ກຸ່ມ Rolling Thunder ອະນາໄມ ອະນຸສາວະລີ ນັກລົບເກົ່າ ສົງຄາມຫວຽດນາມ (ວີດິໂອລາວ/ອັງກິດ)

  • ຈູ​ລີ ທາ​ໂບ

ພາບສ່ວນນຶ່ງຂອງກໍາແພງ ອະນຸສາວະລີນັກລົບເກົ່າ ສ້າງດ້ວຍຫິນ Granite ສີດໍາທີ່ແຂງແຮງ ທີ່ສະຫຼັກດ້ວຍ ຊື່ທະຫານຈໍານວນ 58.286 ຄົນ ທີ່ເສຍຊີວິດ ແລະຫາຍສາບສູນ ໃນສົງຄາມຫວຽດນາມ.

ອະນຸສາວະລີນັກລົບເກົ່າສົງຄາມຫວຽດນາມ ທີ່ນະຄອນຫຼວງ
ວໍຊິງຕັນດີຊີ ເປັນອະນຸສອນສະຖານແຫ່ງນຶ່ງທີ່ມີພວກຄົນໄປ
ເບິ່ງໄປຊົມ ຫຼາຍທີ່ສຸດໃນເມືອງຫຼວງຂອງສະຫະລັດ. ຢູ່ກໍາແພງ
ຫິນ​ແກຣນິຕ ສີດໍາອັນແຂງແກ່ງນັ້ນ ຖືກສະຫຼັກ​ໄວ້ດ້ວຍຊື່ຂອງ
ທະຫານສະຫະລັດ ຫຼາຍກວ່າ 58.000 ຄົນ ທີ່ເສຍຊີວິດຫຼືຫາຍ
ສາບສູນໄປໃນປາງສົງຄາມຫວຽດນາມ. ທຸກໆວັນອາທິດໃດ ຄື
ຈາກເດືອນເມສາ ຫາ ເດືອນຕຸລາ ກຸ່ມອາສາສະໝັກພິເສດກຸ່ມ
ນຶ່ງ ພາກັນ​ໄປເຕົ້າໂຮມຢູ່​ທີ່​ນັ້ນ ໃນຕອນ​ເຊົ້າ​ມືດ ເພື່ອສະ​ແດງ
ຄວາມເຄົາລົບຕໍ່​ເຫຼົ່າທະຫານ ທີ່​ໄດ້ເສຍຊີວິດ​ໄປໃນລະຫວ່າງ
ສົງຄາມທີ່​ແກ່ຍາວ​ໄປ​ດົນເຖິງສອງທົດສະວັດ ຊຶ່ງໄດ້ສິ້ນສຸດລົງ
ໃນປີ 1975. Julie Taboh ຜູ້ສື່ຂ່າວວີໂອເອ ໄດ້ໄປຍັງສະ
ຖານທີ່ດັ່ງກ່າວໃນຕອນເຊົ້າຂອງວັນອາທິດມື້ນຶ່ງ ແລະມີລາຍ
ງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານໃນ
ອັນດັບຕໍ່ໄປ

Your browser doesn’t support HTML5

ຟັງລາຍງານ ກໍາແພງນັກລົບເກົ່າສົງຄາມຫວຽດນາມທີ່ວໍຊິງຕັນດີຊີ


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:

Your browser doesn’t support HTML5

ກຸ່ມ Rolling Thuder ອະນາໄມ ອະນຸສາວະລີ ນັກລົບເກົ່າຫວຽດນາມ


ພາຍໃຕ້ແສງຕາເວັນທີ່ກໍາລັງຂຶ້ນ ຫີ່ນະຄອນຫຼວງວໍຊິງຕັນ ບັນດາຊາຍແລະຍິງ ພາກັນ
ຖືຄຸນໍ້າສະບູ່ ຕັ້ງໜ້າລ້າງສ່ວຍ ກໍາແພງອະນຸສາວະລີນັກລົບເກົ່າ ສົງ​ຄາມຫວຽດນາມ.

ພວກເຂົາເຈົ້າເປັນສະມາຊິກຂອງຂອງກຸ່ມຂີ່​ລົດຈັກ ທີ່​ເອີ້ນວ່າ Rolling Thunder ຫຼື
ຟ້າຮອ້ງລັ່ນ ຊຶ່ງເປັນກຸ່ມທີ່ອຸທິດ​ຕົນ ເພື່ອສ້າງໃຫ້ເກີດຄວາມຕື່ນຕົວ ກ່ຽວກັບນັກໂທດ
ສົງ ຄາມຊາວອາເມຣິກັນ ແລະພວກທີ່ຍັງຫາຍສາບສູນໄປໃນສະໜາມລົບນັ້ນ. ໃນມື້ນີ້
ພວກເຂົາເຈົ້າພາກັນມາ ອະນາ​ໄມກໍາແພງຫິນແກຣນິຕ ຂອງອະນຸສາວະລີນັກລົບເກົ່າ
ສົງຄາມຫວຽດນາມ. ກໍາແພງຫິນດັ່ງກ່າວນີ້ ໄດ້ຖືກສະຫຼັກ ດ້ວຍຊື່ຂອງທະຫານອາເມຣິ
ກັນ ຈໍານວນ 58,286 ຄົນທີ່ເສຍຊີວິດ ແລະຫາຍສາບສູນໄປໃນສະໜາມລົບ ໃນປາງ
ສົງຄາມຫວຽດນາມນັ້ນ.

