ສະພາການຄ້າຫວຽດນາມ ຮຽກຮ້ອງ ບໍ່ໃຫ້ຊື້ສິນຄ້າຈີນ ທີ່ບໍ່ມີຄຸນນະພາບ

ພະນັກງານ ກຳລັງນັບ ກອງເງິນ 100,000 Dong ຫວຽດນາມ ທີ່ທະນາຄານ ລົງທຶນ ແລະພັດທະນາ ຫວຽດນາມ ທີ່ ຮ່າໂນ້ຍ

ວົງ​ການທຸລະ​ກິດ​ການ​ຄ້າຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ ພາກັນ
ປະ​ທ້ວງຂໍ້​ວາ​ບາດ ສິນຄ້າຄຸນ​ນະພາ​ບຕໍ່າ​ ແລະບໍ່​ປ​ອດ​ໄພຂອງ​
ຈີນ ທ່າມກາງຄວາມ​ຮູ້ສຶກ​ຕໍ່ຕ້ານ​ຈີນ​ທີ່ເພີ້​ມທະວີ ຢູ່​ໃນ​ປະ​ເທດ.

ການ​ປຸກລະດົມ ທີ່​ນຳພາ​ໂດຍ ທ່ານ Vu Tien Loc ປະທານ
​ສະພາການ​ຄ້າ ​ແລະ​ອຸດສາຫະກຳ ຂອງ​ຫວຽດນາມ ​ຊຸກຍູ້ໃຫ້​
ບັນດາ​ຜູ້​ບໍລິ​ໂພ​ກ ​ໃຊ້​ສິນຄ້າ​ທີ່​ເຮັດ​ຢູ່​ໃນຫວຽດນາມ ​ເພື່ອ​ເປັນ
ຊ່ອງ​ທາງ​ສະ​ແດງ​ໃຫ້​ເຫັນ ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ຊາດ ​ຕໍ່ໜ້າ
ການປະພຶດ​ແບບຮຸກ​ຮານຂອງ​ຈີນ ຢູ່​ທະ​ເລ​ຈີນໃຕ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Loc ​ໄດ້ກ່າວ​ຕໍ່ ວີ​ໂອ​ເອພ​ະ​ແນ​ກພາສາ​ຫວຽດນາມ ​ວ່າ ທ່ານບໍ່​
ໄດ້​ຮ້ອງ​ຂໍ​ໃຫ້​ຄົນ ປະ​ທ້ວງ​ຄັດຄ້ານ​ສີນ​ຄ້າ​ຈີນ​ທັງ​ໝົດ ​ແຕ່​ວ່າ ການ​ຊື້ຜະລິດ​ຕະພັນ​ ທີ່
​ເຮັດຢູ່ປະ​ເທດຂອງ​ຕົນ ​ທີ່​ມີ​ລາຄາ​ສົມຄ​ວນ ​ແລະ​ປອດ​ໄພນັ້ນ ຄວນ​ເປັນ​ບຸລິມະສິດ.

ຫລາຍໆ​ຄົນ ຮ່ວມ​ທັງສະ​ມາຊິກ​ພັກ​ຄອມ​ມິ​ວນິສ ​ໄດ້​ຮຽກຮ້ອງ​ໃຫ້​ຫວຽດນາມ ​ຫລຸດຜ່ອນ
ການ​ກາງ​ຕໍ່​ຈີນ ທາງ​ເສດຖະກິດນັ້ນ​ລົງ ຫລັງ​ຈາກທີ່​ຈີນ​ໄດ້​ເອົາ​ຖານ​ເຈາະ​ນ້ຳມັນ ໄປ​ຕິດ​
ຕັ້ງໄວ້ຢູ່​ໃນ​ເຂດ​ນ່ານ​ນໍ້າ​ ທີ່​ເປັນ​ຫົວ​ຂໍ້​ຜິດ​ຖຽງ​ກັນ​ເລື້ອງ​ກໍ​ມະ​ສິດ ໃນ​ເຂດທະ​ເລ​ຈີນ​ໃຕ້.

ວີດີໂອພາສາລາວ: ຊາວຫວຽດນາມຂໍ້ວາບາດ ສິນຄ້າຈີນ:

Your browser doesn’t support HTML5

ຊາວຫວຽດນາມຂວ້ຳບາດ ສິນຄ້າຈີນ ຍ້ອນໂກດແຄ້ນ ເລື້ອງຖານເຈາະນ້ຳມັນ