ຫວຽດນາມລະນຶກເຖິງ ຄົບຮອບ 40 ປີ ຂອງການຖິ້ມລະເບີດ ໃສ່ຮາໂນ່ຍກັບໄຮຟອງ

  • Marianne Brown

ເຮືອບິນຖິ້ມລະເບີດຍັກ B-52F ຂະນະຖິ້ມລະເບີດ ໃນຫວຽດນາມ ປາງສົງຄາມອິນໂດຈີນ.

ໃນຂະນະທີ່ຫວຽດນາມລະນຶກເຖິງວັນຄົບຮອບ 40 ປີ ຂອງການຖິ້ມລະເບີດ ໃນວັນຄຣີສມາສ ປີ 1972 ໃນປາງສົງຄາມຫວຽດນາມນັ້ນ ນັກປຸກລະດົມຄົນນຶ່ງ ຖືໂອກາດເນັ້ນຢໍ້າເຖິງໄພອັນຕະລາຍຂອງລະເບີດ ແລະລະເບີດຝັງດິນໃນປາງສົງຄາມ ທີ່ຍັງຕົກ​ຄ້າງ​ມາ​ຈົນເຖິງວັນນີ້. ຜູ້ສື່ຂ່າວວີໂອເອ Marianne Brown ມີລາຍງານມາຈາກນະ​ຄອນຫຼວງຮາໂນຍ ຊຶ່ງທອງປານຈະນໍາ ມາສະເໜີທ່ານ.
ເມື່ອວັນທີ່ 18 ທັນວາ ປີ 1972 ເຮືອບິນຖິ້ມລະເບີດ B-52 ຂອງ
ອະເມຣິກາຝຸງນຶ່ງ ໄດ້ບິນມຸ້ງໜ້າ​ໄປສູ່ຮາໂນ່ຍ​ແລະໄຮຟອງ ເມືອງ ທ່າທາງພາກເໜືອຂອງຫວຽດ ນາມ ​ໃນອັນທີ່ເປັນຈຸດເລີ່ມຕົ້ນ
ຂອງການຖິ້ມລະເບີດທາງອາກາດ ທີ່ວ່າໃຫຍ່ທີ່ສຸດໃນສົງຄາມ
ຫວຽດນາມ. ການຖິ້ມລະ ເບີດທາງການອາກາດດັ່ງກ່າວ ຊຶ່ງ​ມີ
​ຂຶ້ນພາຍໃຕ້ລັດຖະບານຂອງທ່ານ Richard Nixon ປະທານາ
ທິບໍດີສະຫະລັດ ໄດ້ເລີ່ມຕົ້ນຂຶ້ນຫຼັງຈາກການເຈລະຈາສັນຕິພາບ
ທີ່ນະຄອນຫຼວງປາຣີ ຕົກ​ຢູ່​ໃນ​ສະພາບບໍ່ໄປບໍ່ມາ. ການໂຈມຕີ
ທາງອາກາດຢ່າງໜັກໜ່ວງຄັ້ງນັ້ນ ດໍາເນີນໄປເກືອບສອງອາທິດ ທີ່ຍັງຜົນໃຫ້ພົນລະເຮືອນຊາວຫວຽດນາມເສຍຊີວິດໄປ ຫຼາຍ
ກວ່າ 1,600 ຄົນ.

ໃນເວລາປະມານ 10 ໂມງແລງ ຂອງວັນທີ 26 ເດືອນທັນວາ
ປີ 1972 ທີ່​ເອີ້ນ​ວ່າ Boxing Day ຫລືວັນຊົກມວຍນັ້ນ ຢູ່ຖະໜົນ Kham Thien ຂອງ ນະຄອນຫຼວງຮາໂນ່ຍ ປະຊາຊົນເກືອບ 300 ຄົນເສຍຊີວິດ. Nguyen Van Cau ຊຶ່ງ​ເວລາ​ນີ້ມີ ອາຍຸ 81 ປີ ​ເລົ່າ​ວ່າ ລາວກໍາລັງ​ເຮັດ​ການ​ຢູ່ ໃນລະຫວ່າງການຖິ້ມລະເບີດ ພໍລາວກັບ​ເມືອ​ເຮືອນຕອນທ່ຽງຄືນ ກໍເຫັນບ້ານຂອງຕົນພັງພິນາດ ເມຍແລະລູກຊາຍ
ຂອງ ລາວຄົນ​ນຶ່ງເສຍຊີວິດ.

