ປະທານາທິບໍດີ ອິສຣາແອລ ເລີ້ມຢ້ຽມຢາມຫວຽດນາມ

  • ສິງ ບູຣົມມະວົງ

ປະທານາທິບໍດີ Shimon Peres ແຫ່ງອິສຣາແອ ທີ່ກໍາລັງທໍາການ ເຄື່ອນໄຫວຢ້ຽມຢາມທາງການທູດ ທີ່ຫວຽດນາມໃນມື້ນີ້. ວັນທີ 23 ພະຈິກ 2011.

ປະທານາທິບໍດີ​ອິສຣາ​ແອ​ລ ທ່ານ Shimon Peres ​ເດີນທາງ​ໄປ​ຮອດ​ຫວຽດນາມ​ໃນ​ວັນ​ພຸດ​ມື້​ນີ້​ເພື່ອ​ທໍາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ທາງ​ການ​ທູດທີ່​ມີ​ວັດຖຸ​ປະສົງ​ເພື່ອ​ສົ່ງ​ເສີມ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ກັບຫວຽດນາມ ຊຶ່ງເປັນປະ​ເທດ​ນຶ່ງ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ທີ່ມີ​ການ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ.

ຫລັງ​ຈາກ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຈໍານວນ​ນຶ່ງລະຫວ່າງ​ສອງ​ຝ່າຍ​ກ່ຽວ ກັບ​ການ​ສົ່ງ​ສິນຄ້າ​ທາງ​ທະ​ເລ​ແລະ​ການ​ເງິນ​ແລ້ວ ທ່ານ Peresກ່າວ ຕໍ່​ບັນດາ​ນັກ​ຂ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ໝັ້ນ​ໃນ​ການ​ປັບປຸງ​ຄວາມ​ສໍາພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ກັບ​ຫວຽດນາມ.

ນີ້ເປັນ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ລະດັບ​ສູງ​ຄັ້ງ​ທໍາ​ອິດ​ ໂດຍ​ຜູ້​ນໍາ​ອິສຣາ​ແອ​ລ ນັບ​ແຕ່​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັນ​ມາໃນ​ປີ 1993 ນັ້ນ.

ທ່ານ Peres ພວມ​ເດີນທາງ​ກັບ​ພວກ​ລັດຖະມົນຕີ​ຫລາຍ​ທ່ານ​ໃນ​ວົງ​ການ​ລັດຖະບານ ​ແລະ​ຄະນະ​ນໍາພາ​ທຸລະ​ກິດ​ອິສຣາ​ແອ​ລ 60 ຄົນທີ່​ຄາດ​ວ່າ​ຈະ​ເຂົ້າ​ຮ່ວມໃນ​ກອງ​ປະຊຸມ​ທຸລະ​ກິດ​ລະຫວ່າງ​ຫວຽດນາມ​ແລະ ​ອິສຣາ​ແອ​ລ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້.

ປະທານາທິບໍດີ Peres ມີ​ກໍານົດ​ທີ່ຈະ​ທໍາພົບ​ປະ​ກັບ​ພວກ​ຜູ້​ນໍາ​ຂັ້ນ​ສູງ​ ຂອງ​ຫວຽດນາມ​ຫລາຍ​ທ່ານ ຮວມທັງ​ນາຍົກລັດຖະມົນຕີຫງຽນຕັນ​ຢຸງແລະ​ທ່ານ Nguyen Phu Trong ຫົວໜ້າ​ພັກ​ຄອມ​ມີ​ວນິດ​ຫວຽດນາມໃນ​ຕອນ​ບ່າຍໆວັນ​ພຸດ​ມື້​ນີ້.