ອຸດສາຫະກຳປູກເຂົ້າ ຫວຽດນາມ ປະເຊີນກັບ ໄພຂົ່ມຂູ່ ຈາກການປ່ຽນແປງ ດິນຟ້າອາກາດ

ໄຮ່ນາປູກເຂົ້າຢູ່ຕາມເຈີ້ຍພູ ທີ່ເຫັນຢູ່ໃນລະດູເກັບກ່ຽວ ທີ່ເມືອງ Hoang Su Phi ທາງເໜືອນະຄອນຫລວງ Hanoi ປະເທດ ຫວຽດນາມ.

ລັດຖະບານ​ຫວຽດນາມ ​ກຳລັງ​ກາງ​ຕໍ່​ໃສ່​ການ​ປະຕິ​ຮູບ​ກະສິກຳ ຢູ່​ເຂດ​ທີ່​ມີການຜະລິດ​ເຂົ້າ ​ທີ່​ສຳຄັນສຸດ​ຂອງ​ປະ​ເທດ ​ເພື່ອຮັບ​ມື​ກັບ​ບັນຫາ​ທ້າ​ທາຍ​ຕ່າງໆ ໃນ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ແລະ​ການຖືກ​ລົບ​ກວນ​ຈາກການໄຫລ​ຂອງນ້ຳ ຢູ່ໃນ​ແມ່​ນໍ້າຂອງ.

ການ​ປະຕິ​ຮູບນີ້ ​ແມ່ນ​ແນ​ໃສ່​ເພື່ອ​ຜະ​ລິດເຂົ້າທີ່​ມີຄຸນ​ນະພາ​ບ​ສູງ​ຂຶ້ນ ທີ່​ສາມ​າດປັບ​ໂຕ​ກັບ
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ແລະ​ສົ່ງ​ເ​ສີມຜົນລະປູກທາງ​ເລືອກ​ ​ເພື່ອ​ຄໍ້າປະກັນ​ຄວາມ​ຍືນ​ຍົງ​ຢູ່​ໃນ​ເຂດ​ສາມຫລ່ຽມ​ປາກ​ແມ່​ນໍ້​າຂອງທີ່​ເປັນ​ບ່ອນຢູ່​ອາ​ໄສ​ຂອງຊາວ​ຫວຽດ ນາມ 18 ລ້ານຄົນ​ ຂອງ​ປະຊາກອນ​ທັງ​ໝົດ 94 ລ້ານ ຄົນນັ້ນ.

ຂົງ​ເຂດ​ດັ່ງກ່າວ ຊຶ່ງ​ຜະລິດເຂົ້າຫລາຍ​ກວ່າ​ເຄິ່ງຂອງຫວຽດນາມ​ແລະ​ລ້ຽງ​ດູຫຼາຍ ກ​ວ່າ 45 ລ້ານຄົນໃນ​ເອ​ເຊຍແມ່ນ​ກວມ​ເອົາ 13 ​ແຂວງ​ໃນ​ພາກໃຕ້​ຫວຽດນາມ ບ່ອນ​ທີ່​ແມ່​ນໍ້າຂອງ ​ໄຫລ​ຕົກ​ໃສ່​ທະ​ເລ​ຈີນ​ໃຕ້.

​ແມ່​ນໍ້າ​ຂອງ ຊຶ່ງ​ມີ​ແຫ​ລ່ງກຳ​ເນີ​ດມາ​ຈາກ​ພູພຽງທິ​ເບ​ດ ​ໄຫລ​ຜ່ານຫົກ​ປະ​ເທດ ທີ່​ມີ​ລວງ​ຍາວ 4,300 ກິ​ໂລ​ແມັດ​ ຈາກ​ຈີນ ມຽນມາ ລາວ ​ໄທ ​ແລະ​ກຳປູ​ເຈຍ ກ່ອນ​ຈະ​ເຖິງ​ຫວຽດນາມ.

