ຫວຽດນາມຕ້ອນຮັບ ກຳປັ່ນລົບສະຫະລັດ ທີ່ເດີນທາງໄປຮ່ວມຝຶກແອບ

  • ໄພສານ ວໍຣະຈັກ

ຕຳຫຼວດຊາຍແດນຫວຽດນາມຄົນນຶ່ງ ໃຊ້ໂທລະສັບມືຖື ຂະນະທີ່ລາວຢືນຢູ່ຕໍ່ໜ້າກຳປັ່ນລົບສະຫະລັດ ທີ່ເຂົ້າຈອດ ຢູ່ທ່າ Tien Sa ໃນເມືອງດານັງ ທາງພາກກາງຂອງຫວຽດນາມ (15 ກໍລະກົດ 2011)

ຫວຽດນາມຕ້ອນຮັບກຳປັ່ນລົບຂອງສະຫະລັດ 3 ລຳທີ່ແລ່ນເຂົ້າໄປໃນເຂດນ່ານນໍ້າຂອງຕົນ
ໃນວັນສຸກມື້ນີ້ ຕາມໝາຍກຳນົດຂອງການແວ່ຢ້ຽມຢາມແລະການຝຶກແອບຮ່ວມກັນ.

ສະຖານທູດສະຫະລັດ ກ່າວໃນຖະແຫຼງຂ່າວສະບັບນຶ່ງວ່າ ທັງສອງຝ່າຍຈະທຳການຝຶກແອບ
ຮ່ວມກັນເປັນເວລາ 7 ມື້ ທີ່ພົວພັນກັບການເດີນເຮືອແລະການຄວບຄຸມຄວາມເສຍຫາຍຕະ ຫຼອດທັງການຝຶກແອບໃນການມຸດນໍ້າແລະການກູ້ເອົາເຮືອນຳດ້ວຍ. ແຕ່ຈະບໍ່ມີການຝຶກແອບ ກ່ຽວກັບການສູ້ລົບຮວມຢູ່ນຳແຕ່ຢ່າງໃດ.

ພວກເຈົ້າໜ້າທີ່ກ່າວວ່າການຢຸດແວ່ຂອງກຳປັ່ນລົບສະຫະລັດໄດ້ມີໝາຍກຳນົດລ່ວງໜ້າມາດົນ
ແລ້ວແຕ່ມີຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງຈີນແລະຫວຽດນາມພວມເພີ່ມທະວີຂຶ້ນກ່ຽວ ກັບບັນຫາຂັດແຍ້ງໃນເລື່ອງເຂດນໍ້າແດນດິນຢູ່ໃນບໍລິເວນທະເລຈີນໃຕ້ທີ່ອຸດົມສົມບູນໄປດ້ວຍ
ຊັບພະຍາກອນນັ້ນ.

ກອງທັບຈີນໄດ້ຕຳໜິຕິຕຽນສະຫະລັດຢ່າງແຮງໃນມື້ວັນຈັນຜ່ານມາທີ່ຈະດຳເນີນຕໍ່ໄປໃນການ
ຝຶກແອບຮ່ວມກັບຫວຽດນາມ.

ຈີນ ຟີລິບປິນ ມາເລເຊຍ ບຣູນາຍ ຫວຽດນາມ ແລະໃຕ້ຫວັນ ຕ່າງກໍອ້າງເອົາກຳມະສິດໃນ
ດິນ ແດນຢູ່ໃນເຂດທະເລຈີນໃຕ້.