ຜູ້ນຳພັກຄອມມີວນິສຫວຽດນາມ ຈະມີອຳນາດສູງຢ່າງບໍ່ເຄີຍມີມາກ່ອນ ໃນການຮັກສາ
ສາຍພົວພັນອັນໝັ້ນຄົງກັບຈີນ ແຕ່ວ່າ ຍັງສືບຕໍ່ມີການພົວພັນທາງການຄ້າ ແລະຄວາມ
ໝັ້ນຄົງຢ່າງແຂງແກ່ນຂຶ້ນ ກັບສະຫະລັດ ໃນຂະນະທີ່ທ່ານປະຕິບັດພາລະໜ້າທີ່ ເປັນ
ປະທານປະເທດຄົນໃໝ່ຂອງຊາດ.
ພວກສະມາຊິກສະພາໃນນະຄອນຮາໂນ່ຍ ໄດ້ຮັບຮອງເອົາທ່ານ ຫງວຽນ ຟູ ຈອງ ທີ່ເປັນ
ເລຂາທິການໃຫຍ່ຂອງພັກຄອມມີວນິສນັ້ນ ໃຫ້ເປັນປະທານປະເທດ ໃນວັນອັງຄານທີ່
ຜ່ານມານີ້. ທ່ານໄດ້ຂຶ້ນກຳຕຳແໜ່ງ ແທນທ່ານ ເຈິນ ດາຍ ກວາງ, ຜູ້ນຳທີ່ຖ່ອມຕົວ ທີ່ມີ
ພື້ນຖານມາຈາກການເປັນຕຳຫລວດ, ພາຍຫລັງທີ່ທ່ານ ກວາງໄດ້ເສຍຊີວິດໄປໃນເດືອນ
ແລ້ວນີ້ ຍ້ອນການເຈັບປ່ວຍ ເປັນເວລາດົນນານ. ທ່ານ ຈອງ ມີກຳນົດທີ່ຈະປະຕິບັດພາ
ລະກິດເປັນປະທານ ປະເທດຢ່າງໜ້ອຍກໍຮອດປີ 2021.
ທ່ານ ສີ ຈິ້ນ ຜິງ, ປະທານປະເທດຈີນ (ໜ້າ) ຖ່າຍຮູບຮ່ວມກັບທ່ານ ຫງວຽນ ຟູ ຈອງ, ເລຂາທິການໃຫຍ່ຂອງພັກຄອມມີວນິສ ຫວຽດນາມ ໃນຕອນທີ່ພວກເພິ່ນຖ່າຍຮູບລວມກັນກັບພວກຊາວໜຸ່ມຫວຽດນາມ ແລະຈີນ ທີ່ຫໍປະຊຸມໃຫຍ່ຂອງປະຊາຊົນ ໃນນະຄອນປັກກິ່ງ ໃນວັນທີ 7 ເມສາ 2015
ການມີບົດບາດສອງຢ່າງພ້ອມກັນ ຄືທັງເປັນປະທານປະເທດ ແລະເປັນຫົວໜ້າພັກຈະ
ເຮັດໃຫ້ທ່ານໃຊ້ປະສົບການທາງການເມືອງອັນຫລວງຫລາຍຂອງທ່ານ ເຂົ້າໃນການດຳ
ເນີນນະໂຍບາຍຕ່າງປະເທດ ແລະເສດຖະກິດ, ອີງຕາມຊ່ຽວຊານກ່ຽວກັບຫວຽດນາມ.
ພວກຊາວບ້ານພາກັນແກ່ເຮືອລຳນຶ່ງຂຶ້ນຝັ່ງ ຢູ່ແຂວງແທງຮົວ ທາງພາກເໜືອຂອງຫວຽດນາມ ໃນວັນທີ 14 ເມສາ 2017. ນັກທຸລະກິດຄົນນຶ່ງຄິດວ່າ ປະທານປະເທດຄົນໃໝ່ຄົງຈະນຳເອົາການປ່ຽນແປງໜ້ອຍນຶ່ງ ມາສູ່ຊີວິດຂອງທ່ານ.
ທ່ານ ອາດາມ ແມກຄາທີ, ຫົວໜ້ານັກເສດຖະສາດຢູ່ອົງການເສດຖະກິດຂອງຂົງເຂດແມ່
ນ້ຳຂອງ ຫລື Mekong Economics ໃນນະຄອນຮາໂນ່ຍ ເວົ້າວ່າ “ໂດຍການເປັນເລຂາ
ທິການໃຫຍ່ຂອງພັກ ມັນເປັນການຍາກທີ່ຈະຮູ້ໄດ້ວ່າ ພວກສາກົນຈະປະຕິບັດຕໍ່ທ່ານຄື
ແນວໃດ ແຕ່ວ່າ ການເປັນປະທານປະເທດ ທ່ານແມ່ນຖືກຮັບຮູ້, ພວກເຂົາເຈົ້າເຂົ້າໃຈ
ໂລດວ່າປະທານປະເທດເປັນຄືແນວໃດ.”
ທ່ານ ແມກຄາທີ ກ່າວເພີ້ມອີກ “ໂດຍການເປັນປະທານປະເທດ ແລະເລຂາທິການໃຫຍ່
ຂອງພັກ, ຄາດຫວັງກັນວ່າ ທ່ານຈະມີອຳນາດຫລາຍຂຶ້ນ ແລະເພາະສະນັ້ນ ຈະຖືກຖືວ່າ
ເປັນຜູ້ມີບົດບາດສູງຢ່າງຈິງຈັງຫລາຍຂຶ້ນກວ່າ ການທີ່ເປັນພຽງປະທານປະເທດເທົ່ານັ້ນ
ເມື່ອທ່ານໄປຢ້ຽມຢາມປະເທດອື່ນ.”