ສໍາລັບບັນດາຊາຍແລະຍິງເຫຼົ່ານີ້ ຊຶ່ງສ່ວນຫຼາຍເປັນນັກລົບເກົ່ານັ້ນ ການທໍາ​ຄວາມ​
ສະອາດກໍາແພງນີ້ ​ແມ່ນເປັນ​ເລື້ອງສ່ວນຕົວ ​ແຕະຕ້ອງ​ຄວາມ​ຮູ້​ສຶກຫລາຍ.

ທ່ານ Forrest Lingenfelter ສະມາຊິກ​ຄົນ​ນຶ່ງ​ຂອງ​ກຸ່ມ ເວົ້າວ່າ: “ກຸ່ມ Rolling
Thunder ໄດ້ຮັບສິດທິພິເສດ ເພື່ອມາສະດຸດີໃຫ້ກຽດແກ່ບັນດາ ນັກລົບ​ເກົ່າ​ ທັງໃນອະດີດແລະປັດຈຸບັນຂອງພວກເຮົາ. ແລະບັນດາຊາຍແລະສຸພາບ​ສະ
ຕີເຫຼົ່ານີ້ ບໍ່​ເຄີຍໄດ້ຖືກ​ຫຼົງລືມ ແລະຈະບໍ່ມີວັນຖືກລືມ. ຢ່າງໜ້ອຍ ພວກເຂົາ
ເຈົ້າ ກໍ​ບໍ່​ຄວນ ຈະຖືກຫຼົງລືມ.”


ທ່ານ ອາລ ມໍຣີ ສະມາຊິກ​ອີກ​ຄົນ​ນຶ່ງເວົ້າວ່າ: “ພວກເຮົາເຮັດແນວນີ້ ເພື່ອໃຫ້
ພວກນັກທ່ອງທ່ຽວຮູ້ສຶກສະບາຍໃຈສະບາຍ​ຕາ ທີ່ໄດ້ເຫັນກໍາແພງທີ່ສະອາດ
ແຕ່ ຂະນະດຽວກັນກໍ​ເພື່ອ​ຢ່ຽວ​ຢາ​ຈິດ​ໃຈ​ຂອງພວກເຮົາເອງ ​ໃຫ້ຫາຍດີຈາກ
ຄວາມຊົງຈໍາອັນເຈັບປວດນັ້ນ.”


ສ່ວນທ່ານ ຈອນ ອາຍບາຍເດີ ເວົ້າວ່າ: “ຂ້ອຍມີເພື່ອນຄົນນຶ່ງ ທີ່​ມີ​ຊື່​ສະຫລັກຢູ່
ກໍາແພງສົ້ນນັ້ນ ຂ້ອຍ​ຈຶ່ງ​ຖືວ່າມັນເປັນສິດພິເສດຢ່າງນຶ່ງ ທີ່ໄດ້ມາທີ່ນີ້ ແລະ
ກໍມາ ອະນາ​ໄມກໍາແພງນີ້ໃຫ້ສະອາດ.”


ສະມາຊິກຂອງກຸ່ມ Rolling Thunder ຫຼາຍຄົນເປັນນັກຂີ່ລົດຈັກ. ພວກເຂົາເຈົ້າຈະ ເດີນທາງມາຍັງວໍຊິງຕັນ ຈາກທົ່ວສະຫະລັດ ສໍາລັບວັນ Memorial Day ຫຼືວັນ​ລະນຶກ ເຖິງດວງ​ວິນ​ຍານ​ຂອງ​ຜູ້​ເສຍ​ສະລະ​ເພື່ອ​ຊາດ ຄື​ວັນ​ຈັນ ອາທິດ​ທີ 4 ຂອງ​ເດືອນ​ພຶດສະ
ພາ ແລະໃນໂອກາດອື່ນໆ.

