ເສດຖະກິດຂອງຫວຽດນາມກໍາລັງຟື້ນໂຕຄືນຢ່າງແຂງແຮງ ແລະພັກຄອມມີວນິສກໍໄດ້ຕັ້ງເປົ້າໝາຍການເຕີບໂຕໃສ່ອັດ ຕາສະເລ່ຍ 8 ເປີເຊັນຕໍ່ປີ ໃນໄລຍະ 5 ປີຕໍ່ໜ້າ. ກະຊວງແຜນການແລະການລົງທຶນຄາດວ່າ ການເຕີບໂຕຂອງເສດ ຖະກິດຈະຢູ່ໃນລະດັບ 7.5 ເປີເຊັນໃນປີ 2011 ຊຶ່ງເພີ່ມ ຂຶ້ນຈາກ 6.5 ເປີເຊັນໃນປີນີ້.
ທ່ານ Danny Armstrong ຜູ້ອໍານວຍການທະນາຄານ Common-wealth ຂອງອອສເຕຣເລຍປະຈໍາຫວຽດນາມ ກ່າວວ່າ ເສດຖະກິດຂອງຫວຽດນາມ ໄດ້ຜ່ານພົ້ນສະພາບ ການເສດຖະກິດຕົກຕໍ່າທີ່ຮ້າຍແຮງທີ່ສຸດຂອງໂລກ ຊຶ່ງທ່ານ Armstrong ກ່າວຊີ້ແຈງດັ່ງນີ້:
“ຖ້າຈະພິຈາລະນາເບິ່ງໃນສິ່ງພວກເຮົາໄດ້ຜ່ານຜ່າມາ ຊຶ່ງຖືວ່າເປັນສະພາວະ ການເງິນໂລກ ທີ່ຮ້າຍແຮງ ທີ່ສຸດໃນຮອບ 80 ປີນັ້ນ ໃນປີຜ່ານມານີ້ ເສດຖະ ກິດຫວຽດນາມກັບໄດ້ເຕີບໂຕຂຶ້ນ 5.3 ເປີເຊັນ ໃນຂະນະທີ່ເສດຖະກິດຂອງ ພວກປະເທດທີ່ຈະເຣີນແລ້ວທັງຫລາຍ ຊໍ້າພັດຕົກຕໍ່າລົງ. ຂ້າພະເຈົ້າຈຶ່ງຢາກ ຈະຊີ້ແນະວ່າ ຊ່ອງທາງໃນການເຕີບໂຕໃນອະນາຄົດ ແມ່ນສົດໃສສົມຄວນ.”
ລັດຖະບານໄດ້ນໍາໃຊ້ໂຄງການຊຸກຍູ້ເສດຖະກິດ ມູນຄ່າ 8,500 ລ້ານໂດລາ ເພື່ອຫລຸດ ຜ່ອນຄວາມເສຍຫາຍ ຈາກວິກິດການການເງິນຂອງໂລກ ໃນປີ 2008 ນັ້ນ ແລະບັນດາເຈົ້າໜ້າທີ່ດ້ານເງິນຕາຂອງຫວຽດນາມ ກໍໄດ້ລົດຄ່າຂອງເງິນດົງ ເງິນຕາຂອງປະເທດ ລົງ ຊຶ່ງເຮັດໃຫ້ສິນຄ້າສົ່ງອອກຂອງຫວຽດນາມແຂ່ງຂັນໄດ້ ໃນຕະຫລາດຕ່າງປະເທດ.
ທ່ານ Ayumi Konishi ຜູ້ອໍານວຍການທະນາຄານພັດທະນາເອເຊຍ ປະຈໍາຫວຽດນາມ ກ່າວວ່າ ໂຄງການຊຸກຍູ້ເສດຖະກິດ ໄດ້ມີບົດບາດສໍາຄັນ ໃນການປ້ອງກັນບໍ່ໃຫ້ເສດຖະກິດ ຕົກຕໍ່າ ແຕ່ທ່ານ Konishi ກ່າວວ່າ ມັນເຖິງເວລາທີ່ຈະເລີ້ມຕົ້ນຄ່ອຍໆຕັດໂຄງການຊຸກຍູ້ ເສດຖະກິດນີ້ໄດ້ແລ້ວ ຊຶ່ງທ່ານ Konishi ກ່າວວ່າ:
“ລັດຖະບານຄວນຈະສາມາດທີ່ຈະຄ່ອຍໆ ຖອນການເກື້ອກຸນເພື່ອກະຕຸ້ນເສດຖະ ກິດ ຮອບທຳອິດນີ້ ຊຶ່ງເວົ້າແທ້ໆແລ້ວ ກໍຄວນໄດ້ບັນລຸເປົ້າໝາຍທີ່ຕັ້ງເອົາໄວ້ນັ້ນ ແລ້ວ. ສິ່ງສໍາຄັນກໍຄືວ່າ ໂຄງການກະຕຸ້ນເສດຖະກິດ ກໍຍັງລວມເອົາພາກສ່ວນໃຫຍ່ຂອງ ການສະໜັບສະໜູນໂຄງຫລ່າງພື້ນຖານ ຫລື ການລົງທຶນໃສ່ໃນດ້ານ ໂຄງຫລ່າງພື້ນຖານນັ້ນ.”
ມີຫລາຍຄົນໃນວົງການທຸລະກິດເວົ້າວ່າ ລັດຖະບານມີຄວາມຈໍາເປັນທີ່ຈະຕ້ອງເພ່ງເລັງໃສ່ການປັບປຸງໂຄງລ່າງພື້ນຖານ. ຖະໜົນຫົນທາງ, ທ່າກໍາປັ່ນ ແລະໂຮງໄຟຟ້າທັງຫລາຍ ບໍ່ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ທີ່ເພີ່ມທະວີຂຶ້ນນັບມື້ນັ້ນ.
