ສະພາ ຫວຽດນາມ ເລືອກ 'ພົນເອກ ເລືອງ ເກືອງ' ຂອງກອງທັບບົກ ໃຫ້ເປັນປະທານາທິບໍດີ ຄົນໃໝ່

ພົນເອກ ເລືອງ ເກືອງ' ຂອງກອງທັບບົກ ປະຕິຍານຕົນເປັນປະທານາທິບໍດີ ຄົນໃໝ່ຂອງຫວຽດນາມ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ຮາໂນ່ຍ ເມື່ອວັນທີ 21 ຕຸລາ 2024

ລັດຖະສະພາຫວຽດນາມ ເລືອກພົນເອກ ເລືອງ ເກືອງ ຂອງກອງທັບບົກ ເປັນປະທານາທິບດີຄົນໃໝ່ ໃນຄວາມພະຍາຍາມສ້າງສະຖຽນລະພາບທາງການເມືອງຫລັງຈາກເກີດແຮງສັ່ນສະເທືອນຈາກການປັບປ່ຽນຕຳແໜ່ງຜູ້ນຳລະດັບສູງຫຼາຍຄົນໃນຊ່ວງຫຼາຍເດືອນທີ່ຜ່ານມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ພົນເອກ ເກືອງ ໄວ 67 ປີ ເຂົ້າຮັບຕຳແໜ່ງແທນປະທານາທິບໍດີ ໂຕ ແລມ ຜູ້ເຊິ່ງໄດ້ຮັບເລືອກເປັນປະທານາທິບໍດີ ເມື່ອເດືອນພຶດສະພາ ແລະໄດ້ຮັບແຕ່ງຕັ້ງໃຫ້ຄວບຕຳແໜ່ງເລຂາທິການພັກຄອມມິວນິສຫວຽດນາມ ທີ່ເປັນຕຳແໜ່ງມີອຳນາດຫຼາຍກວ່າ ໃນເດືອນກໍລະກົດ ພາຍຫຼັງການເສຍຊີວິດຂອງ ທ່ານຫງຽນ ຟູ ຈ່ອງ ເລຂາທິການພັກ ຄົນກ່ອນນັ້ນ.

ພົນເອກ ເກືອງ ໄດ້ຮັບສຽງສະໜັບສະໜູນຈາກສະມາຊິກພັກທັງ 440 ຄົນ ທີ່ເຂົ້າຮ່ວມກອງປະຊຸມລັດຖະສະພາໃນວັນຈັນວານນີ້ ຈາກນັ້ນ ທ່ານໄດ້ກ່າວປາໄສລະຫວ່າງປະຕິຍານຕົນຮັບຕຳແໜ່ງ ໂດຍຢືນຢັນວ່າ ຈະເພີ້ມສັກກະຍະພາບທາງທະຫານຂອງກອງທັບເພື່ອປົກປ້ອງຄວາມໝັ້ນຄົງ ແລະໃຊ້ນະໂຍບາຍຕ່າງປະເທດທີ່ເປັນອິດສະຫຼະ ແລະເຂົ້າໄດ້ກັບທຸກຝ່າຍ.

ກ່ອນໜ້ານີ້ ທ່ານ ເກືອງ ດຳລົງຕຳແໜ່ງສຳຄັນໃນສຳນັກງານເລຂາທິການຂອງພັກຄອມມິວນິສຫວຽດນາມ ໂດຍຢູ່ໃນອັນດັບທີ 5 ຂອງຜູ້ນຳສູງສຸດ ຮອງຈາກເລຂາທິການພັກ ປະທານານາທິບໍດີ ນາຍົກລັດຖະມົນຕີ ແລະປະທານລັດຖະສະພາ ຕາມລຳດັບ.

ນອກຈາກນີ້ ທ່ານຍັງເປັນສະມາຊິກກຳມະການກົມການເມືອງ ເຊິ່ງເປັນກຸ່ມຜູ້ນຳທີ່ມີອຳນາດການຕັດສິນໃຈສູງສຸດຂອງຫວຽດນາມ.

ສຳລັບຕຳແໜ່ງປະທານາທິບໍດີນັ້ນ ເຖິງຈະມີອຳນາດບໍລບິຫານບໍ່ຫຼາຍພາຍໃຕ້ລະບົບການເມືອງຂອງຫວຽດນາມ ກໍຕາມ ແຕ່ກໍຖືເປັນຕົວແທນຂອງປະເທດໃນການເຂົ້າປະຊຸມລະດັບສູງຕ່າງໆ ກັບບັນດາຜູ້ນຳຂອງໂລກ.

ຜູ້ຕິດຕາມການເມືອງຫວຽດນາມບາງຄົນ ເຊື່ອວ່າ ການທີ່ ທ່ານ ໂຕ ແລມ ຕັດສິນໃຈສະຫລະຕຳແໜ່ງປະທານາທິບໍດີນັ້ນ ອາດເປັນສັນຍານຂອງການປະນີປະນອມອຳນາດການປົກຄອງພາຍໃນພັກ ຫຼັງຈາກທີ່ເກີດຄວາມວຸ້ນວາຍ ໃນຊົນຊັ້ນຜູ້ນຳ ຕະຫຼອດ 17 ເດືອນທີ່ຜ່ານມາ ເນື່ອງຈາກມາດຕະການປາບປາມການສໍ້ລາດບັງຫຼວງທີ່ນຳໄປສູ່ການລາອອກຂອງປະທານາທິບໍດີສອງຄົນ ແລະປະທານລັດຖະສະພາອີກນຶ່ງຄົນ.

ໂດຍການປ່ຽນແປງໃນລະດັບຜູ້ນຳຂອງຫວຽດນາມ ຈະເກີດຂຶ້ນອີກຄັ້ງນຶ່ງ ໃນປີ 2026 ເມື່ອບັນດາຜູ້ນຳສູງສຸດຕ່າງກໍໝົດວາລະການດຳລົງຕຳແໜ່ງ 5 ປີ ອີກຄັ້ງນຶ່ງ ໃນອີກ 2 ປີຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມໃນພາສາອັງກິດ