ຫວຽດນາມ ຮຽກຮ້ອງໃຫ້ ສະຫະລັດ ​ຍົກ​ເລີກ​ ການ​​ຫ້າມ​ຂາຍ​ອາວຸດ ​

ເຈົ້າໜ້າທີ່ຫວຽດນາມ ລາດຕະເວນໃນຝັ່ງທະເລຈີນໃຕ້, 14 ພຶດສະພາ, 2014.

ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ ສະຫະ ລັດທ່ານ​ບາຣັກ ​ໂອ​ບາ​ມາ ​ໃຫ້​ຍົກ​ເລີກ​ການຫ້າມ​ຂາຍ​ອາວຸດ​ຮ້າຍ​ແຮງ ຕໍ່ຫວຽດ ນາມ ​ທີ່​ຕັ້ງຢູ່​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ​ນັ້ນ.

​ໃນ​ການ​ຖະ​ແຫຼງທີ່​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ສົງຄາມ​ຫວຽດນາມທີ່ນະຄອນ Austin ລັດ Texas ຫວ່າງ​ມໍ່ໆ​ມາ​ນີ້ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ທ່ານ Pham Quang Vinh ​ໄດ້​ກ່າວ​ວ່າ ​ແຜນການ​ຢ້ຽມຢາມ​ຫວຽດນາມ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ​ໃນ​ເດືອນ​ນີ້ ມີ​ແຕ່ໄດ້​ເນັ້ນຢ້ຳ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງຂອງສາຍ​ພົວພັນ​ລະຫວ່າງ ​ສະຫະລັດ ​ແລະ​ຫວຽດນາມ ​ແລະ​ວ່າ ການຍົກ​ເລີກການ​ເກືອດ​ຫ້າມ​ທັງ​ໝົດ ​ຄວນຈະ​ສະທ້ອນ​ໃຫ້​ເຫັນ ​ເຖິງ​ລະດັບຂອງ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ດັ່ງກ່າວ.

ທ່ານ Vinh ກ່າວ​ວ່າ “ທຸກ​ມື້​ນີ້ ​ຫວຽດນາມ​ແລະສະຫະລັດ ມີ​ພື້ນຖານທີ່​ໝັ້ນຄົງ​ໃນການ​ເປັນ​ພາຄີອັນ​ເຂັ້ມ​ແຂງ​ຊຶ່ງ​ກັນ​ແລະ​ກັນ. ຫວຽດນາມ ຂໍຮຽກຮ້ອງ​ໃຫ້​ສະຫະລັດ ຍົກ​ເລີກ​ການ ​ຫ້າມ​ຂາຍ​ອາ​ວຸດ​ທັງ​ໝົດ ​ເພາະ​ຫວຽດນາມ ​ເຊື່ອ​ວ່າ ສິ່ງ​ກີດຂວາງໃນ​ອະດີດ ທີ່ວ່າ​ນີ້ ຄວນ​ ​ຈະ​ຖືກ​ຍົກເລີກ ​ເພື່ອ​ສະທ້ອນ​ໃຫ້​ເຫັນ​ເຖິງ​ການມີສາຍ​ພົວພັນ​ແບບ​ປົກກະຕິ ທີ່ໄດ້​ເລີ້ມ​ຂຶ້ນເມື່ອສອງ​ທົດ​ສະ​ວັດຜ່ານ​ມາ​ນັ້ນ ​ແລະລະດັບ​ສາຍ​ພົວພັນຂອງ​ການ​ເປັນ​ພາຄີ​ຢ່າງ​ເຕັມທີ່​ໃນ​ປັດຈຸບັນ.”

ທ່ານ Pham Quang Vinh, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດ ພົບກັບທ່ານນາງ Luci Baines Johnson, ລູກສາວອະດີດປະທານາທິບໍດີສະຫະລັດ ທ່ານ Lyndon B. Johnson, ໃນ ກອງປະຊຸມ ສົງຄາມຫວຽດນາມ ໃນຫໍສະມຸດ LBJ ໃນ Austin, ລັດ Texas, 28 ເມສາ, 2016.

​ໃນ​ວັນ​ທີ່​ທ່ານ Vinh ​ໄດ້​ກ່າວ​ຖະ​ແຫຼ​ງນັ້ນ ທ່ານ Ash Carter ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ກ່າວ​ຕໍ່ ກອງ​ປະຊຸມ​ຄະນະ​ກຳມະການກອງທັບ​ຂອງ​ສະພາສະຫະລັດ ວ່າທ່ານ​ຈະ​ສະໜັບ​ສະນຸນ​ໃນ​ການ​ຍົກ​ເລີກ​ຂໍ້​ຈຳກັດການ​ຂາຍ​ອາວຸດ​ໃຫ້​ຫວຽດນາມ.

ສະຫະລັດ ​ແມ່ນ​ໄດ້​ຍົກ​ເລີກ​ບາງສ່ວນ​ຂອງ​ຂໍ້​ຫ້າມ​ທີ່​ມີ​ມາ​ເປັນ​ເວລາ​ 3 ທົດ​ສະວັດ ​ໃນ​ການ ຫ້າມ​ຂາຍອາ​ວຸດ​ໃຫ້​ຫວຽດນາມ ໃນເດືອນ​ຕຸລາ ປີ 2014 ບໍ່​ດົນ ຫຼັງ​ຈາກລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Pham Binh Minh ຜູ້​ຊຶ່ງ​ກຳ​ຕຳ​ແໜ່​ງຮອງ​ນາຍົກລັດຖະ ມົນຕີ ຢູ່​ໃນ​ຂະນະ​ນັ້ນ ​ໄດ້ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ. ການ​ປ່ຽນ​ແປງ​ນະ​ໂຍບາຍ​ທີ່​ວ່າ​ນີ້ ​ໄດ້ພາ​ໃຫ້​ມີ​ການ​ຕຳ​ໜິ ຕິຕຽນ ຈາກ​ກຸ່ມ​ປົດ​ປ້ອງ​ສິດທິ​ມະນຸດຕ່າງໆ ຮວມທັງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Right Watch ​ທີ່​ມີ​ສຳນັກງານ​ທີ່​ນະຄອນ​ນິວຢ້ອກ ທີ່​ໄດ້​ທຳການ​ປະ​ທ້ວງມາ​ເປັນ​ເວລາ​ດົນ ນານ​ແລ້ວ​ໃນ​ການ​ປະຕິບັດ​ຂອງ​ຮາ​ໂນ້ຍ ຕໍ່​ກຸ່ມ​ຝ່າຍ​ຄ້າ​ນ​ ​ພວກ​ຊົນ​ກຸ່ມ​ນ້ອຍ ​ແລະຜູ້ນຳ​ທາງ​ສະສະ​ໜາ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