ນັກຂຽນຂ່າວລົງອິນເຕີແນັດຕໍ່ຕ້ານລັດຖະບານຫວຽດນາມຄົນນຶ່ງທີ່ຖືກຄຸກຍ້ອນ ໂຈມຕີລັດຖະບານຄອມມູນິສນັ້ນ ພວມສະເຫຼີມສະຫຼອງມື້ທຳອິດ ໃນການມີອິດສະຫຼະພາບຂອງທ່ານນາງ ຢູ່ໃນດິນແດນຂອງສະຫະລັດ.
ທ່ານນາງຫງຽນ ຫງັອກ ຍູ ຄວິນ ໄດ້ຫ້ອມລ້ອມໄປດ້ວຍຝູງຊົນທີ່ກະຕືລືລົ້ນໃນການສະໜັບສະໜຸນທ່ານນາງ ບັນດາສະມາຊິກໃນຄອບຄົວ ແລະພວກນັກຂ່າວເວລາທ່ານນາງເດີນທາງໄປຮອດສະໜາມບິນສາກົນ ຈອດ ບຸຊທີ່ນະຄອນຮິວສຕັນ ໃນລັດເທັກຊິສ ໃນຕອນເຊົ້າວັນພະຫັດມື້ນີ້ ຊຶ່ງຕິດຕາມໂດຍລູກທີ່ຍັງໜຸ່ມນ້ອຍ 2 ຄົນ ແລະແມ່ຂອງທ່ານ
ນາງ.
ທ່ານນາງຄວິນ ທີ່ຮູ້ກັນໃນຊື່ນາມປາກກາວ່າ “ແມ່ເຫັດ” ນັ້ນໄດ້ຂຽນຢ່າງກວ້າງ ກ່ຽວກັບເລື້ອງ ສິດທິມະນຸດ ແລະມົນລະພິດທາງດ້ານອຸດສາຫະກຳ ກ່ອນທ່ານນາງຈະຖືກຈັບໃນເດືອນຕຸລາປີ 2016 ແລະຖືກຕັດສິນໃຫ້ຕິດຄຸກ 10 ປີ.
ທ່ານນາງຫງຽນ ຫງັອກ ຍູ ຄວິນ (ກາງ) ນັກຂຽນຂ່າວ ອິນເຕີແນັດ ທີ່ສຳຄັນ ພວມຂຶ້ນສານ ທີ່ຄັນຫວາ ປະເທດຫວຽດນາມ
ການປ່ອຍທ່ານນາງຄວິນບັງເອີນມີຂຶ້ນພ້ອມໆກັນກັບການເດີນທາງໄປຢ້ຽມຢາມຂອງລັດຖະມົນຕີ ກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ. ກະຊວງຕ່າງປະເທດສະຫະລັດກ່າວໃນວັນພຸດວານນີ້ວ່າ ທ່ານນາງຄວິນໄດ້ “ກ່າວ ຢ່າງຈະແຈ້ງວ່າ” ທ່ານນາງຢາກຈະເດີນທາງ ມາສະຫະລັດ ຖ້າທ່ານນາງ ຖືກປ່ອຍອອກຈາກຄຸກ.
ທ່ານນາງໄດ້ກ່າວຕໍ່ພວກນັກຂ່າວ ບໍ່ດົນຫຼັງຈາກໄດ້ເດີນທາງໄປຮອດນະຄອນຮິວສຕັນວ່າ ທ່ານນາງເລືອກເດີນທາງມາສະຫະລັດ ຍ້ອນວ່າ “ບໍ່ມີຜູ້ໃດເອົາໃຈໃສ່ໃນເລື້ອງສິດທິມະນຸດ” ຫຼາຍໄປກວວ່າສະຫະລັດ.
ລັດຖະມົນຕີ ກະຊວງປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ ລົມກັບ ນາຍທະຫານຫວຽດນາມ ທີ່ຖານທັບບຽນຫົວ ໃກ້ນະຄອນໂຮຈິມິນ. (ວັນທີ 17 ຕຸລາ 2018)
ສະພາບການຂອງທ່ານນາງໄດ້ຮັບຄວາມສົນໃຈຈາກນາໆຊາດໃນປີກາຍນີ້ເວລາທ່ານນາງໄດ້ຮັບລາງວັນແມ່ຍິງກ້າຫານສາກົນ ໂດຍບໍ່ໄດ້ໄປຮ່ວມ. ລາງວັນດັ່ງກ່າວແມ່ນມອບໃຫ້ໂດຍສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງເມລາເນຍ ທຣຳ.
ທ່ານນາງຄວິນແມ່ນນຶ່ງໃນພວກນັກຂຽນຂ່າວລົງອິນເຕີແນັດແລະພວກນັກເຄື່ອນໄຫວຫຼາຍໆສິບຄົນ ທີ່ຖືກຈັບນັບແຕ່ປີ 2016 ເປັນຕົ້ນມາ ອັນເປັນສ່ວນນຶ່ງໃນການປາບປາມພວກຄັດຄ້ານໂດຍລັດຖະບານຫວຽດນາມ ໃນຮອບ 2 ປີທີ່ຜ່ານມານີ້.
ກະຊວງການຕ່າງປະເທດສະຫະລັດ ຍັງຮຽກຮ້ອງໃຫ້ລັດຖະບານຫວຽດນາມ “ປ່ອຍພວກນັກໂທດແຫ່ງຈຶດສຳນຶກທັງໝົດໃນທັນທີແລະບໍ່ມີເງື່ອນໄຂໃດໆທັງສິ້ນ ແລະອະນຸຍາດໃຫ້ປະຊາຊົນຫວຽດນາມທັງໝົດສາມາດສະແດງອອກທັດສະນະຄວາມເຫັນທາງດ້ານການເມືອງ ຂອງ ພວກເຂົາເຈົ້າ ໂດຍປາສະຈາກຄວາມຢ້ານກົວທີ່ຈະຖືກແກ້ແຄ້ນ.”
ອົງການນິລະໂທດກຳສາກົນ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດໄດ້ຊົມເຊີຍຕໍ່ຂ່າວການປ່ອຍທ່ານນາງຄວິນ. ທ່ານນິໂກລາສ ເບັກເກີລີນ ຜູ້ອຳນວຍການຂອງອົງການນິລະໂທດກຳສາກົນ ຮັບຜິດຊ່ອຍກ່ຽວກັບເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້ ກ່າວວ່າ “ການປ່ອຍໂຕດັ່ງກ່າວ ຍັງເປັນການເຕືອນເຖິງປະຫວັດທີ່ພວມຊຸດໂຊມລົງຂອງຫວຽດນາມ ກ່ຽວກັບການຈັບກຸມຄຸມຂັງບຸກຄົນໃດກໍຕາມ ທີ່ຕ້ອງຕິອຳນາດການປົກຄອງ ມີຫຼາຍກວ່າ 100 ຄົນ ທີ່ກຳລັງຖືກ
ຄຸມຂັງ ຍ້ອນໄດ້ສະແດງຢ່າງເປັນການເປີດເຜີຍ ກ່ຽວກັບຄວາມໃນໃຈຂອງເຂົາເຈົ້າ ໃນການຂຽນລົງອິນເຕີແນັດຫຼືທາງເຟສບຸກ.”