ຊາວຈີນ ແລະຊາວຫວຽດນາມຢູ່ລາວ ສະຫຼອງປີໃໝ່ ດ້ວຍຄວາມລະມັດລະວັງ ຍ້ອນການລະບາດຂອງໂຄວິດ-19

ວັດຈີນ ທີ່ຄຸ້ມດົງປ່າແຫຼບ ນະຄອນວຽງຈັນ.

ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ ສປປ ລາວນັ້ນ ໄດ້ສົ່ງຜົນເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ຂອງຊາວຈີນແລະຫວຽດນາມ ຕະຫລອດທັງບັນຍາກາດຂອງການຄ້າຂາຍມີຄວາມງຽບເຫງົາເປັນພິເສດ ຂະນະທີ່ທາງການລາວກໍໄດ້ຮັກສາມາດຕະການຢ່າງເຂັ້ມງວດ ເພື່ອສະກັດກັ້ນຄື້ນທີສອງ ຂອງການແຜ່ລະບາດຂອງພະຍາດ ດັ່ງກ່າວ ທີ່ເກີດຂຶ້ນ ເມື່ອມໍ່ໆມານີ້ ບໍ່ໃຫ້ເພີ້ມຂຶ້ນ. ໄພສານມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ການສະຫຼອງປີໃໝ່ຂອງຊາວຈີນ ແລະຫວຽດນາມ ບໍ່ຄຶກຄື້ນປີນີ້ ຍ້ອນໂຄວິດ-19 ລະບາດ

ການລະບາດຮອບສອງທີ່ເລີ້ມຕົ້ນຂຶ້ນນັບແຕ່ທ້າຍເດືອນແລ້ວນີ້ເປັນຕົ້ນມາທີ່ເຮັດໃຫ້ມີຈໍານວນຜູ້ຕິດເຊື້ອໃນລາວທັງໝົດເພີ້ມຂຶ້ນເປັນ 45 ລາຍ ນັ້ນ ໄດ້ເຮັດໃຫ້ ການສະເຫລີມສະຫລອງ ບຸນປີໃໝ່ຊາວຈີນແລະຫວຽດນາມ ມີຄວາມງຽບເຫງົາ ແລະກໍເຮັດໃຫ້ບັນຍາກາດການຄ້າຂາຍໃນນະຄອນຫລວງວຽງຈັນງຽບເຫງົາໄປ ຕາມໆກັນ ເມື່ອບໍ່ມີນັກທ່ອງທ່ຽວ ເດີນທາງເຂົ້າມາລາວ ແລະຜູ້ຄົນໄປມາຫາສູ່ ຊຸມແຊວກັນຫຼາຍ ດັ່ງການໃຫ້ສໍາພາດຂອງພໍ່ຄ້າຂາຍຍ່ອຍທ່ານນຶ່ງທີ່ຂາຍເຄື່ອງດື່ມ ຢູ່ໃກ້ກັບວັດຈີນໃນເຂດໃຈກາງນະຄອນຫລວງວຽງຈັນທ່ານນຶ່ງ ເວົ້າເຖິງສະ ພາບການຄ້າຂາຍໃນໄລຍະການສະຫລອງບຸນດັ່ງກ່າວໃນປີນີ້ ສູ່ຟັງວ່າ:

“ມັນກະເກີນກັນຫລາຍ ໄທບໍ່ມາ ໂຄວິດເດ, ແຕ່ກີ້ບໍ່ເວົ້າແລ້ວ ຂາຍຢູ່ວັດຈີນຄົນບັກຫລາຍໆ ປີນີ້ງຽບ ໄປສອງມື້ກະບໍ່ມີຄົນ ມື້ນີ້ກະມີຢູ່ວັດຈີນ ແມ່ນ ແມ່ນ”

