ທະຫານແພດ ສະໄໝສົງຄາມ ຫວຽດນາມ ໄດ້ຮັບລາງວັນ ຫຼຽນໄຊກຽດຕິຍົດ

Your browser doesn’t support HTML5

ພິທີມອບລາງວັນຫຼຽນໄຊກຽດຕິຍົດ ໃຫ້ຮ້ອຍເອກເບ້ຍບຳນານ ສະໄມສົງຄາມຫວຽດນາມ ທີ່ທຳນຽບຂາວ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ມອບລາງວັນຫຼຽນໄຊກຽດຕິຍົດ ຫຼື
Medal of Honor ໃຫ້ແກ່ຮ້ອຍເອກ ເບ້ຍບຳນານທະຫານບົກ ໃນພິທີມອບຢູ່ທີ່ທຳ
ນຽບຂາວ ໃນວັນຈັນວານນີ້. ພິທີດັ່ງກ່າວ ຈັດຂຶ້ນໃນຂະນະທີ່ປະທານາທິບໍດີ ພວມ ພົວພັນກັບຂ່າວນອງນັນໃນການກ່າວສະແດງຄວາມເສົ້າສະຫຼົດໃຈຕໍ່ນາງໝ້າຍທະ
ຫານບົກ ທີ່ໄດ້ຖືກສັງຫານ ຫວ່າງມໍ່ໆມານີ້ ໃນການປະຕິບັດໜ້າທີ່ ຢູ່ປະເທດໄນເຈີ ໃນທະວີບອາຟຣິການັ້ນ.

ທ່ານ Gary Rose ໄວ 69 ປີ ໄດ້ຮັບລາງວັນຫຼຽນໄຊກຽດຕິຍົດໃນພາລະໜ້າທີ່ເປັນ
ວິລະບຸລຸດໃນລະຫວ່າງການປະຕິບັດງານລັບຂອງກຳລັງພິເສດລັບໃນເດືອນພະຈິກ
ປີ 1970 ຕໍ່ຕ້ານທະຫານຫວຽດນາມເໜືອໃນປ່າດົງຂອງລາວ ໃນການປະຕິບັດງານ
ທີ່ເອີ້ນວ່າTailwind ຫຼືຫາງລົມ.”

ໃນການສູ້ລົບກັນ 4 ມື້ ອີງຕາມໃບຍ້ອງຍໍແລ້ວ ທ່ານ Rose ໂດຍບໍ່ໄດ້ຢຸດກິນເຂົ້າຫຼື
ຫລັບນອນເລີຍນັ້ນ ໄດ້ຫລົບໜີການຍິງໂຈມຕີຂອງພວກສັດຕູ ເພື່ອຊ່ອຍແລະປິ່ນປົວ
ພວກທະຫານ 60 ຫາ 70 ຄົນ ທັງໆທີ່ທ່ານໄດ້ຮັບບາດເຈັບຈາກສະເກັດລະເບີດ.


ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