ຫວຽດນາມ ຕັ້ງກຳລັງ ເຮືອຫາປາ ຕ້ານຢັນ ການອ້າງກຳມະສິດ ຂອງຈີນ

ເຮືອຫາປາ ກຳລັງຈອດ ຢູ່ທີ່ທ່າ ທໍ່ ກວາງ ເມືອງດານັງ ປະເທດຫວຽດນາມ.

ຫວຽດນາມ ໄດ້ໃຫ້ຄວາມອຸບປະຖຳ ແບບງຽບໆ ຕໍ່ກຳລັງເຮືອຫາປາ ທີ່ໄດ້ຮັບການສະ
ໜັບສະໜຸນ ຈາກລັດຖະບານ ເພື່ອຍຸດຕິການອ້າງກຳມະສິດທາງທະເລຂອງຈີນ ເຖິງ
ແມ່ນວ່າປະເທດທັງສອງໄດ້ເປີດການເຈລະຈາກັນ ຢ່າງເປັນທາງການເພື່ອຫລຸດຜ່ອນ
ບັນຫາຂັດແຍ້ງເລື້ອງເຂດນ້ຳແດນດິນ ອີງຕາມພວກນັກຊ່ຽວຊານທີ່ຕິດຕາມບັນຫາດັ່ງ
ກ່າວ.

ຫວຽດນາມໄດ້ຊຸກຍູ້ໃຫ້ພວກເຮືອຫາປາເອກກະຊົນຂອງຕົນໃຊ້ເຮືອທີ່ເຂັ້ມແຂງກວ່າ
ເກົ່າ ແລະນຳເອົາພວກທີ່ໄດ້ຮັບການຝຶກແອບທາງທະຫານໄປທະເລນຳໃນກໍລະນີທີ່
ເກີດການປະທະກັນຂຶ້ນ ກັບຈີນ ອີງຕາມນັກວິເຄາະ ທີ່ຕິດຕາມເບິ່ງການເຄື່ອນໄຫວ ຂອງຫວຽດນາມ. ຈີນກໍມີກອງກຳລັງເຮືອຫາປາຂອງຕົນ ຢູ່ໃນເຂດນ່ານນ້ຳດຽວກັນ.

​ທ່ານຈຸງ ຫງວຽນ (Trung Nguyen) ຫົວໜ້າ ດ້ານຄວາມສຳພັນຕ່າງປະເທດ ຂອງ ມະຫາວິທະຍາໄລໂຮ່ຈິມິນ ທີ່ຮັບຜິດຊອບ ໃນເລື້ອງສັງຄົມສຶກສາ ແລະມະນຸດສາດ
ກ່າວວ່າ “ຂ້າພະເຈົ້າຄຶດວ່າ ມັນເປັນນະໂຍບາຍທີ່ດີ ເພື່ອຫລີີກເວັ້ນບັນຫາຂັດແຍ້ງ ໃນອະນາຄົດ ບ່ອນທີ່ກອງກຳລັງຊາວປະມົງ ພາກັນອອກສູ່ທະເລແລະຖ້າມີຄວາມ ເຄັ່ງຕຶງບາງຢ່າງເກີດຂຶ້ນ.”

ການສ້າງຕັ້ງກຳລັງຊາວປະມົງຫວຽດນາມ ຢ່າງໜ້ອຍນັບແຕ່ປີ 2009 ເປັນຕົ້ນມາ
ໄດ້ມີຂຶ້ນ ທັງໆທີ່ໄດ້ມີການເຈລະຈາ ຕາມປົກກະຕິ ລະຫວ່າງ ລັດຖະບານຂອງປະ
ເທດທັງສອງ​ ຊຶ່ງເທື່ອສຸດທ້າຍແມ່ນມີຂຶ້ນໃນອາທິດນີ້.

ທະຫານເຮືອຫວຽດນາມຄົນນຶ່ງ ຢືນຍາມ ທີ່ເກາະ ທວຽນ ຈາຍ ໃນໝູ່ເກາະສະແປຣັດລີ

ເລຂາທິການໃຫຍ່ ຂອງພັກຄອມມູນິສຫວຽດນາມ ໄດ້ພົບປະກັບລັດຖະມົນຕີການ
ຕ່າງປະເທດຈີນ ທີ່ໄປຢ້ຽມຢາມ ໃນວັນຈັນແລ້ວນີ້ ເພື່ອສະເໜີແນະ ໃຫ້ “ຮ່ວມກັນ
ປົກປັກຮັກສາສັນຕິພາບແລະສະຖຽນລະພາບທາງທະເລ” ອີງຕາມລາຍງານຂອງ
ອົງການຂ່າວຊິນຫົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