ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດກ່າວວ່າ ທ່ານ ໄດ້ປຶກສາຫາລືກັນເລຶ່ອງບັນຫາຂັດແຍ້ງ ທີ່ມີທ່າທີວ່າຈະຮ້ອນແຮງຂຶ້ນນັບມື້ ກ່ຽວກັບອະທິປະໄຕຢູ່ໃນເຂດທະເລຈີນໃຕ້ໃນລະຫວ່າງການຢ້ຽມຢາມຫວຽດນາມທີ່ ບໍ່ຄ່ອຍເກີດຂຶ້ນນັ້ນ.
ທ່ານ Hague ໄດ້ບອກພວກນັກຂ່າວ ເມື່ອວັນພຸດມື້ນີ້ວ່າ ຂໍ້ຂັດແຍ້ງດັ່ງ ກ່າວ ທີ່ເຮັດໃຫ້ຈີນຖືກຕໍ່ຕ້ານຈາກຫລາຍໆປະເທດເພື່ອນບ້ານຂອງຕົນນັ້ນ ເປັນພຽງນຶ່ງໃນຫລາຍໆບັນຫາສໍາຄັນ ໃນການເຈລະຈາຂອງທ່ານກັບ ນາຍົກລັດຖະມົນຕີຫວຽດນາມທ່ານ Nguyen Tan Dung ແລະ ທ່ານ Pham Binh Minh ລັດຖະມົນຕີຕ່າງປະເທດຫວຽດນາມ.
ທ່ານ William Hague, ຊ້າຍt, ຈັບມືກັບຄູ່ຕໍາແໜ່ງ ລັດຖະມົນຕີຕ່າງປະເທດຫວຽດນາມ Pham Binh Minh ກ່ອນການເຈລະຈາກັນທີ່ຮາໂນ່ຍ, ວັນພຸດ ທີ 25 ເມສາ 2012. (AP Photo/Mike Ives)
ນອກນີ້ແລ້ວ ບັນຫາດ້ານການຄ້າກໍເປັນຫົວ
ຂໍ້ລະດັບສູງ ໃນລາຍການປະ ຊຸມຂອງທ່ານ
Hague ຊຶ່ງເປັນລັດຖະມົນຕີຕ່າງປະເທດອັງ
ກິດຜູ້ທໍາອິດ ທີ່ໄດ້ໄປຢ້ຽມຢາມຫວຽດນາມ
ໃນໄລຍະ 17 ປີ. ອົງການຂ່າວ DPA ຂອງ
ເຢຍຣະມັນ ໄດ້ອ້າງເອົາຄໍາເວົ້າຂອງທ່ານ
Anthony Stokes ເອກອັກຄະລັດຖະທູດ
ອັງກິດທີ່ເວົ້າວ່າ ທ່ານ Hague ມີຄວາມສົນ
ໃຈໃນການສະແຫວງຫາໂອກາດສໍາລັບການ
ຈັດຊື້ແລະຂາຍອາວຸດຂອງລັດຖະບານ.
ປະລິມານການສົ່ງອອກຂອງອັງກິດໄປຍັງຫວຽດນາມໄດ້ຖີບຕົວສູງຂຶ້ນ ເປັນ 18 ເປີເຊັນເມື່ອປີຜ່ານມາ ໃນຂະນະການສົ່ງອອກຂອງຫວຽດນາມ ໄປອັງກິດ ໄດ້ເພີ່ມຂື້ນເປັນ 37 ເປີເຊັນ.
ລັດຖະມົນຕີຕ່າງປະເທດ Hague ຈະເດີນທາງໄປສິງຄະໂປ ໃນວັນພະຫັດມື້ອື່ນ ເພື່ອກ່າວຄໍາປາໄສດ້ານກິດຈະການລະຫວ່າງຊາດ ແລະຕໍ່ຈາກນັ້ນ ກໍຈະເດີນທາງໄປປະເທດ ບຣູໄນ ເພື່ອເຂົ້າຮ່ວມກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດ.