ບັນດາເຈົ້າໜ້າທີ່ຫວຽດນາມ ກ່າວວ່າ ຍົນເຮລິຄອບເຕີທະຫານ
ລຳນຶ່ງ ທີ່ກຳລັງປະຕິບັດ ການຝຶກຊ້ອມໂດດຈ້ອງ ຢູ່ຕາມປົກກະຕິ
ນັ້ນ ໄດ້ຕົກລົງ ຢູ່ນອກນະຄອນຫລວງຮາໂນ່ຍ ເຮັດໃຫ້ມີຜູ້ເສຍ
ຊີວິດ ຢ່າງນ້ອຍ 16 ຄົນ.
ອີກ 5 ຄົນ ທີ່ຢູ່ໃນຍົນລຳນັ້ນ ໄດ້ຮັບບາດເຈັບ ໃນອຸບັດເຫດເຊົ້າ
ວັນຈັນມື້ນີ້. ມີລາຍງານວ່າ ຜູ້ເຄາະຮ້າຍທັງໝົດ ເປັນພະນັກງານ
ທະຫານ.
Hanoi
ເຈົ້າໜ້າທີ່ກ່າວວ່າ ເຮລິຄອບເຕີ ລຸ້ນ MI-171 ທີ່ສ້າງຢູ່ຣັດເຊຍ
ໄດ້ຕົກລົງ ໃນເວລາປະມານ 15 ນາທີ ຫຼັງຈາກບິນຂຶ້ນໄປ ແລ້ວ
ລະເບີດລຸກເປັນໄຟຂຶ້ນ ຢູ່ທາງທິດຕາເວັນຕົກຂອງຮາໂນ່ຍ.
ສາເຫດຂອງຍົນເຮລິຄອບເຕີຕົກ ກຳລັງຢູ່ໃນການສືບສວນສອບສວນ.
ເຈົ້າໜ້າທີ່ທະຫານ ພົນໂທ Vo Van Tuan ກ່າວວ່າ ປະກົດວ່າເປັນຍ້ອນບັນຫາທາງເທັກນິກ ທີ່ເຮັດໃຫ້ເກີດອຸບັດເຫດ ແລະ ບໍ່ແມ່ນເປັນການກໍ່ວິນາດສະກຳ.
Your browser doesn’t support HTML5
VIETNAM HELICOPTER CRASH VO