ຫວຽດນາມ ໃຫ້ສັນຍານ ການຢືນຢັດ ທີ່ນຸ້ມ ນວນກວ່າເກົ່າ ກ່ຽວກັບ ບັນຫາທະເລຈີນໃຕ້

ເຈົ້າໜ້າທີ່ຍາມຊາຍຝັ່ງຂອງ ຫວຽດນາມ ຄົນໜຶ່ງເວົ້າໃສ່ໂທລະສັບວິທະຍຸ ໃນຂະນະທີ່ລາວຕິດຕາມເຮືອຂອງ ຈີນ ໃນທະເລຈີນໃຕ້. ປະມານ 210 ກມ ຈາກຊາຍຝັ່ງຂອງປະເທດ ຫວຽດນາມ.

ຫວຽດນາມ ໄດ້ສະແດງໃຫ້ເຫັນສັນຍານຂອງແນວທາງທີ່ນຸ້ມນວນ ຂອງພວກເຂົາເຈົ້າ ຕໍ່ຈີນ ກ່ຽວກັບຄວາມຂັດແຍ້ງທາງທະເລທີ່ມີຄວາມຂົມຂື່ນ​ ເຊິ່ງການເຄື່ອນໄຫວດັ່ງກ່າວ ໄດ້ຖືກຕ້ອນຮັບ ໂດຍບັນດາຜູ້ນຳທີ່ຮູ້ສຶກ​ບໍ່ສະບາຍ​ໃຈ​ຂອງ ຈີນ ໃນຂະນະທີ່ພວກເຂົາເຈົ້າ ສາມາດສ້າງຄວາມດຸ່ນດ່ຽງ ດ້ານນະໂຍບາຍການຕ່າງປະເທດຂອງ ຮາໂນ່ຍ ອອກຈາກ ວໍຊິງຕັນ ໃນເວລາທີ່ກຳລັງພະຍາຍາມເຮັດໃຫ້ການຂັດແຍ່ງທີ່ມີມາຫຼາຍທົດສະວັດເຢັນ ລົງ.

ໃນວັນເສົາທີ່ຜ່ານມາ ປັກກິ່ງ ແລະ ຮາໂນ່ຍ ໄດ້ອອກຖະແຫຼງການສະບັບໜຶ່ງ ທີ່ສະເໜີໃຫ້ ມີການເຈລະຈາກັນ ກ່ຽວກັບການອ້າງກຳມະ ສິດທີ່ມີຄວາມຂັດແຍ້ງກັນໃນທະເລຈີນໃຕ້ ຂອງພວກເຂົາເຈົ້າ, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານຈາກທັງສອງປະ ເທດ. ລາຍງານກ່າວວ່າ ນອກ​ນັ້ນທັງສອງຝ່າຍຍັງຈະຫາທາງແກ້ໄຂໄລຍະສັ້ນ ທີ່ຫຼີກລ່ຽງ ການໃສ່ຮ້າຍປ້າຍສີທ່າ​ທີທາງການເມືອງຂອງທັງສອງປະເທດ.

ການຮ່ວມມືກັບ ຈີນ ຈະກຳຈັດຜູ້ຄັດຄ້ານທີ່ມີຄວາມຂັດແຍ້ງຫຼາຍທີ່ສຸດ ຕໍ່ການຂະຫຍາຍ ເຂດນ້ຳແດນດິນໃນທະເລຈີນໃຕ້ຂອງ ປັກກິ່ງ. ອີກ 4 ປະເທດໄດ້ອ້າງ​ເອົາກຳມະສິດໃນ ທະ​ເລ​ຈີນ​ໃຕ້ເຊິ່ງອຸດົມສົມບູນ​ໄປ​ດ້ວຍປາ ແລະ ອາດຈະມີບໍ່ນ້ຳມັນອີກດ້ວຍ. ຕາມປົກກະ ຕິແລ້ວ ພວກເຂົາ ເຈົ້າຈະມິດງຽບ ກ່ຽວກັບການຝຶກຊ້ອມການທະຫານ ແລະ ບຸກເບີກຖົມ ດິນ​ຢູ່​ຕາມໝູ່ເກາະນ້ອຍໆທີ່ມີຄວາມຂັດແຍ້ງກັນຂອງ ປັກກິ່ງ.

ທ່ານ Frederick Burke, ທີ່ເປັນຄູ່ຮ່ວມງານກັບບໍລິສັດກົດໝາຍລະ ຫວ່າງປະເທດ Baker & McKenzie ທີ່ມີຫ້ອງການ ຕັ້ງຢູ່ນະຄອນ ໂຮຈິມິນ ໄດ້ກ່າວວ່າ ສາຍພົວພັນ ຈີນ-ຫວຽດນາມທີ່ມີຄວາມເປັນມິດຫຼາຍຂຶ້ນ ຍັງຈະຊ່ວຍປົກປ້ອງເສັ້ນທາງການຂົນສົ່ງ ທາງທະເລ ທີ່ນຳເອົາສິນຄ້າສົ່ງອອກຈາກເອເຊຍ ໄປຫາຕະຫຼາດແຫ່ງຕ່າງໆໃນປະເທດ ຕາເວັນຕົກ ແລະ ເຮັດໃຫ້ອຸດສາຫະກຳ ການ​ຫາ​ປາ​ ເພື່ອ​ການ​ຄ້າ ມີຄວາມປອດໄພຕື່ມ ຂຶ້ນ ສຳລັບປະຊາຊົນຫຼາຍລ້ານຄົນຜູ້ທີ່ເພິ່ງພາອາໄສມັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