ຫວຽດນາມ ປະທ້ວງຈີນ ທີ່ຕິດຕັ້ງ ລະບົບລູກສອນໄຟ ໃສ່ ໝູ່ເກາະ Paracel

ພາບຖ່າຍຈາກອາກາດ ເມື່ອວັນທີ 27 ກໍລະກົດ 2012 ທີ່ສະແດງໃຫ້ເຫັນ ເຖິງສ່ວນນຶ່ງຂອງເມືອງ Sansha ທີ່ເກາະ Yongxing ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ ເກາະ Woody ນັ້ນ ທີ່ຈີນ ຈັດວ່າເປັນສ່ວນນຶ່ງຂອງແຂວງໄຮນານ.

ຫວຽດນາມໃນ​ມື້ວັນ​ສຸກ​ວານ​ນີ້ ໄດ້​ຍື່ນ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ
​ຕໍ່​ການ​ທີ່​ຈີນ ​ໄດ້​ຕິດຕັ້ງ ລະບົບ​ລູກ​ສອນ​ໄຟ ທີ່​ຍິງ​ຈາກ​ພຶ້ື້ນດິນ​ຫາ​
ອາກາດໃສ່​ເກາະໆ​ນຶ່ງ​ໃນ​ໝູ່​ເກາະ Paracel ທີ່ຍັງເປັນ​ບັນຫາ​ຂັດ
​ແຍ້​ງຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ Le Hai Binh ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ
​ໄດ້​ອອກຖະ​ແຫຼງການ​ສະບັບ​ນຶ່ງກ່າວ​ເຖິງ​ຈົດໝາຍ​ທີ່​ກະຊວງ​ການ
​ຕ່າງປະ​ເທດ​ໄດ້​ຍື່ນ ​ຕໍ່​ສະ​ຖານ​ທູດ​ຈີນ​ໃນ​ຫວຽດນາມ​ແລະ​ຕໍ່​ເລຂາ
​ທິການ​ໃຫຍ່ ​ອົງການ​ສະຫະ​ປະຊາຊາດ ​ທ່ານ Ban Ki-moon ທີ່​
ກ່າວ​ວ່າ ​ໂດຍ​ອ້າງ​ເຖິງ​ການ​ລ່ວງ​ລະ​ເມີດ​ຕໍ່​ອະທິປະ​ໄຕ​ຂອງ​ຫວຽດ
ນາມ​ເໜືອ​ໝູ່​ເກາະ Paracel.

ໜັງສືພິມ Global Times ຂອງ​ທາງ​ການ​ຈີນ ສະບັບ​ທີ່​ອອກ​ໃນ​ວັນ​ພະຫັດຜ່ານ​ມານີ້ ໄດ້​
ໃຫ້ການ​ຢືນຢັນ​ ຕໍ່​ການ​ມີ​ອາວຸດ​ທີ່​ບໍ່​ໄດ້​ລະບຸ​ຊື່​ ທີ່​ເກາະ Woody ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ໝູ່​
ເກາະ Paracel ນັ້ນ.

ເກາະ Woody ຂອງໝູ່ເກາະ Paracel

ຫວຽດນາມ ​ຮຽກຮ້ອງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ປະນາມ​ການ​ເຄື່ອນ​ໄຫວ​ຂອງປັກ​ກິ່ງ ​ໂດຍ​ກ່າວ​ວ່າ ​ເປັນ​ການ​ຂົ່ມຂູ່​ຕໍ່​ສັນຕິພາບ ແລະ​ສະຖຽນ​ລະ​ພາບ​ຢູ່ໃນ​ຂົງເຂດ ​ຕະຫລອດ​ເຖິງ​ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ ​ແລະ​ອິດສະຫຼະພາບ ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ.​ ການ​ຮຽກຮ້ອງ​ດັ່ງກ່າວ ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກ​ເຈົ້າໜ້າ​ທີ່ຂອງ​ຫວຽດນາມໄດ້​ຖືກ​ຕຳ​ໜິຕິຕຽນຍ້ອນ​ບໍ່​ໄດ້​ຕອບ​ໂຕ້ ຢ່າງ​ໄວວາ ​ຕໍ່​ການ​ເປີດ​ເຜີ​ຍຂອງ​ປັກກິ່ງ ກ່ຽວ​ກັບ​ເລື້ອງອາວຸດດັ່ງກ່າວ.