ້າງແລ້ວສຳເລັດເມື່ອໃດແທ້.
Your browser doesn’t support HTML5
ຟັງລາຍງານ ການກໍ່ສ້າງສະໜາມບິນ ໃນແຂວງ ຫົວພັນ ທີ່ລົງທຶນ ແລະ ກໍ່ສ້າງໂດຍບໍລິສັດ ເອກະຊົນ ຫວຽດນາມ ຄືບໜ້າແລ້ວ 60 ເປີເຊັນ
ທ່ານ ສົມບູນ ດາວສະຫວັນ ຫົວໜ້າກອງສະໜາມບິນ ກະຊວງໂຍທາທິການ ແລະ ຂົນສົ່ງຖະແຫຼງວ່າການກໍ່ສ້າງສະໜາມບິນແຫ່ງໃໝ່ກໍຄືສະໜາມບິນ ໜອງຄ້າງ ໃນແຂວງ ຫົວພັນ ແລະ ການພັດທະນາເພື່ອຍົກລະດັບສະໜາມບິນ ຫ້ວຍຊາຍ ໃນແຂວງບໍ່ແກ້ວ ນັ້ນຍັງສືບຕໍ່ດຳເນີນການກໍ່ສ້າງໃນປັດຈຸບັນນີ້ໂດຍສະໜາມບິນໜອງຄ້າງທີ່ບໍລິສັດ ຫວາງ ອ່ານ ເຈຍ ລ່າຍ ຈາກ ຫວຽດນາມ ເປັນຜູ້ລົງທຶນ ແລະ ດຳເນີນການກໍ່ສ້າງໃຫ້ກ່ອນໂດຍລັດຖະບານ ຈະຊຳລະເງິນຕົ້ນ ແລະ ດອກເບ້ຍຄືນໃຫ້ໄລຍະຕໍ່ໄປນັ້ນ ມາຮອດປັດຈຸບັນກໍປາກົດວ່າກໍ່ສ້າງໄດ້ຄືບໜ້າແລ້ວ 60 ເປີເຊັນຂອງແຜນການ ສ່ວນການພັດທະນາເພື່ອຍົກລະດັບສະໜາມບິນ ຫ້ວຍຊາຍ ທີ່ລົງທຶນໂດຍລັດຖະບານ ລາວ ນັ້ນ ກໍດຳເນີນໄປຕາມແຜນການທີ່ວາງໄວ້ຢ່າງຕັ້ງໜ້າ ດັ່ງທີ່ທ່ານ ສົມບູນ ໄດ້ໃຫ້ການຢືນຢັນວ່າ
"ກ່ຽວກັບ ສະໜາມບິນພາຍໃນລັດຖະບານກໍໄດ້ມີໂຄງການໃຫຍ່ໃນການກໍ່ສ້າງສະໜາມບິນ ໜອງຄ້າງ ເພື່ອປ່ຽນແທນສະໜາມບິນ ນາທອງ ເພື່ອໃຫ້ເຮືອບິນລະດັບ 70 ບ່ອນນັ່ງໄດ້ລົງແຂວງ ຫົວພັນ ໂຄງການໄດ້ມີຄວາມຄືບໜ້າເຖິງ 60 ເປີເຊັນແລ້ວ ອີກໂຄງການທີ 2 ນີ້ແມ່ນການປັບປຸງຂະຫຍາຍສະໜາມບິນ ຫ້ວຍຊາຍ ໄລຍະຜ່ານມານັ້ນກໍຮອງຮັບເຮືອບິນຂະໜາດ 70 ບ່ອນນັ່ງຢູ່ແລ້ວ ແຕ່ມັນບໍ່ມີຄວາມປອດໄພໃນການຂຶ້ນ-ລົງ ເນື່ອງຈາກວ່າທາງແລ່ນຂຶ້ນ-ລົງຫັ້ນມັນນ້ອຍ ສະນັ້ນລັດຖະບານໄດ້ລົງທຶນຍົກລະດັບໃຫ້ໄດ້ມາດຕະຖານ."