ການກວດກາແລະກັກກັນຄົນເຂົ້າແລະອອກປະເທດ ລະຫວ່າງລາວກັບປະເທດ ເພື່ອນບ້ານເຊັ່ນຫວຽດນາມ ແລະຈີນນັ້ນ ແມ່ນເປັນປະເດັນຕົ້ນຕໍທີ່ເຮັດໃຫ້ການສະຫຼອງປີໃໝ່ຂອງຊາວຫວຽດນາມແລະຈີນໃນລາວປີນີ້ງຽບເຫງົາໄປກວ່າທຸກໆ ປີຫລາຍ ດັ່ງນັກທຸລະກິດຂະໜາດນ້ອຍຜູ້ນຶ່ງ ທີ່ແຕ່ງງານກັບຄົນລາວ ແລະ ມີໂຮງຮຽນສອນພາສາອັງກິດ, ພາສາຫວຽດນາມແລະພາສາຈີນໃນນະຄອນຫຼວງ ວຽງຈັນນັ້ນ ບອກວ່າ ສະພາບການສະຫຼອງວັນບຸນປະເພນີຂອງຄົນຫວຽດນາມ ປີນີ້ ງຽບເຫງົາກໍເພາະວ່າ ຄົນຫວຽດນາມໃນລາວປີນີ້ ເດີນໄປກັບປະເທດ ເພື່ອໄປຢ້ຽມຢາມພໍ່ແມ່ ພີ່ນ້ອງຢູ່ຫວຽດນາມ ແລ້ວກໍບໍ່ສາມາດເດີນທາງ ກັບມາລາວໄດ້ຢ່າງສະດວກ ຍ້ອນມາດຕະການສະກັດກັ້ນ ຕໍ່ຜູ້ເດີນທາງເຂົ້າແລະອອກຈາກທັງສອງປະເທດນີ້ເຄັ່ງຄັດຫລາຍ ສໍາລັບຄອບຄົວຂອງນາງເອງ ກໍບໍ່ໄດ້ກັບ ໄປຢາມພໍ່ແມ່ ແລະລູກໆຂອງນາງ 2 ຄົນ ທີ່ໄປຮຽນໃນມະຫາວິທະຍາໄລ ສອງແຫ່ງ ໃນຫວຽດນາມນັ້ນໄດ້ ດັ່ງທີ່ນາງເລົ່າສູ່ຟັງວ່າ:​

“ແມ່ນບໍ່ໄດ້ເມືອຢາມດອກ ເຂົາປິດໝົດ ບໍ່ບໍ່ຫລາຍຄືແຕ່ກີ້ ເຂົາກະກັບຫວຽດຫລາຍລະກະໂຄວິດລະມາບໍ່ໄດ້ເດ ລະກະກັກຕົວ 14 ມື້ ລະກະກັກຕົວອີກ14ມື້ ໃນເຮືອນອີກເປັນ 28 ມື້. 14 ມື້ກັກຕົວອີກ 14 ມື້ກັກຕົວເມືອບ້ານເປັນ 28ມື້ ລະໝົດເດືອນເລີຍ, ເມືອຫວຽດ ກັບມາຫວຽດຄືກັນ ຢູ່ໂຮງແຮມ 14 ມື້ ລະເມືອບ້ານ 14ມື້ ອີກເດ.”

Your browser doesn’t support HTML5

Chinese - Vietnamese New Year in Laos

ນາງເລົ່າຕໍ່ໄປອີກວ່າ ການເດີນທາງເຂົ້າອອກລາວ ແລະຫວຽດນາມນັ້ນ ນອກ ຈາກບໍ່ມີຄວາມສະດວກຍ້ອນການກັກຕົວຫລາຍວັນແລ້ວ ກໍຍັງມີຄ່າໃຊ້ຈ່າຍສູງອີກ ສໍາລັບການກັກຕົວຢູ່ໂຮງແຮມນັ້ນ ຊຶ່ງເຮັດໃຫ້ຄົນຫວຽດນາມຢູ່ໃນສອງປະເທດບໍ່ ຢາກໄປມາຫາສູ່ກັນ. ແລະການໃຊ້ຈ່າຍທີ່ວ່ານີ້ສໍາລັບຢູ່ທາງຫວຽດນາມນັ້ນ ຖ້າເປັນນັກສຶກສາໄປຈາກລາວ ແມ່ນທາງການຈ່າຍໃຫ້ ແຕ່ວ່າ ສໍາລັບຢູ່ລາວແລ້ວ ແມ່ນທຸກຄົນຕ້ອງໄດ້ຈ່າຍໝົດບໍ່ມີການຍົກເວັ້ນ ບໍ່ວ່າຈະເປັນນັກສຶກສາ ຫລືນັກທຸລະກິດກໍຕາມ ດັ່ງທີ່ນາງເລົ່າສູ່ຟັງວ່າ:

“ກັກຕົວຢູ່ລາວເຮົາລະຕ້ອງຈ່າຍເອງໄດ໋ ມັນບໍ່ຄືຢູ່ຫວຽດນາມໄດ໋, ເຂົາໄລ່ເປັນມື້ ມື້ນຶ່ງນອນໂຮງແຮມເປັນເທົ່າໄດ ກິນຢູ່ເຂົາກະສົ່ງໃຫ້ເປັນເທົ່າໃດ ໂອ໋ຍເຂົາໄລ່ເອົາ.”