ພໍ່​ຕູ້ Cau ເວົ້າວ່າ ພໍມາເຖິງບ້ານ ລາວເຫັນຮ່າງກາຍຂອງເມຍພຽງເຄິ່ງດຽວ ເມຍລາວ
ໃສ່ເສື້ອຍືດສີແດງ. ສ່ວນລູກ​ຊາຍ​ຂອງ​ລາວ​ນັ້ນ ຊີ້ນ​ສ່ວນ​ອັນ​ດຽວ​ຂອງລູກຊາຍ ທີ່ຍັງ​ເປັນ
​ທ່ອນ​ຢູ່ ກໍແມ່ນຂາ ຊຶ່ງ​ລາວ​ຈື່​ໄດ້ ເພາະມີແປ້ວຢູ່ຂາຍ້ອນ ອຸບັດເຫດຖືກນໍ້າຮ້ອນລວກ​ເມື່ອ ປີໃໝ່ຜ່ານມາ.

Do Thi Vien ມີອາຍຸໄດ້ 20 ປີ ​ໃນ​ເວລານັ້ນ. ນາງ​ເວົ້າວ່າ ປົກກະຕິແລ້ວ ຖະໜົນ Kham Thien ຈະມີຄົນອັ່ງອໍໄປມາບໍ່ຂາດສາຍ ຍ້ອນວ່າ ມັນຢູ່ໃກ້ສະຖານີລົດໄຟ. ພວກຄົນທີ່ອາ​ໄສຢູ່ແຖວນັ້ນບໍ່ເຊື່ອວ່າ ສະຫະລັດຈະແນເປົ້າໝາຍໃສ່ບ່ອນຫັ້ນ ເພາະວ່າເປັນຄຸ້ມຄົນຢູ່
ອາ​ໄສ​ເປັນ​ສ່ວນ​ໃຫຍ່. ຫຼາຍໆຄົນໄດ້ກັບຄືນໄປ ເພື່ອສະຫຼອງວັນຄຣີສມາສ ແລະຫາລາຍ
ໄດ້ ສໍາລັບບຸນປີໃໝ່ຫວຽດນາມ ຫຼືບຸນເຕດ. ເຖິງແມ່ນວ່າຖະໜົນ Kham Thien ໄດ້ກາຍ
ເປັນຖະໜົນທີ່ຫັກ​ເພພັງ ຫຼັງຈາກຖືກລະເບີດທໍາລາຍໄປແລ້ວກໍຕາມ ແຕ່ຫຼາຍໆຄົນກໍບໍ່
ຍອມໜີອອກໄປຢູ່ບ່ອນອື່ນ.

ນາງ ໂດ ເວົ້າວ່າ: “ຫຼັງຈາກການຖິ້ມລະເບີດ ເວລາດຽວທີ່ລາວຢ້ານກົວຫຼາຍທີ່ສຸດ ກໍຄື ເວລາລາວໄປ​ໂຕ່ງເອົານໍ້າປະປາ ເພາະວ່າມັນຢູ່ໃກ້ບ່ອນຂຸມ​ຫລົບ​ໄພ ທີ່ຖືກຖິ້ມລະເບີດ​
ໃສ່ ​ແລະມີຫຼາຍຄົນເສຍຊີວິດໄປຢູ່​ບ່ອນ​ຫັ້ນ.

