ປະມຸກຫວຽດນາມ ຈະຢ້ຽມຢາມ ສະຫະລັດ ໃນວັນພະຫັດ ມື້ອື່ນ

  • Marianne Brown

ທ່ານ Truong Tan Sang ປະທານປະເທດຫວຽດນາມ ຖ່າຍຮູບ ກັບປະທານາທິບໍດີ ໂອບາມາ ໃນກອງປະຊຸມສຸດຍອດ APEC ທີ່ຮາວາຍ ເມື່ອເດືອນພະຈິກ ປີ 2011.

ທ່ານ Truong Tan Sang ປະທານປະເທດຫວຽດນາມ ໄດ້ຖືກ
ເຊື້ອເຊີນມາ​ຍັງວໍຊິງຕັນ ເພື່ອພົບປະກັບປະທານາທິບໍດີສະຫະ
ລັດ ທ່ານ ບາຣັກ ໂອບາມາ ໃນວັນທີ 25 ກໍລະກົດນີ້. ຂ່າວການ
ຢ້ຽມຢາມດັ່ງ ກ່າວນີ້ ມີຂຶ້ນໃນຂະນະການດໍາເນີນຄະດີທະນາຍ
ຄວາມຄົນນຶ່ງທີ່ຄັດຄ້ານ ລັດຖະບານ ເນັ້ນຢໍ້າ​ໃຫ້​ເຫັນເຖິງບັນ ຫາສິດທິມະນຸດຢູ່ໃນປະເທດຄອມມີວນີສແຫ່ງນີ້. Marianne
Brown ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວ​ກັບ ເລຶ່ອງນີ້ຈາກນະ
ຄອນຫຼວງຮາໂນ່ຍ ຊຶ່ງທອງປານຈະນໍາມາສະເໝີທ່ານ ໃນອັນ
ດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບ ສະຫະລັດແລະຫວຽດນາມ


ທ່ານ Truong Tan Sang ປະມຸກຂອງປະເທດຫວຽດນາມ
ໄດ້ຖືກເຊື້ອເຊີນ ໃຫ້ມາ ພົບ ປະກັບ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຢູ່ທີ່ທໍານຽບຂາວ ຊຶ່ງເປັນການຢ້ຽມຢາມສະຫະລັດເທື່ອທໍາອິດ ຂອງປະມຸກຫວຽດນາມ
ຄົນ​ນຶ່ງ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ.

Carl Thayer ນັກວິເຄາະດ້ານການປ້ອງກັນ ແລະເປັນອາຈານສອນ ປະຈໍາມະຫາ ວິທະຍາໄລ New South Wales ໃນປະເທດອອສເຕຣເລຍ ເວົ້າວ່າ ເຖິງແມ່ນຫວຽດ ນາມໄດ້ພະຍາຍາມກົດດັນສະຫະລັດ ສໍາລັບການ ຢ້ຽມຢາມຄັ້ງນີ້ມາໄດ້ດົນກວ່ານຶ່ງປີ ແລ້ວກໍຕາມ ແຕ່ປະກົດວ່າການຕັດສິນໃຈອອກ​ຄໍາ​ເຊື້ອ​ເຊີນ ​ໄດ້​ມີ​ຂຶ້ນ​ໃນນາທີສຸດທ້າຍ.

ທ່ານ ເທເອີ ເວົ້າວ່າ: “ທ່ານ ຈອນ ແຄຣີ ​ໄດ້ມີກໍານົດວ່າຈະໄປຢ້ຽມຢາມຫວຽດ ນາມໃນເດືອນກໍລະກົດນີ້ ແຕ່ຂ້ອງຄາດ່ວນກັບຊີເຣຍ ແລະຝ່າຍ ຫວຽດນາມ
ກໍເວົ້າວ່າ ພວກເຂົາເຈົ້າຍັງບໍ່ໄດ້ຍິນຄໍາຕອບຫຍັງຈາກຝ່າຍອາ ເມຣິກາ ກໍ​ຄືບໍ່​ມີຫຍັງເກີດຂຶ້ນຢູ່ທາງນັ້ນ ແຕ່ໃນທັນທີທັນໃດ ກໍມີບາງສິ່ງ ບາງ​ຢ່າງເກີດຂຶ້ນ. ຂ້າພະເຈົ້າຄິດວ່າສ່ວນນຶ່ງ​ແມ່ນເປັນຍ້ອນການໄປຢ້ຽມ ຢາມຈີນຂອງປະທານ
Sang ຊຶ່ງ​ມັນ​ໄດ້​ສ້າງບັນຍາກາດໃນທາງບວກ ຂຶ້ນຫຼາຍສົມຄວນ ສໍາລັບ​ການ​
ຢ້ຽມຢາມ.”