ເຊັ່ນດຽວກັນນັກທຸລະກິດຍິງຄົນລາວຜູ້ນຶ່ງ ທີ່ເຄີຍເຮັດວຽກ ໃຫ້ແກ່ບໍລິສັດຫວຽດນາມແຫ່ງນຶ່ງໃນນະຄອນຫລວງວຽງຈັນ ທີ່ເຄີຍໄປສະຫລອງບຸນຮ່ວມກັບເພື່ອນ ຮ່ວມງານ ແລະຄົນໃກ້ຊິດທີ່ເປັນຄົນຫວຽດນາມໃນລາວນັ້ນ ກໍເວົ້າກ່ຽວກັບ ສະ ພາບການສະຫລອງບຸນປະເພນີ ຂອງຄົນຫວຽດນາມໃນປີນີ້ວ່າ:

“ບໍ່ໃຫ້ຄົບງັນເລີຍຕາມລະບຽບຫັ້ນ ບໍ່ມີກິນກຸດ ບໍ່ມີຫຍັງເລີຍ ບໍ່ມີການຄົບງັນເລີຍ ອືຫື ແມ່ນລະ ໂດຍປົກກະຕິແນວນັ້ນລະ, ແມ່ນ ບໍ່ມ່ວນ.”

ທາງສໍານັກງານນາຍົກ ກໍໄດ້ຍັງສືບຕໍ່ຮຽກຮ້ອງໃຫ້ປະຊາຊົນລາວແລະຊາວຕ່າງ ປະເທດທີ່ດໍາລົງຊີວິດຢູ່ ສປປ ລາວ ໃຫ້ເພີ້ມສະຕິລະວັງຕົວສູງກວ່າເກົ່າ ໂດຍສືບຕໍ່ປະຕິບັດຕາມຄໍາສັ່ງແນະນໍາຂອງຂັ້ນເທິງດັ່ງກ່າວ ເຈົ້າໜ້າທີ່ໃນຫຼາຍທ້ອງ ຖິ່ນຂອງລາວ ນອກຈາກເພີ້ມມາດຕະການກວດກາ ການເດີນທາງເຂົ້າມາຕາມຊາຍແດນແລ້ວ ກໍຍັງມີການລາດຕະເວນ ກວດກາການເດີນທາງ ຂອງຄົນຕ່າງ ປະເທດ ທີ່ໜ້າສົງໄສວ່າ ລັກລອບເຂົ້າປະເທດອີກດ້ວຍ. ດັ່ງການໃຫ້ສໍາພາດຂອງເຈົ້າໜ້າທີ່ທ່ານນຶ່ງໃນເມືອງປາກຊັນ ແຂວງບໍລິຄໍາໄຊ ກ່ຽວກັບການກັກຕົວຄົນຈີນ ເຂົ້າມາໃນແຂວງບໍລິຄໍາໄຊ ໂດຍທາງລົດໃນຕົ້ນເດືອນນີ້ວ່າ:

“ອັນນີ້ກະທໍາມະດາ ມີແຕ່ເຂົາກໍາຈັດເລື້ອງຊາຍແດນ ຈຸດໜັກນະ ຢູ່ປາກຊັນກະກັກຕົວ 2 ຄົນຫັ້ນແຫລະ ຄົນມາແຕ່ຈີນ, ກາຍມາ 72 ຊົ່ວໂມງຜ່ານເຂດ ຫລາຍແຂວງ ບໍ່ທັນໄດ້ລົງລົດຊໍ້າ”

ຄຸ້ມຄົນຈີນ ໃນເຂດບຶງທາດຫຼວງ ທີ່ນະຄອນວຽງຈັນ

ສ່ວນການສະເຫລີມສະຫລອງຂອງບຸນຕາມປະເພນີຂອງຊາວຈີນໃນລາວທີ່ເລີ້ມຕົ້ນມາແຕ່ວັນທີ 12 ກຸມພານັ້ນ ກໍແມ່ນຫລຸດລົງກວ່າປີກ່ອນໆຫລາຍ, ອີງຕາມການໂອ້ລົມຂອງແພດສະໜາມປະຈໍາສະມາຄົມຈີນຜູ້ນຶ່ງທີ່ກ່າວໃນວັນທີ 17 ກຸມພາຜ່ານມາວ່າ:

