17 ຄົນເສຍຊີວິດ ໃນເຫດໄຟໄໝ້ ຢູ່ຫວຽດນາມ

  • ໄພສານ ວໍຣະຈັກ

ໂຮງງານເກີບທີ່ຖືກໄຟໄໝ້ ຢູ່ເມືອງທ່າໄຮຟອງ (30 ກໍລະກົດ 2011)

ເຈົ້າໜ້າທີ່ຫວຽດນາມກ່າວໃນວັນເສົາມື້ນີ້ວ່າ ອັກຄີໄພທີ່ໂຮງງານເຮັດເກີບແຫ່ງນຶ່ງໃນເມືອງ
ທ່າໄຮຟອງທາງພາກເໜືອຂອງປະເທດເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນແລະໄດ້ຮັບບາດເຈັບ
ສາຫັດອີກ 21 ຄົນ.

ຕຳຫຼວດເວົ້າວ່າ ອັກຄີໄພທີ່ວ່ານີ້ເຊື່ອວ່າໄດ້ເລີ່ມຂຶ້ນ ໃນຕອນບ່າຍຂອງມື້ວັນສຸກວານນີ້ໂດຍ
ອຸບປະກອນທີ່ໃຊ້ຈອດ. ອາຄານທີ່ໃຊ້ເປັນໂຮງງານມີທາງອອກແຕ່ພຽງບ່ອນດຽວ ແລະໄຟ
ໄດ້ລຸກໄໝ້ລາມອອກໄປຢ່າງໄວ ເຮັດໃຫ້ພວກຄົນງານບໍ່ສາມາດພາກັນຫຼົບໜີອອກໄປໄດ້.

ເຈົ້າໜ້າທີ່ເວົ້າວ່າ ມີ 13 ຄົນ ໄດ້ຖືກໄຟໄໝ້ຕາຍກັບທີ່ແລະຄວັນໄຟກຸ້ມຫາຍໃຈບໍ່ໄດ້ ແລະ
ພວກເຄາະຮ້າຍອີກ 4 ຄົນທີ່ຖືກໄຟໄໝ້ຢ່າງສາຫັດນັ້ນ ເສັຍຊີວິດທີ່ໂຮງໝໍໃນຕອນເຊົ້າຂອງ
ວັນເສົາມື້ນີ້.