40 ປີຕໍ່ມ­­­າ ຄະນະນັກຟ້ອນແລະນັກຮ້ອງທັງຫຼາຍ ຢູ່ທົ່ວນະຄອນຫຼວງຮາໂນ່ຍ ພາກັນ ເຝິກຊ້ອມສໍາລັບສະແດງໃນງານລະນຶກ​ເຖິງວັນດັ່ງກ່າວ. ນັກລົບເກົ່າສົງຄາມຫວຽດນາມ Chuck Searcy ເວົ້າວ່າ ວັນຄົບຮອບ ດັ່ງກ່າວນີ້ຖືວ່າເປັນໂອກາດອັນດີງາມແກ່ເຍົາວະ ຊົນຫວຽດນາມ ເພື່ອຈະ​ໄດ້ຈົດຈໍາຄວາມ​ພິລາດ​ອາດ​ຫານຂອງພໍ່ແມ່ຂອງພວກເຂົາເຈົ້າ ແຕ່ທ່ານ Chuck Searcy ເວົ້າວ່າ ຍັງຈະຕ້ອງໄດ້ປະຕິບັດການຫຼາຍຕື່ມອີກຢູ່ ເພື່ອຊ່ວຍ
ພິທັກປົກປ້ອງປະຊາຊົນ​ໃນ​ເວລານີ້ ​ໄວ້ຈາກໄພຂົ່ມຂູ່ຂອງ​ຄວາມ​ຕາຍແລະການບາດເຈັບ ຍ້ອນລະເບີດແລະລະເບີດຝັງດິນ ທີ່​ຕົກ​ຄ້າງ​ມາ​ຈາກສົງຄາມ​ນັ້ນ.

ທ່ານ Searcy ເປັນຜູ້ຮ່ວມຈັດຕັ້ງອົງການ Project Renew ຫຼືໂຄງການ ສ້າງສັນຄືນໃໝ່ ຊຶ່ງເປັນອົງການທີ່ທຸ່ມເທເພື່ອຊ່ວຍເຫຼືອປະຊາຄົມຕ່າງໆໃນ ເຂດພາກກາງຫວຽດນາມ ຈັດການກູ້ລະເບີດຝັງດິນ. ທ່ານກ່າວວ່າກະຊວງ ປ້ອງກັນປະເທດຫວຽດນາມມັກເວົ້າຢູ່ ເລື້ອຍໆວ່າ ມັນຈະໃຊ້ເວລາອີກຮ້ອຍ ປີແລະເງິນຫຼາຍພັນລ້ານໂດລາ ຈຶ່ງຈະເກັບກູ້ລະ ເບີດທີ່ບໍ່ທັນແຕກນີ້ໃຫ້ໝົດ ສິ້ນໄປໄດ້ ​ແຕ່ທ່ານ Searcy ເວົ້າວ່າ ຄໍາເວົ້ານັ້ນຕ້ອງໄດ້ປ່ຽນ.

ທ່ານ Searcy ເວົ້າວ່າ: “ມັນຈະບໍ່ໃຊ້ເວລາ 100 ປີ ຫລື 1000 ປີດອກ ຍ້ອນວ່າ
ມັນບໍ່​ມີ​ວັນ​ຈະເຮັດໄດ້ ແລະກໍຈະບໍ່ຈໍາເປັນຕ້ອງໄດ້ເຮັດ. ວັດຖຸທີ່ວ່າເປັນອັນຕະ ລາຍແທ້ໆນັ້ນ ເຮົາສາມາດແກ້ໄຂມັນໄດ້ ແລະວິທີການທີ່​ຕ້ອງ​ໄດ້​ເຮັດ ເພື່ອຈັດ ການກັບບັນຫາເຫຼົ່ານັ້ນ ບວກ​ກັບການສິດສອນພວກເດັກນ້ອຍ ແລະຜູ້ໃຫຍ່ ເຖິງ
ວິທີການ​ທີ່ປອດໄພ ແລະວິທີລາຍງານໃຫ້ທາງການຊາບ ເວລາພົບເຫັນລະເບີດ ທີ່ບໍ່ທັນແຕກນັ້ນ.”


ອິງຕາມ ໂຄງການ Project Renew ວັດຖຸລະເບີດ 15 ລ້ານໂຕນທີ່ນໍາໃຊ້ໂດຍສະຫະລັດ ໃນປາງສົງຄາມຫວຽດນາມນັ້ນ ມີ 10 ເປີເຊັນທີ່ບໍ່ແຕກ ເວລາຕົກລົງສູ່ພື້ນດິນ. ຕະຫລອດ​ໄລຍະເວລາຫລາຍສິບປີ ນັບແຕ່ນັ້ນມາ ພວກ​ລະ​ເບີດ​ເຫລົ່າ​ນັ້ນອັນ​ມີ​ທັງລະເບີດລູກຫວ່ານ ລະເບີດຝັງດິນ ລະເບີດມື ແລະວັດຖຸລະເບີດອື່ນໆທີ່​ໃຊ້​ໃນ​ສົງຄາມນັ້ນ ໄດ້ເຮັດໃຫ້ມີຜູ້ບາດ ເຈັບລົ້ມຕາຍໄປແລ້ວ ຫລາຍ​ກ່ວານຶ່ງແສນຄົນ.

ເມື່ອບໍ່ດົນມານີ້ ມີເດັກນ້ອຍສີ່ຄົນເສຍຊີວິດທີ່ແຂວງ Vinh Long ທາງ ພາກໃຕ້ຂອງ ຫວຽດນາມ ເວລາລູກປືນຄົກລູກນຶ່ງທີ່ຫຼົງເຫຼືອມາ​ແຕ່ບາງສົງຄາມ ໄດ້ລະເບີດຂຶ້ນຢູ່ໃນໝູ່ ບ້ານ ຂອງພວກເຂົາເຈົ້າ ຍັງຜົນໃຫ້ເດັກນ້ອຍ ອີກສອງຄົນ ແລະຜູ້ຊາຍສາມຄົນ ໄດ້ຮັບ ບາດເຈັບ.

ເດັກຊາຍຫວຽດນາມຄົນນຶ່ງຍ່າງກາຍປ້າຍແຈ້ງອັນຕະລາຍຂອງລະເບີດຝັງດິນ ຢູ່ເຂດເມືອງໄຫຫລັງ ແຂວງກວາງຈີ ພາກກາງຫວຽດນາມ.



ແຂວງ ກວາງ ຈີ ບ່ອນທີ່ໂຄງການ Project Renew ປະຕິບັດ​
ງານ​ຢູ່​ນັ້ນ ເປັນເຂດທີ່ຖືກ ຖິ້ມລະເບີດໃສ່ຫຼາຍທີ່ສຸດໃນປາງສົງ
ຄາມ. ທ່ານ Searcy ກ່າວຕໍ່ໄປວ່າ ຫລາຍ​ກ່ວາ 80 ເປີເຊັນ
ຂອງພື້ນທີ່ທັງໝົດຂອງແຂວງ ​ແມ່ນຍັງມີລະເບີດບໍ່ທັນແຕກ
ຢາຍ​ຊະຊາຍ​ຢູ່​ເຕັມ ສົມທຽບກັບ ພຽງ 20 ເປີເຊັນ ​ໃນ​ເຂດອື່ນໆ
ໃນທົ່ວປະເທດ.

ທ່ານ Searcy ກ່າວອີກວ່າ “ກ່ອນພວກເຮົາເລີ່ມໂຄງການນີ້
ໄດ້ມີ​ການ​ຍອມຮັບເອົາຄວາມເປັນໄປໄດ້ທີ່ໜ້າເສົ້າໃຈ ທີ່ວ່າ
ປະຊາຊົນຍັງຈະສືບຕໍ່ ເສຍ​ຊີວິດແລະໄດ້ຮັບບາດເຈັບ ຍ້ອນລະເບີດແລະລະເບີດ ຝັງດິນທີ່ຍັງບໍ່ທັນແຕກນັ້ນຢູ່. ແບບວ່າ ມັນເປັນຄວາມຈິງຂອງຊີວິດ. ພວກເຂົາເຈົ້າ ໂຊກບໍ່ດີ ທີ່ອາ​ໄສຢູ່ໃນເຂດນັ້ນຂອງປະເທດ ບ່ອນທີ່ຖືກຖິ້ມລະເບີດໃສ່ ຢ່າງໜັກ ໜ່ວງທີ່ສຸດໃນປາງສົງຄາມ. ແຕ່ຕະຫຼອດໄລຍະຫຼາຍປີຜ່ານມາ ທີ່ພວກເຮົາໄດ້ຊຸກຍູ້ ສົ່ງເສີມການສຶກສາປະຊາຊົນ​ໃຫ້​ມີ​ຄວາມ​ຮູ້​ກ່ຽວ​ກັບ​ບັນຫາ​ນີ້ ຊຸກຍູ້​ໃຫ້​ມີ​ຄວາມ​ຕື່ນ​ ໂຕ​ກ່ຽວ​ກັບອັນຕະລາຍຂອງລະເບີດຝັງດິນ ແລະສິດສອນພວກເດັກນ້ອຍແລະຜູ້
ໃຫຍ່ ໃຫ້ຮູ້ວ່າມີຫຼາຍໆວິທີທີ່ເຮັດໃຫ້ພວກເຂົາເຈົ້າປອດໄພໄດ້ ແລະພວກເຂົາເຈົ້າ ສາມາດຫຼີກລ່ຽງອຸບັດເຫດ ແລະການ​ໄດ້​ ຮັບບາດເຈັບ ຫຼືການເສຍຊີວິດ​ໄດ້.”