ທັງນີ້ການພັດທະນາເພື່ອຍົກລະດັບສະໜາມບິນ ຫ້ວຍຊາຍ ທີ່ເປັນການລົງທຶນໂດຍກອງສະໜາມບິນຂອງ ລາວ ເອງນັ້ນໄດ້ຄືບໜ້າແລ້ວເກີນກວ່າ 60 ເປີເຊັນຂອງແຜນການ ແລະ ມີກຳນົດທີ່ຈະດຳເນີນງານໃຫ້ສຳເລັດສົມບູນໃນທ້າຍປີ 2020 ນີ້ແຕ່ສຳລັບສະໜາມບິນ ໜອງຄ້າງ ນັ້ນຍັງບໍ່ມີຄວາມຊັດເຈນວ່າການກໍ່ສ້າງຈະແລ້ວເມື່ອໃດແທ້ ເນື່ອງຈາກບໍລິສັດ ຫວຽດນາມ ມີບັນຫາດ້ານເງິນທຶນນັບແຕ່ປີ 2016 ເປັນຕົ້ນມາ ກໍຄືຫຼັງຈາກບໍລິສັດ ຫວາງ ອ່ານ ເຈຍ ລ່າຍ ໄດ້ເລີ່ມກໍ່ສ້າງສະໜາມບິນ ໜອງຄ້າງ ໃນປີ 2014 ກໍໄດ້ເກີດບັນຫາຊັກຊ້າມາແລ້ວກວ່າ 3 ປີເພາະຕາມແຜນການໄດ້ກຳນົດໃຫ້ການກໍ່ສ້າງຈະຕ້ອງແລ້ວສຳເລັດ ແລະ ເປີດໃຊ້ສະໜາມບິນຢ່າງເປັນທາງການໃນທ້າຍປີ 2016 ນັ້ນເອງ.
ນອກຈາກນີ້ບໍລິສັດ ຫວາງ ອ່ານ ເຈຍ ລ່າຍ ຍັງໄດ້ຂາຍສຳປະທານສວນຢາງພາລາທີ່ມີເນື້ອທີ່ກວ້າງກວ່າ 20,000 ເຮັກຕາ ພ້ອມດ້ວຍໂຮງງານປຸງແຕ່ງນ້ຳຕານໃນແຂວງ ອັດຕະປື ໃຫ້ບໍລິສັດເອກະຊົນ ຈີນ ເນື່ອງຈາກບໍລິສັດປະເຊີນກັບບັນຫາຂາດທຶນ ແລະ ເປັນໜີ້ສິນຢ່າງໜັກໜ່ວງ ອັນເປັນຜົນຈາກການຕົກຕ່ຳຂອງລາຄາຢາງພາລາໃນຕະຫຼາດໂລກທີ່ຫຼຸດລົງຈາກ 14,000 ກີບຕໍ່ກິໂລກຣາມໃນປີ 2013 ລົງມາເປັນ 5,000 ກີບຕໍ່ກິໂລກຣາມ ນັບແຕ່ປີ 2015 ເປັນຕົ້ນມາຈົນເຖິງປັດຈຸບັນນີ້.
ສ່ວນບໍລິສັດ Earn and Young ທີ່ຮັບຜິດຊອບການກວດສອບບັນຫາໜີ້ສິນຂອງບໍລິສັດ ຫວາງ ອ່ານ ເຈຍ ລ່າຍ ກໍລາຍງານວ່າ ບໍລິສັດດັ່ງກ່າວມີພາລະໜີ້ສິນຫຼາຍກວ່າ 366 ລ້ານໂດລາ ທີ່ຈະຕ້ອງຊຳລະຄືນໃຫ້ກັບບັນດາທະນາຄານໃນ ຫວຽດນາມ ກັບເປັນໜີກອງທຶນ Temasek ຂອງລັດຖະບານ ສິງກະໂປ ອີກເຖິງ 50 ລ້ານໂດລາ ຈຶ່ງຕ້ອງຂາຍກິດຈະການເພື່ອນຳເອົາເງິນໄປຊຳລະຄືນໃຫ້ກັບເຈົ້າໜີ້ດັ່ງກ່າວ.
ທັງນີ້ລັດຖະບານ ລາວ ໄດ້ຕົກລົງໃນສັນຍາລົງທຶນກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ແຂວງ ຫົວພັນ ແລະ ອັດຕະປື ເມື່ອປີ 2013 ໂດຍບໍລິສັດ ຫວາງ ອ່ານ ເຈຍ ລ່າຍ ໄດ້ຕົກລົງເປັນຝ່າຍອອກເງິນທຶນໃຫ້ກ່ອນທັງ 2 ແຫ່ງໃນມູນຄ່າລວມ 110 ລ້ານໂດລາ ແບ່ງເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາສຳລັບການກໍ່ສ້າງສະໜາມບິນຢູ່ແຂວງອັດຕະປື ແລະ ສະໜາມບິນ ໜອງຄ້າງ ຢູ່ແຂວງ ຫົວພັນ ທີ່ແຂວງອັດຕະປື ໄດ້ກໍ່ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການເມື່ອເດືອນພຶດສະພາ 2015 ຫາກແຕ່ກໍຕ້ອງປິດການນຳໃຊ້ນັບແຕ່ເດືອນຕຸລາ 2016 ເປັນຕົ້ນມາເພາະວ່າຈຳນວນຜູ້ໂດຍສານມີໜ້ອຍ ຈຶ່ງບໍ່ຄຸ້ມຄ່າໃນການເປີດຖ້ຽວບິນລະຫວ່າງນະຄອນຫຼວງ ວຽງຈັນ ກັບ ອັດຕະປື ນັ້ນເອງ.