ພວກຄົນງານກຳລັງຂົນເຂົ້າອອກຈາກ ເຄຶ່ອງຈັກເຫລື່ອນ ທີ່ເມືອງ, Tien Giang ປະເທດ Vietnam.

ໃນ​ຄວາມ​ເປັນ​ຫ່ວງ​ສູງ​ ກ່ຽວ​ກັບ​ອະນາ​ຄົດ​ ຂອງ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນ້ຳຂອງ​ ຫລັງ​ຈາກໄດ້ເກີດການ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ປີ​ນີ້ ທີ່​ເປັນ​ຜົນ​ເຮັດ​ໃຫ້ລະ​ດັບ​ນໍ້າ​ເຄັມ​ໃນ​ປະລິມານ​ສູງ​ຂຶ້ນໄຫລ​ເຂົ້າມາສູ່​ສາມຫຼ່ຽມ​ປາກ​ແມ່​ນໍ້າຂອງ​ນັ້ນ. ການ​ຜະລິດ​ເຂົ້າ​ໄດ້​ຫລຸດລົງ 1 ລ້ານ 1 ​ແສນ​ໂຕນ ອີງ​ຕາມ​ອົງການ​ອາຫານ ​ແລະ​ກະ​ເສດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື FAO.

ສາ​ສະ​ດາ​ຈານ Philip Hirsch ຈາກ​ມະຫາວິທະຍາ​ໄລ Sydney ກ່າວ​ວ່າ ຜົນ​ກະທົບ​ຈາກປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ ເປັນ​ຫລັກ​ຖານ​ຈາກສະພາບ​ອາກາດ​ທີ່ມີ​ຄວາມ​ຮ້າຍ​ແຮງເພີ້ມ​ຂຶ້ນ.

ທ່ານ Hirsch ສະມາຊິກ​ຄົນ​ນຶ່ງ ຈາກສະ​ຖາ​ບັນ​ວິ​ທະ​ຍາສາດ​ ດ້ານລະບົບ​ນິ​ເວດຂອງມະ ຫາວິທະຍາ​ໄລ ກ່າວ​ວ່າ​ “ການ​ປ່ຽ​ນ​ແປ​ງຂອງດິນ​ຟ້າ​ອາກາດ​ໂດຍ​ສະ​ເພາະລະດັບ​ນ້ຳທະ​ເລ​ທີ່ສູງ​ຂຶ້ນ ​ແ​ຕ່ຄວາມ​ຖີ່​ຂອງ​ລົມພາຍຸທີ່​ເພີ້ມຂຶ້ນ ​ແມ່ນ​ພາ​ໃຫ້​ເກີດ​ບັນຫາ​ຊັບຊ້ອນ​ຕໍ່ເຂດສາມຫລ່ຽມ​ປາກ​ແມ່​ນໍ້າຂອງ. ຄວາມ​ເປັນ​ຫ່ວງ​ໃຫຍ່ອັນ​ນຶ່ງ​ກໍຄືປະລິມານ​ແລະ​ໄລຍະ​ຂອງ​ນໍ້າເຄັມ ໄດ້​ໄຫລ​ເລິກ​ເຂົ້າ​ມາສູ່ສາ ຂາ​ຕ່າງໆ​ໃນ​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳຂອງ ອີກ​ຄັ້ງ​ນຶ່ງເປັນ​ໄພ​ຂົ່ມຂູ່ ​ຕໍ່ການ​ປູກ​ເຂົ້າ.”

ບັນດາ​ນັກ​ວິທະຍາ​ສາດ​ຂອງ​ສາກົນ ກຳລັງເຮັດ​ວຽກ​ຮ່ວມ​ກັບ​ເພື່ອນ​ຮ່ວ​ມງານ​ຫວຽດນາມ​ ຜ່ານທາງ​ອົງການ CLUES ຫລື ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ທີ່​ເປັນຜົນ​ກະທົບ​ຕໍ່​ການ​ໃຊ້ທີ່ດິນຢູ່ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳຂອງ ​ເພື່ອ​ຊອກ​ຫາຄຳ​ຕອບ​ຕໍ່​ບັນຫາ​ທີ່​ເພີ້​ມຂຶ້ນນີ້.

ລັດຖະບານ​ຫວຽດນາມ ​ກຳລັງ​ກາງ​ຕໍ່​ໃສ່​ການ​ປະຕິ​ຮູບ​ກະສິກຳ ຢູ່​ເຂດ​ທີ່​ມີການຜະລິດ​ເຂົ້າ​ທີ່​ສຳຄັນສຸດ​ຂອງ​ປະ​ເທດ ​ເພື່ອຮັບ​ມື​ກັບ​ບັນຫາ​ທ້າ​ທາຍ​ຕ່າງໆ ໃນ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ແລະ​ການຖືກ​ລົບ​ກວນ​ຈາກການໄຫລ​ຂອງນ້ຳ ຢູ່ໃນ​ແມ່​ນໍ້າຂອງ.

ການ​ປະຕິ​ຮູບນີ້ ​ແມ່ນ​ແນ​ໃສ່​ເພື່ອ​ຜະ​ລິດເຂົ້າທີ່​ມີຄຸນ​ນະພາ​ບ​ສູງ​ຂຶ້ນ ທີ່​ສາມ​າດປັບ​ໂຕ​ກັບ
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ສົ່ງ​ເ​ສີມຜົນລະປູກທາງ​ເລືອກ​ ​ເພື່ອ​ຄໍ້າປະກັນ​ຄວາມ​ຍືນ​ຍົງ​ຢູ່​ໃນ​ເຂດ​ສາມຫລ່ຽມ​ປາກ​ແມ່​ນໍ້​າຂອງ ທີ່​ເປັນ​ບ່ອນ ຢູ່​ອາ​ໄສ​ຂອງຊາວ​ຫວຽດນາມ 18 ລ້ານຄົນ​ ຂອງ​ປະຊາກອນ​ທັງ​ໝົດ 94 ລ້ານ ຄົນນັ້ນ.

ຂົງ​ເຂດ​ດັ່ງກ່າວ ຊຶ່ງ​ຜະລິດເຂົ້າຫລາຍ​ກວ່າ​ເຄິ່ງຂອງຫວຽດນາມ​ແລະ​ລ້ຽງ​ດູຫຼາຍ ກ​ວ່າ 45 ລ້ານຄົນໃນ​ເອ​ເຊຍແມ່ນ​ກວມ​ເອົາ 13 ​ແຂວງ​ໃນ​ພາກໃຕ້​ຫວຽດນາມ ບ່ອນ​ທີ່​ແມ່​ນໍ້າຂອງ ​ໄຫລ​ຕົກ​ໃສ່​ທະ​ເລ​ຈີນ​ໃຕ້.

​ແມ່​ນໍ້າ​ຂອງ ຊຶ່ງ​ມີ​ແຫ​ລ່ງກຳ​ເນີ​ດມາ​ຈາກ​ພູພຽງທິ​ເບ​ດ ​ໄຫລ​ຜ່ານຫົກ​ປະ​ເທດ ທີ່​ມີ​ລວງ​ຍາວ 4,300 ກິ​ໂລ​ແມັດ​ ຈາກ​ຈີນ ມຽນມາ ລາວ ​ໄທ ​ແລະ​ກຳປູ​ເຈຍ ກ່ອນ​ຈະ​ເຖິງ​ຫວຽດນາມ.