ນັບຕັ້ງແຕ່ໂຄງການ Project Renew ໄດ້ເລີ່ມຕົ້ນຂຶ້ນມາ ​ເມື່ອສິບກວ່າປີຜ່ານມາ​ແລ້ວນັ້ນ ຈໍານວນອຸບັດເຫດໄດ້ຫລຸດລົງຈາກປະມານ 50 ເທື່ອ​ຕໍ່​ປີ ມາເປັນ 10 ​ເທື່ອ.

ທ່ານ Searcy ກ່າວຕໍ່ໄປວ່າ ຕົວແບບຂອງໂຄງການແມ່ນໄດ້ໃຊ້ສະຖາບັນຕ່າງໆຂອງ ຫວຽດນາມທີ່ມີຢູ່ແລ້ວ ເຊັ່ນສະຫະພັນແມ່ຍິງ ສະຫະພັນເຍົາວະຊົນ ແລະພະ​ແນ​ກບໍລິ ການສຸຂະພາບເປັນຕົ້ນ. ນອກນີ້ ທາງໂຄງການຍັງຮ່ວມມືກັບກອງທັບ ເພື່ອຈະ​ໄດ້ຂະ ຫຍາຍໄປຍັງແຂວງອື່ນໆໄດ້ງ່າຍ. ໃນ ຕອນນີ້ ມີບໍ່ເທົ່າໃດແຂວງທີ່ມີຄວາມສາມາດຈັດ ການກັບບັນຫາລະເບີດທີ່ບໍ່ທັນແຕກນີ້ ໄດ້.

ໃນຂະນະທີ່ຫວຽດນາມສະເຫຼີມສະຫຼອງວັນຄົບຮອບເຫດການຖິ້ມລະເບີດທີ່ຮ້າຍແຮງ
ທີ່ສຸດໃນປະຫວັດສາດຂອງ​ປະ​ເທດນັ້ນ ທ່ານ Searcy ເວົ້າວ່າ ມັນເປັນໂອກາດດີ ທີ່
ໄດ້ເຮັດໃຫ້ມີການຕື່ນຕົວຫຼາຍຂຶ້ນ ກ່ຽວ​ກັບໄພຂົ່ມຂູ່ເຖິງຕາຍຂອງລະເບີດບໍ່ທັນແຕກ
ທີ່ປະຊາຊົນ​ໃນທົ່ວປະເທດດໍາລົງ​ຊີວິດ​ຢູ່​ກັບ​ມັນ ໃນແຕ່ລະມື້ນັ້ນ. ທ່ານ​ກ່າວ​ມ້ວນທ້າຍ​
ວ່າ ເລຶ່ອງນີ້​ແມ່ນ​ໄດ້​ປ່ອຍ​ໃຫ້​ເປັນ​ແບບ​ນີ້ ​ມາ​ດົນ​ເກີນ​ໄປ​ແລ້ວ ແຕ່ມັນກໍບໍ່ສາຍເກີນແກ້.