ກຸ່ມສົ່ງເສີມເສລີພາບດ້ານການຂ່າວແຖວໜ້າກຸ່ມນຶ່ງໄດ້
ຮຽກຮ້ອງໃຫ້ຫວຽດນາມສືບສວນແລະສອບສວນຢ່າງ
ລະອຽດ ກ່ຽວກັບການຕາຍຂອງຜູ້ສື່ຂ່າວໜັງສືພິມຄົນ
ນຶ່ງ ທີ່ຖືກຮວດດ້ວຍນໍ້າເຄມີແລະຈຸດໄຟເຜົາ ໃນຂະນະທີ່
ກໍາລັງນອນຫລັບຢູ່ນັ້ນ.
ໂຄສົກຜູ້ນຶ່ງຂອງຄະນະກໍາມະການປົກປ້ອງນັກຂ່າວ ທີ່ມີ
ສໍານັກງານຢູ່ບາງກອກ ກ່າວໃນວັນຈັນວານນີ້ວ່າ ການ
ຄາດຕະກໍານັກຂ່າວໃນຫວຽດນາມ ແມ່ນບໍ່ສູ້ມີແລະວ່າ
ພວກເຈົ້າໜ້າທີ່ຄວນຈະດໍາເນີນການ ເພື່ອຮັບປະກັນວ່າ
ວັດທະນະທໍາໃນການບໍ່ເອົາຜິດຄົນຮ້າຍນັ້ນ ເລີ້ມກໍ່ຮາກຂຶ້ນມາ.
ນັກຂ່າວ Hoang Hung ໄດ້ເສຍຊີວິດໃນວັນເສົາຜ່ານມາ
10 ວັນ ຫຼັງຈາກທີ່ມີຜູ້ບຸກລຸກເຂົ້າເຮືອນລາວແລ້ວຈູດໄຟ
ເຜົາລາວ ຊຶ່ງເຮັດໃຫ້ໄຟໄດ້ໄໝ້ ເຖິງ 20% ຂອງຮ່າງກາຍ ລາວ.
ພວກນັກຂ່າວຢູ່ໃນວົງການສື່ທີ່ຖືກຄວບຄຸມຢ່າງເຄ່ງຄັດຂອງຫວຽດນາມນັ້ນ ກ່າວວ່າ
ມີທາງເປັນໄປໄດ້ວ່າ ນາຍ Hung ຖືກໂຈມຕີ ຍ້ອນລາຍງານຂ່າວຂອງລາວໃນໜັງສືພິມ
Nguoi Lao Dong ຫລືກໍາມະກອນ ໃນແຂວງ Long An ໃນເຂດສາມຫຼຽມແມ່ນໍ້າຂອງ ທາງພາກໃຕ້ຂອງຫວຽດນາມນັ້ນ. ນາຍ Hung ໄດ້ຂຽນລາຍງານ ກ່ຽວກັບການລັກລອບ
ສິນຄ້າຢູ່ຊາຍແດນ ແລະການກະທໍາຜິດກົດໝາຍຕ່າງໆຂອງພວກເຈົ້າໜ້າທີ່ ໃນພະແນກ
ການຄວບຄຸມຕະຫລາດຂອງແຂວງດັ່ງກ່າວ.