ຍີ່ປຸ່ນ ແລະ ຫວຽດນາມ ຮ່ວມມືກັນ ຕ້ານຢັນ ການຂະຫຍາຍອິດທິພົນ ຂອງຈີນ

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານຕາ​ເກ​ຊິ ອີ​ວາ​ຢະ ຕອບຄຳຖາມຂອງບັນດານັກຂ່າວ ໃນລະຫວ່າງກອງປະຊຸມ ກັບ ລັດຖະມົນຕີປ້ອງກັນປະເທດ ວ່າການຊົ່ວຄາວ ທ່ານແພັດທຣິກ ແຊນນາແຮນ ຢູ່ທຳນຽບຫ້າແຈ, ວັນທີ 19 ເມສາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ຍີ່​ປຸ່ນ​ພວມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຫວຽດ​ນາມໃນ​ການ​ເສີມ​ສ້າງ​ລະ​ບົບ​ປ້ອງ​ກັນ​ປະເທດ
​ເພື່ອ​ຮັບ​ມື​ກັບ​ຈີນ ຊຶ່ງ​ເປັນ​ປະ​ເທດ ​ທີ່​ມີ​ກຳ​ລັງ​ທາງ​ທະ​ຫານ​ເຂັ້ມ​ແຂງກວ່າ ໃນ​ຂ​ະ​ນະ​ທີ່
​ຫວຽດ​ນາມ​ ກ່າວ​ວ່າ ກຳ​ລັງ​ຂອງ​ປັກ​ກິ່ງ​ ເຂົ້າ​ຢຶດ​ຄອງ​ທະ​ເລ​ຈີນໃຕ້ ຫຼາຍ​ເກີນ​ໄປ​ກວ່າ​
ທີ່​ຕົນ​ມີ​ສິດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານຕາ​ເກ​ຊິ ອີ​ວາ​ຢະ (Takeshi Iwaya) ແລະ​ຄູ່​
ຕຳ​ແໜ່ງ​ຝ່າຍ​ຫວຽດ​ນາມ ທ່ານ​ໂຫງ່ ຊວນ ລິກ ໄດ້​ພົບ​ປະ​ກັນ ​ໃນ​ວັນ​ທີ 3 ພຶດ​ສະ​ພາ
​ຜ່ານ​ມາ ເພື່ອ “ເສີມ​ສ້າງ​ຄວາມ​ກ້າວ​ໜ້າ​ ໃຫ້​ແກ່​ການ​ຮ່ວມ​ມື” ກ່ຽວກັບ​ຄວາມ​ໝັ້ນ​ຄົງ​
ທາງ​ທະ​ເລ ອີງ​ຕາມ​ລາຍ​ງານ​ຂ່າວອອນ​ລາຍ​ນ໌ ​ຂອງ​ໂທ​ລະ​ພາບ NHK ທີ່​ມີ​ສຳ​ນັກ​ງານ
​ຕັ້ງ​ຢູ່​ໂຕ​ກຽວ.

ລັດຖະມົນຕີປ້ອງກັນປະເທດຫວຽດນາມ ນາຍພົນ ໂຫງ່ ຊວນ ລິກ (Ngo Xuan Lich), ກາງ, ໂອ້ລົມກັບ ທ່ານນາງ ມາຣີສ ເພນ ໃນເວລານັ້ນ ເປັນລັດຖະມົນຕີປ້ອງກັນປະເທດຂອງອອສເຕຣເລຍ ຢູ່ທີ່ ກອງປະຊຸມອາຊຽນ ລະດັບລັດຖະມົນຕີປ້ອງກັນປະເທດ, ວັນທີ 24 ຕຸລາ 2017, ໃນພາກເໜືອຂອງນະຄອນ ມານີລາ ປະເທດຟີລິບປິນ.

​ໃນ​ເດືອນ​ຕຸ​ລາ​ປີ​ກາຍ ລັດ​ຖະ​ມົນ​ຕີ​ທັງ​ສອງ ​ກໍ​ໄດ້​ພົບ​ປະ​ກັນ​ທີ່​ນະ​ຄອນ​ຫຼວງ​ໂຕກຽວ
ເພື່ອ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ພວກ​ທ່ານ ໄດ້​ລົງ​ນາມ
​ໃນ​ບົດ​ບັນ​ທຶກ “ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ ​ດ້ານ​ປ້ອງ​ກັນ​ປະ​ເທດ” ທີ່​ໄດ້​ມີ​ການ​ຕົກ​ລົງ
​ກັນ​ໃນ​ການ​ເຈ​ລະ​ຈາ​ລະ​ດັບ​ຮອງ​ລັດ​ຖະ​ມົນ​ຕີ ອີງ​ຕາມ​ລາຍງານ​ຈາກ​ເວັບ​ໄຊ​ຂອງ
​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ.

ເຂດແດນ ທີ່ປະເທດຕ່າງໆ ອ້າງເອົາກຳມະສິດ ໃນທະເລຈີນໃຕ້

ຍີ່​ປຸ່ນ​ພວມ​ແຂ່ງ​ຂັນ​ກັບ​ຈີນ​ໃນ​ການ​ອ້າງ​ເອົາ​ອະ​ທິ​ປະ​ໄຕ​ຢູ່​ໃນ​ບາງ​ເຂດ​ຂອງ​ທະ​ເລ​ຈີນ​
ຕາ​ເວັນ​ອອກ ຮວມ​ທັງ​ໝູ່​ເກາະ​ໝູ່ດອນ​ນ້ອຍໆ​ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ເພື່ອ​ໃຊ້​ສຳລັບ ​ພວກ
​ເຮືອ​ປະ​ມົງ.

ທ່ານ​ເຈັ​ຟ​ຟ​ຣີ ຄິງ​ສ໌​ຕັນ (Jeffrey Kingston) ​ອາ​ຈານ​ສອນ​ວິ​ຊາ​ປະ​ຫວັດ​ສາດ ທີ່
​ມະ​ຫາ​ວິ​ທະ​ຍາ​ໄລ Temple ຢູ່​ວິ​ທະ​ຍາ​ເຂດ​ປະ​ເທດ​ຍີ່​ປຸ່ນກ່າວ​ວ່າ “ຄວາມ​ຈິງ​ແລ້ວ ​
ໃຜໆ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ນັບ​ແຕ່​ນິວ​ເດ​ລີ​ໄປ​ຫາ​ແຄນ​ເບີ​ຣາ ແຕ່​ຈາກາ​ຕາ
ໄປ​ຫາ​ ຮາ​ໂນ່ຍ ແລະ​ໂຕ​ກຽວ ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ບາງ​ທີ ສຳ​ນວນຄຳ​ເວົ້າ ​
ແມ່ນ​ແນ​ໃສ່ ​ເພື່ອ​ເປັນ​ການ​ໃຫ້​ສັນ​ຍານ​ວ່າ ໄດ້​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ຮ່ວມ​ກັນ
ທີ່​ນຳ​ໄປ​ສູ່​ການ​ຕອບ​ໂຕ້​ ແບບ​ຮ່ວມ​ກັນ​.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