​ໃນ​ຄວາມ​ເປັນ​ຫ່ວງ​ສູງ​ ກ່ຽວ​ກັບ​ອະນາ​ຄົດ​ ຂອງ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນ້ຳຂອງ​ ຫລັງ​ຈາກໄດ້ເກີດການ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ປີ​ນີ້ ທີ່​ເປັນ​ຜົນ​ເຮັດ​ໃຫ້ລະ​ດັບ​ນໍ້າ​ເຄັມ​ໃນ​ປະລິມານ​ສູງ​ຂຶ້ນ ໄຫລ​ເຂົ້າມາສູ່​ສາມຫລ່ຽມ​ປາກ​ແມ່​ນໍ້າຂອງ​ນັ້ນ. ການ​ຜະລິດ​ເຂົ້າ​ໄດ້​ຫລຸດລົງ 1 ລ້ານ 1 ​ແສນ​ໂຕນ ອີງ​ຕາມ​ອົງການ​ອາຫານ ​ແລະ​ກະ​ເສດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື FAO.

ພວກຊາວນາພາກັນກ່ຽວເຂົ້າໄປກອງໄວ້ ທີ່ເມືອງ Tien Giang ປະເທດ Vietnam.

ສາ​ສະ​ດາ​ຈານ Philip Hirsch ຈາກ​ມະຫາວິທະຍາ​ໄລ Sydney ກ່າວ​ວ່າ ຜົນ​ກະທົບ​ຈາກປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ ເປັນ​ຫລັກ​ຖານ​ຈາກສະພາບ​ອາ ກາດ​ທີ່ມີ​ຄວາມ​ຮ້າຍ​ແຮງເພີ້ມ​ຂຶ້ນ.

ທ່ານ Hirsch ສະມາຊິກ​ຄົນ​ນຶ່ງຈາກສະ​ຖາ​ບັນ​ວິ​ທະ​ຍາສາດ​ດ້ານລະບົບ​ນິ​ເວດ ​ຂອງ​ມະຫາວິທະຍາ​ໄລ ກ່າວ​ວ່າ​ “ການ​ປ່ຽ​ນ​ແປ​ງຂອງດິນ​ຟ້າ​ອາກາດ ​ໂດຍ​ສະ​ເພາະລະດັບ​ນ້ຳທະ​ເລ​ທີ່ສູງ​ຂຶ້ນ ​ແ​ຕ່ຄວາມ​ຖີ່​ຂອງ​ລົມພາຍຸທີ່​ເພີ້ມຂຶ້ນ ​ແມ່ນ​ພາ​ໃຫ້​ເກີດ​ບັນຫາ​ຊັບຊ້ອນ​ ຕໍ່ເຂດສາມຫລ່ຽມ​ປາກ​ແມ່​ນໍ້າຂອງ. ຄວາມ​ເປັນ​ຫ່ວງ​ໃຫຍ່ອັນ​ນຶ່ງ​ກໍຄື ປະລິມານ​ແລະ​ໄລຍະ​ຂອງ​ນໍ້າເຄັມ ໄດ້​ໄຫລ​ເລິກ​ເຂົ້າ​ມາສູ່ສາ ຂາ​ຕ່າງໆ​ໃນ​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳຂອງ ອີກ​ຄັ້ງ​ນຶ່ງເປັນ​ໄພ​ຂົ່ມຂູ່ ​ຕໍ່ການ​ປູກ​ເຂົ້າ.”

ບັນດາ​ນັກ​ວິທະຍາ​ສາດ​ຂອງ​ສາກົນ ກຳລັງເຮັດ​ວຽກ​ຮ່ວມ​ກັບ​ເພື່ອນ​ຮ່ວ​ມງານ​ຫວຽດນາມ​ ຜ່ານທາງ​ອົງການ CLUES ຫລື ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ທີ່​ເປັນຜົນ​ກະທົບ​ຕໍ່​ການ​ໃຊ້ທີ່ດິນຢູ່ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳຂອງ ​ເພື່ອ​ຊອກ​ຫາຄຳ​ຕອບ​ຕໍ່​ບັນຫາ​ທີ່​ເພີ້​ມຂຶ້ນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