ຫວຽດ​ນ​າມ​ໃຊ້​ໂອ​ກາດ​​ການ​ສະ​ຫລອງ​ປີ​ໃໝ່ ​ຂອງ​ຕົນເປັນ​ວິ​ທີເພື່ອເພີ້ມ​ຄວາມ​ໃກ້​ຊິດ​ ຂອງ​ນັກ​ສຶກ​ສາ​ ແລະ​ຫວຽດ​ນາມ ​ໃນ​ປະ​ເທດ​ດັ່ງ​ກ່າວ

ນາງ​ຄຳ​ມີ ສົມ​ວິ​ໄຊ ​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ​ ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ​ຂອງຫວຽດ​ນາມ.

ບັນດາທ່ານຄົງຮູ້ດີເນາະວ່າ ນັບແຕ່ທ້າຍອາທິດນີ້ໄປຈົນຮອດໝົດອາທິດໜ້າກໍເປັນໄລ ຍະບຸນປີໃໝ່ຕາມປະເພນີຂອງຄົນເຊື້ອສາຍຈີນ, ຫວຽດນາມ ແລະແມ່ນ ແຕ່ຊາວເກົາ
ຫລີໃຕ້ ທີ່ນັບຖືປະເພນີ ທີ່ມີຕົ້ນກໍາເນີດມາຈາກຈີນ. ສໍາລັບນັກສຶກສາລາວນັ້ນ ກໍໄດ້ມີ ການສະຫລອງປີໃໝ່ນີ້ເຊັ່ນ​ກັນ ຊຶ່ງທາງໂຮງຮຽນຂອງເຂົາເຈົ້າເປັນ​ຜູ້ຈັດໃຫ້. ນຶ່ງໃນປະ ເພນີອັນສໍາຄັນສໍາລັບປີ ໃໝ່ນີ້ ກໍແມ່ນການແຈກຢາຍເງິນ ຂອງຜູ້ອະວຸໂສກວ່າໃຫ້ແກ່
ລູກຫລານ ຫລືຜູ້ນ້ອຍກວ່າ ແມ່ນແຕ່ມະຫາວິທະຍາໄລສ່ວນໃຫຍ່ ກໍມັກຈະແຈກເງິນ ໃຫ້ແກ່ນັກສຶກສາລວມທັງນັກສຶກສາລາວອີກດ້ວຍ ເພື່ອເປັນຂອງຂວັນປີໃໝ່ນອກຈາກ ເຂົ້າຕົ້ມຫວຽດນາມແລ້ວ ດັ່ງທີ່ນາງໜິງ ນັດຕະຊາ, ນັກສຶກສາລາວ ທີ່ມະຫາວິທະຍາໄລ ແພດສາດຂອງແຂວງແທັງຮົວຊຶ່ງມີຊາຍແດນຕິດກັບແຂວງຫົວພັນ ແລະຢູ່ໃຕ້ນະຄອນ ຫລວງຮາໂນ່ຍລົງໄປໜ້ອຍນຶ່ງເລົ່າສູ່ຟັງວ່າ:

Your browser doesn’t support HTML5

ສຽງ​ນາງ​ໜິງ ກ່ຽວ​ກັບ​ການ​ສະ​ຫລອງ​ບຸນ​ປີ​ໃໝ່​ຫວຽດ​ນາ​ມ

ນ. ຄ​ຳ​ມີ (ນັ່ງ​ເຄິ່ງ​ກາງ) ຖ່າຍຮູບ​ຮ່ວມ​ນັກ​ສຶກ​ສາລາວ ແລະ​ຫວຽດ​ນາມ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ​ ໃນ​ໂອ​ກາດສະ​ຫລອງ​ບຸນ​ປີ​ໃໝ່​ຫວຽດ​ນາມປີນີ້

ແຕ່ຈໍານວນເງິນທີ່ແຈກໃຫ້ນີ້ ຈະແຕກຕ່າງກັນໄປ ຂຶ້ນກັບຄວາມສາມາດທາງດ້ານການ
ເງິນ ຂອງມະຫາວິທະຍາໄລ ດັ່ງທີ່ນາງຄໍາມີ ສົມວິໄຊທີ່ເປັນນັກສຶກສາໃນມະຫາວິທະຍາ
ໄລການຄ້າ ຕ່າງປະເທດ ໃນນະຄອນຫລວງຮາໂນ່ຍ ຊຶ່ງເປັນໂຮງຮຽນທີ່ມີຊື່ສຽງໂດ່ງດັງ
ແຫ່ງນຶ່ງຂອງຫວຽດນາມເລົ່າສູ່ຟັງວ່າ:

Your browser doesn’t support HTML5

​ສຽງ​ນາງ​ຄຳ​ມີ ກ່ຽວ​ກັບ​ການ​ແຈກ​ເງິນ​ຂອງ​ຂວັນ​ປີ​ໃໝ່​ໃຫ້​ນັກ​ສຶກ​ສາ​ລາວ

ອັດຕາແລກປ່ຽນໂດຍລວມ 100,000 ດົງກໍເທົ່າກັບປະມານ 4.42 ໂດລາຫລື ເກືອບ
ຮອດ 50,000 ກີບ ຊຶ່ງກໍອາດບໍ່ຫລາຍແຕ່ກໍເຮັດໃຫ້ນັກສຶກສາໂດຍລວມ ແລ້ວດີໃຈທີ່
ໄດ້ຮັບຂອງຂວັນປີໃໝ່ແບບນີ້, ອີງຕາມນາງຄໍາມີ.

ນອກນັ້ນແລ້ວ ສໍາລັບໂຮງຮຽນທີ່ຢູ່ໃນແຂວງນ້ອຍໆ ເຊັ່ນ ແຂວງແທງຮົວ ກໍມັກມີກິດຈະ ກໍາເຝົ້າໝໍ້ເຂົາຕົ້ມຕະຫລອດຄືນຮ່ວມກັນຂອງນັກສຶກສາລາວ ແລະ ຫວຽດນາມປະກອບ
ໄປກັບການເສບ ແລະຮ້ອງເພັງໄປນໍາເພື່ອຄວາມມ່ວນຊື່ນ ແລະ ແນ່ນອນເພື່ອປ້ອງກັນ ການແຜ່ນລະບາດຂອງໂຄວິດທຸກຄົນກໍຍັງຕ້ອງຮັກສາໄລຍະຢູ່ຫ່າງກັນ ແລະໃສ່ໜ້າກາກ.

ໃນແຕ່ລະປີລາວສົ່ງນັກສຶກສາອອກໄປຮຽນຢູ່ 37 ປະເທດ ໃນທົ່ວໂລກ ແລະຫວຽດນາມ ເປັນປະເທດທີ່ມີປະຫວັດອັນຍາວນານ ໃນການຮັບເອົານັກສຶກສາລາວ ໄປຮຽນຫລາຍ ກວ່າປະເທດໃດໝົດ ຊຶ່ງມີປະມານ 500 ຄົນຕໍ່ປີ ຊຶ່ງບໍ່ ລວມພວກທີ່ໄປຮຽນໃນທຶນຂອງ
ທະຫານ ແລະຕໍາຫລວດ. ພວກນັກສຶກສາເຫລົ່ານີ້ຮຽນຢູ່ໃນ 72 ມະຫາວິທະຍາໄລ ແຕ່ເໜືອຕະຫລອດ ໃຕ້ຂອງຫວຽດ ນາມ, ອີງຕາມເວັບໄຊຂອງກະຊວງສຶກສາ ແລະ ກິລາຂອງລາວ.