“ແຕ່ວັນທີ 12 ຫາກະແລ້ວມື້ວານນີ້ ມື້ນີ້ແມ່ນເລີ້ມເກັບແຕ່ລະບ້ານ ມັນເປັນງານນອກ ເປັນງານພິເສດ. ໂດຍ, ປີນີ້ຢາກນ້ອຍກວ່າປີກາຍ ເພາະວ່າປີນີ້ມີ ໂຄວິດ, ກະເອົາເຈວລ້າງມື ເອົາຜ້າປິດປາກ ປ້ອງກັນກ່ອນ, ແມ່ນອັນນີ້ແມ່ນເປັນແພດສະໜາມໄປເບິ່ງສີງໂຕ ແມ່ນອັນນີ້ແມ່ນໃນນາມປະຈໍາສະມາຄົມຈີນ.”

ເມື່ອເວົ້າເຖິງການແຫ່ສິງໂຕ ໄປຕາມຕົວເມືອງແລະຫ້າງຮ້ານຕ່າງໆ ໃນໃຈກາງນະຄອນຫລວງວຽງຈັນ ທີ່ຈັດຕັ້ງໂດຍສະມາຄົມຈີນໃນລາວນັ້ນ ກໍແມ່ນໄດ້ເຮັດແບບລະມັດລະວັງເປັນພິເສດ ເພື່ອປ້ອງກັນ ການຕິດເຊື້ອໄວຣັສໂຄໂຣນາ ດັ່ງການບອກເລົ່າຂອງພະນັກງານກູ້ໄພປະຈໍາສະມາຄົມຈີນ ກ່າວກ່ຽວກັບສະພາບການນີ້ ວ່າ:​

“ໄດ້ໃສ່ຜ້າອັດປາກ ຖົງມືສີງໂຕ ປົກກະຕິ ຈ້າວ ພວກເຮົາກະຕ້ອງໄດ້ປ້ອງກັນຕົວເອງ ລ້າງມື ໃສ່ຜ້າອັດປາກກະໄດ້ໃສ່.”

ເພື່ອເປັນການເຝົ້າລະວັງໂຄວິດ-19 ຢູ່ໃນລາວນັ້ນໃນວັນທີ 18 ກຸມພາຜ່ານມາ ກໍຄືຢູ່ໃນໄລຍະທີ່ການສະຫລອງບຸນປີໃໝ່ຈີນແລະຫວຽດນາມຢູ່ນັ້ນ ມີຜູ້ເດີນທາງເຂົ້າມາລາວທັງໝົດ 2,003 ຄົນ, ໃນນັ້ນ ຢູ່ທີ່ຈຸດຜ່ານດ່ານ ລາວ - ໄທແມ່ນ 1,815 ຄົນ, ຈຸດຜ່ານດ່ານ ລາວ - ຈີນ ມີ 24 ຄົນ, ສ່ວນຈຸດຜ່ານດ່ານລາວ - ຫວຽດນາມມີ 164 ຄົນ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ. ມາຮອດປະຈຸບັນ ຄົນປ່ວຍທີ່ຕິດພະຍາດນີ້ 4 ຄົນທີ່ກວດພົບ ໃນໄລຍະ ມີຄື້ນການລະ ບາດຮອບສອງນັ້ນ ແມ່ນຍັງສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້ຢູ່, ອີງຕາມ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຂອງກະຊວງສາທາລະນະສຸກ.

ຄຸ້ມຄົນຈີນ ທີ່ບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ

ສະຫລຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ຮອບສອງທັງຢູ່ໃນລາວ ແລະປະເທດເພື່ອນບ້ານເຊັ່ນຫວຽດນາມ ແລະໄທນັ້ນ ເຮັດໃຫ້ລາວມີມາດຕະ ການຄວບຄຸມທີ່ເຄັ່ງຄັດຂຶ້ນ ຊຶ່ງສົ່ງຜົນໃຫ້ການສະຫລອງບຸນປີໃໝ່ຕາມປະເພນີ ຫວຽດນາມ ແລະຈີນຕະຫຼອດທັງການຄ້າຂາຍໃນລາວງຽບເຫງົາກວ່າແຕ່ກ່ອນຫລາຍ.