30 ກວ່າປີຜ່ານມາ ຫຼັງຈາກມື້ເປີດອະນຸສາວະລີ​ແຫ່ງ​ນີ້ ກໍາແພງ​ແກຣນິຕ ສີດໍາ​ນີ້ ກໍຍັງ ດຶງດູດເອົານັກທ່ອງທ່ຽວຫຼາຍລ້ານຄົນ​ໃນ​ແຕ່ລະປີ. ຫຼາຍໆ ຄົນກໍມາຊອກຫາຊື່ຂອງຄົນ ຮັກແພງຂອງພວກເຂົາເຈົ້າ ພ້ອມກັບເອົາ​ເຈ້ຍ​ສີຂາວ​ກັບສໍມາ​ຂູດ​ເອົາ​ຊື່​ໄປ​ໄວ້​ເປັນ​ອະນຸ ສອນ ແລະປະດອກ​ໄມ້​ແລະ​ສິ່ງ​ອື່ນໆ​ໄວ້ ​ເພື່ອ​ໄວ້ອາ​ໄວ​ແກ່ຄົນຮັກແພງທີ່ພວກເຂົາເຈົ້າ ໄດ້ສູນເສຍໄປ.

Jan Scruggs ນັກລົບເກົ່າສົງຄາມຫວຽດນາມ ທີ່​ໄດ້​ຮັບ​ຫລານ​ຄໍາ​ຊອບ​ຫລາຍ​ຫລຽນ ເປັນແຮງຂັບດັນຢູ່ເບື້ອງຫຼັງໂຄງການອະນາ​ໄມ​ກໍາ​ແພງນີ້.

ນັກລົບເກົ່າ Scrugg ເວົ້າວ່າ: “ອະນຸສາວະລີແຫ່ງນີ້​ໄດ້​ຊ່ວຍປົວແປງແຜໃຈ
ຂອງຫຼາຍໆຄົນ ຈາກສົງຄາມນັ້ນ ຄື​ບາດ​ແຜ​ທາງ​ຈິດຕະວິທະຍາ. ພຽງ​ແຕ່​
ໄດ້ມາເຫັນຊື່ ແລະລູບຄໍາຊື່ຂອງເພື່ອນຄົນ​ໃດຄົນນຶ່ງ ຂອງ​ເຂົາ​ເຈົ້າ​ນັ້ນ
ຫຼາຍໆຄົນກໍມີ ຄວາມຮູ້ສຶກຄື​ກັນ​ກັບ​ວ່າ ໄດ້ລະບາຍຄວາມເຈັບປວດອອກ​
ໄປ ຫຼັງຈາກຫຼາຍປີຜ່ານ​ມາ. ສະນັ້ນ ການທີ່ມາລ້າງສ່ວຍກໍາແພງນັກລົບເກົ່າ
ຫວຽດນາມນີ້ ກໍຖືເປັນພາກສ່ວນລະບາຍຄວາມເຈັບປວດນັ້ນ ເຊັ່ນດຽວກັນ.”


ສໍາລັບສະມາຊິກຫຼາຍໆຄົນຂອງກຸ່ມ Rolling Thunder ແລ້ວ ມັນນໍາ​ມາ​ໃຫ້​ຊຶ່ງ​ຄວາມ​
ໂລ່ງ​ໃຈ ແຕ່ທີ່ສໍາຄັນທີ່ສຸດນັ້ນ ກໍຄືຄວາມຊົງຈໍາ.

ທ່ານ Lingenfelter ເວົ້າວ່າ: “ພວກເຂົາເຈົ້າບໍ່ໄດ້ຖືກລືມເລືອນ ແລະນີ້ຄືວີທີນຶ່ງ ໃນຫຼາຍວິທີ ທີ່ພວກເຮົາຮັບປະກັນວ່າ ພວກເຂົາເຈົ້າຈະບໍ່ຖືກ​ຫຼົງລືມ.”

(ຄວາມຮູ້ເພິ່ມຕື່ມຈາກ ບ.ກ.: ອະນຸສາວະລີນັກລົບເກົ່າສົງຄາມຫວຽດນາມ ຕັ້ງຢູ່ໃກ້ໆ ກັບອະນຸສາວະລີລິງຄອນ ຊຶ່ງຖ້າ ຢືນຢູ່ຂັ້ນໃດຂອງອະນຸສາວະລີລິງຄອນ ທາງຊ້າຍມືກໍ ຈະແມ່ນອະນຸສາວະລີ ສົງຄາມຫວຽດນາມ ທາງຂວາມືຈະແມ່ນອະນຸສາວະລີສົງຄາມ ເກົາຫລີ ທີ່ມີຮູບປັ້ນທະຫານຫິນ ຂະໜາດເທົ່າຄົນ ຢືນຢາຍກັນຢູ່. ແຕ່ລະຮູບປັ້ນເປັນ ໂຕ ແທນທະຫານຂອງແຕ່ລະປະເທດ ທີ່ໄປຮ່ວມຕໍ່ສູ້ໃນສົງຄາມດັ່ງກ່າວ ໃນນາມກອງ ທະຫານສຫະປະຊາຊາດ.)

ເບິ່ງວີດີລາຍງານນີ້ເປັນພາສາອັງກິດ:

Your browser doesn’t support HTML5

Washing Wall Memorial Is Cleansing Experience for Veterans