ທ່າທີການທູດຂອງຫວຽດນາມແມ່ນຮັກສາການສ້າງຄວາມສົມດຸນກັນຢ່າງລະມັດລະວັງ
ລະຫວ່າງສະຫະລັດກັບຈີນ ໂດຍສະເພາະ​ໃນເລຶ່ອງທີ່ກ່ຽວກັບການອ້າງເອົາກໍາມະສິດ​
ໃນເຂດນໍ້າແດນດິນ​ ໃນເຂດທະເລຈີນໃຕ້ຂອງ ຈີນນັ້ນ.

ໃນລະຫວ່າງການຢ້ຽມຢາມປັກກິ່ງຂອງທ່ານປະທານ Sang ເມື່ອເດືອນແລ້ວ​ນີ້ ປະເທດ
ຄອມມີວນີສທັງສອງ​ໄດ້ຕົກລົງກັນ ທີ່ຈະຕິດຕັ້ງໂທລະສັບ ສາຍກົງສຸກເສີນຂຶ້ນມາ ເພື່ອ
ຊ່ວຍແກ້ໄຂຢ່າງວ່ອງໄວ ບັນຫາຂັດແຍ້ງກັນເລື້ອງເຂດນໍ້າແດນດິນ ທີ່​ໄດ້​ເຮັດ​ໃຫ້ຄວາມ
ສໍາພັນລະຫວ່າງທັງສອງປະເທດເຄ່ງຕຶງຂຶ້ນ ເປັນບາງຄັ້ງບາງຄາວນັ້ນ.

ສະຫະລັດ ເປັນພາຄີການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ຮອງລົງ​ມາຈາກຈີນ ແລະ ທັງສອງປະເທດກໍໄດ້ເພີ່ມທະວີການເຈລະຈາລະຫວ່າງກອງ ທັບຕໍ່ກອງທັບກັນຂຶ້ນ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້. ແຕ່ກໍປະກົດວ່າ ຍັງມີຄວາມເຫັນແຕກຕ່າງກັນຢູ່ຕໍ່ມາ ກ່ຽວກັບການຄັດຄ້ານຂອງສະຫະລັດຕໍ່ ປະຫວັດດ້ານສິດທີມະນຸດຂອງຫວຽດນາມນັ້ນ.

ເມື່ອສອງອາທິດຜ່ານມາ ເຈົ້າໜ້າທີ່ຫວຽດນາມໄດ້ເລື່ອນການດໍາເນີນຄະດີທະນາຍຄວາມ
Le Quoc Quan ຜູ້ຄັດຄ້ານລັດຖະບານ ອອກໄປຢ່າງບໍ່ມີກໍານົດ. ທະນາຍ Quan ຜູ້ຂຽນຄວາມ​ເຫັນລົງເວັບໄຊ້ທີ່ກ້າປາກກ້າເວົ້າ ເປັນນຶ່ງ​ໃນ​ບັນດາຜູ້ສະໜັບສະໜຸນດ້ານ
ສິດທິມະນຸດ ທີ່​ແຂງ​ຂັນຫ້າວຫັນ ທີ່ສຸດຂອງຫວຽດນາມ. ທ່ານ ເທເອີ ກ່າວວ່າ ປະເດັນ
ການເລື່ອນເວລາດໍາເນີນຄະດີດັ່ງກ່າວ ແລະການມາຢ້ຽມຢາມສະຫະລັດຂອງທ່ານປະທານ
Sang ອາດມີ​ສ່ວນກ່ຽວຂ້ອງກັນ.

ທ່ານ ເທເອີ ເວົ້າວ່າ: “ມັນຈະເບິ່ງຄືວ່າ ການເລື່ອນເວລາການດໍາເນີນຄະດີ ກັບ ການໄປຢ້ຽມຢາມສະຫະລັດຂອງທ່ານປະທານ Sang ອາດກ່ຽວຂ້ອງ ກັນໄດ້.
ຂ້າພະເຈົ້າເດົາວ່າ ມັນໜ້າຈະເປັນດັ່ງນັ້ນ. ບາດແລ້ວ ຫຼັງຈາກນັ້ນ ຫວຽດນາມ ກໍມີໂອກາດທີ່ຈະຕັດສິນໃຈ ວ່າ​ຈະ​ເຮັດແນວໃດ.”

ທະນາຍ Quan ໄວສີ່ສິບເອັດປີ ໄດ້ຂຽນເລຶ່ອງລົງໃນເວັບໄຊ້ ແລະກໍໄດ້ ປະກອບສ່ວນ ໃນການເດີນຂະບວນປະທ້ວງຈີນຫຼາຍໆບັ້ນ ໃນນະຄອນຫຼວງ ຮາໂນ່ຍ. ສື່ມວນຊົນຕ່າງ ປະເທດມັກ​ຈະເອົາຄວາມເວົ້າຂອງ​ຜູ້ກ່ຽວໃນ​ເລື້ອງ ບັນຫາສິດທິມະນຸດຢູ່​ຫວຽດນາມ ໄປເວົ້າ​ຢູ່​ເລື້ອຍໆ.

ໃນປີ 2006 ທະນາຍ Quan ໄດ້ໃຊ້ເວລາຢູ່ວໍຊິງຕັນດີຊີ ເປັນເວລາ 5 ເດືອນ ທໍາການ ຄົ້ນຄວ້າດ້ານສັງຄົມພົນລະເຣືອນ ພາຍໃຕ້ທຶນ​ຂອງ​ອົງການ National Endown ment for Democracy. ຜູ້ກ່ຽວຖືກຈັບກຸມ ຫຼັງຈາກ ກັບຄືນ​ເມືອຫວຽດນາມໄດ້ສີ່ມື້ ແລະກໍໄດ້ຖືກປ່ອຍຕົວ ໃນຫຼາຍເດືອນຕໍ່ມາ.

ກ່ອນ​ຖືກ​ຈັບກຸມ​ໃນ​ເດືອນ​ທັນວາ​ຜ່ານ​ມາ​ນັ້ນ ທະນາຍ Quan ໄດ້ຈົ່ມທຸກວ່າ ຕໍາຫຼວດ ທໍາການກໍ່ກວນຮາວີລາວແລະຄອບຄົວ ຫຼາຍຂຶ້ນ​ເລື້ອຍໆ.

ທະນາຍ Quan ຖືກກ່າວຫາວ່າ ຫຼີກລ່ຽງພາສີ ອັນເປັນຂໍ້ຫາທີ່ພາ​ໃຫ້ຖືກ ລົງໂທດຈໍາຄຸກ ຮອດເຈັດປີ​ໄດ້. ອົງການສິ້ງຊອມສິດທິມະນຸດ Human Rights Watch ​ເອີ້ນຂໍ້ຫາ ດັ່ງ ກ່າວນັ້ນວ່າ ​ເປັນ​ຂໍ້​ຫາ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ.

Le Dinh Quan ນ້ອງຊາຍຂອງລາວ ກໍຖືກຈັບກຸມໃນເດືອນຕຸລາປີຜ່ານມາ ໃນຂໍ້ຫາ ແບບດຽວກັນ.

((ສຽງ))
ເມື່ອຄືນ​ວັນອາທິດ ທີ 10 ​ເດືອນ​ນີ້ ຢູ່ນະຄອນຫຼວງຮາໂນ່ຍ ປະຊາຊົນ ຫຼາຍຮ້ອຍຄົນ ພາກັນໄປໂຮມຊຸມນຸມໄຕ້ທຽນ​ໄຂ ເພື່ອສະແດງການສະໜັບ ສະໜຸນ ຕໍ່ທະນາຍ Quan ຊຶ່ງໃນຈໍານວນນັ້ນ ກໍມີແມ່ Nguyen Thi Tram ຂອງຜູ້ກ່ຽວ ເຂົ້າຮ່ວມນໍາ.

((ສຽງ..))
ນາງ Tram ເວົ້າວ່າ ເຈົ້າໜ້າທີ່ຫວຽດນາມຍັງບໍ່ໄດ້ອະນຸຍາດໃຫ້ນາງໄປຢ້ຽມ ຫຼືໂອ້ລົມ ກັບລູກຊາຍສອງຄົນ​ເລີຍ ນັບຕັ້ງແຕ່ພວກເຂົາເຈົ້າຖືກກັກຂັງ ເປັນຕົ້ນມາ.

ຄາດວ່າ ​ເລື້ອງການຄ້າແລະບັນຫາຂໍ້ຂັດແຍ້ງກັນ​ໃນເຂດທະເລຈີນໃຕ້ ຈະເປັນຫົວຂໍ້
ປະຊຸມອັນ​ດັບສູງສຸດ ຢູ່ວໍຊິງຕັນ. ແຕ່​ເຖິງ​ຢ່າງ​ໃດ ທັງສອງ ຝ່າຍກໍບໍ່ສາມາດທີ່ຈະຫຼີກລ່ຽງ
ບໍ່ເວົ້າ​ເຖິງເລື້ອງສິດທິມະນຸດ ທີ່​ເປັນບັນຫາ​ ບໍ່​ລົງ​ຮອຍກັນນັ້ນໄດ້.