ທ່ານ Armstrong ຜູ້ອໍານວຍການທະນາຄານ Commonwealth ປະຈໍາຫວຽດນາມ ກ່າວວ່າ ບັນຫາດັ່ງກ່າວນີ້ແມ່ນເປັນບັນຫາໃຫຍ່ ສໍາລັບພາກສ່ວນທຸລະກິດ ຊຶ່ງທ່ານ Armstrong ຊີ້ແຈງວ່າ:
“ຂ້າພະເຈົ້າຄາດຄະເນວ່າ ຄໍາຈົ່ມວ່າທີ່ສໍາຄັນນັ້ນ ກໍຄືການຂາດເຂີນກະແສໄຟຟ້າ ທີ່ໜ້າເຊື່ອຖືໄດ້ ໃນໄລຍະປີສອງປີຜ່ານມານີ້. ໄດ້ມີການສະແດງຂໍ້ຄິດເຫັນຢ່າງ ຫລວງຫລາຍກ່ຽວກັບເລື່ອງນີ້ທາງສື່ມວນຊົນ ຄືຍັງມີຄວາມຕ້ອງການ ເພື່ອປັບປຸງ ສະຖານອໍານວຍຄວາມສະດວກຕ່າງໆຂອງທ່າເຮືອ. ດ້ານຖະນົນຫົນທາງ ແນ່ນອນ ວ່າ ຢູ່ໃນຕົວເມືອງ Ho Chi Minh City ຖ້າເຮົາຈະສັງເກດເບິ່ງສະພາບການ ຈະລາຈອນ ຕາມຖະນົນສາຍຕ່າງໆ ແລ້ວກໍຈະເຫັນວ່າ ຖະນົນຫົນທາງມີການ ຂະຫຍາຍໂຕອອກຢູ່ ແຕ່ໂຄງລ່າງພື້ນຖານໂດຍທົ່ວໆໄປນັ້ນ ແມ່ນຍັງຈະຕ້ອງໄດ້ ປັບປຸງຕື່ມອີກ ຢູ່ຫລາຍ.”

ການສັນຈອນທີ່ຄັບຄັ່ງ ໃນນະຄອນ Ho Chi Minh ສູນກາງການຄ້າ ແລະເສດຖະກິດຂອງຫວຽດນາມ. (AP Photo/Andy Eames)
ຫວຽດນາມກໍາລັງດໍາເນີນການແກ້ໄຂບັນຫານີ້ຢູ່. ໂຮງໄຟຟ້າ ໃໝ່ 30ແຫ່ງ ທີ່ໃຊ້ພະລັງຖ່ານຫີນແລ່ນ ຄາດວ່າຈະເລີ້ມຕົ້ນເປີດໃຊ້ໃນໄວໆນີ້ ແລະຍັງມີແຜນການທີ່ຈະສ້າງໂຮງໄຟຟ້າໃໝ່ຂຶ້ນຕື່ມອີກ.
ແຕ່ການເຄື່ອນໄຫວບາງຢ່າງ
ຂອງລັດຖະບານ ຊໍ້າພັດພາ
ໃຫ້ມີຄວາມເປັນຫ່ວງອື່ນໆ
ເປັນຕົ້ນວ່າ ການຕັດສິນໃຈ
ລົດຄ່າເງິນດົງລົງ ໄດ້ພາໃຫ້
ມີເປັນຫ່ວງກ່ຽວກັບເງິນເຟີ້
ແລະໃນຂະນະທີ່ການລົດຄ່າ
ເງິນດົງລົງ ມີວັດຖຸປະສົງເພື່ອ
ສົ່ງເສີມສິນຄ້າສົ່ງອອກ ເງິນ
ຕາທີ່ອ່ອນຄ່າລົງ ກັບເຮັດໃຫ້ສິນຄ້າທີ່ສັ່ງເຂົ້າປະເທດ ມີລາຄາແພງຂຶ້ນ.
ແລະຄືກັນກັບເສດຖະກິດອື່ນໆ ທີ່ກໍາລັງໂຜ່ໂຕຂຶ້ນມາ ຫວຽດນາມກໍໄດ້ເຫັນເງິນລົງທຶນຫລັ່ງໄຫລເຂົ້າສູ່ຕະຫລາດຂອງຕົນ ຈາກພວກປະເທດທີ່ມີເສດຖະກິດເຕີບໂຕຊ້າກວ່າ ຊຶ່ງສົ່ງຜົນໃຫ້ລາຄາຊັບສິນທີ່ດິນ ສູງຂຶ້ນຢ່າງວ່ອງໄວໃນປີຜ່ານມາ ເຮັດໃຫ້ມີຄວາມເປັນຫ່ວງເພີ່ມຂຶ້ນວ່າ ເສດຖະກິດຈະກາຍເປັນເສດຖະກິດຟອງສະບູ່ ທີ່ອາດພັງລົງໄດ້.
ທ່ານ Nagesh Kumar ຫົວໜ້ານັກເສດຖະສາດ ກັບຄະນະກໍາມາທິການດ້ານເສດຖະກິດແລະສັງຄົມຂອງສະຫະປະຊາຊາດ ສໍາລັບຂົງເຂດເອເຊຍ ແລະຍ່ານມະຫາສະມຸດປາຊີຟິກ ກ່າວວ່າ ການຫລັ່ງໄຫລເຂົ້າມາຂອງເງິນທຶນ ສະທ້ອນໃຫ້ເຫັນລາຄາຊັບສິນທີ່ດິນ ທີ່ແພງ ຂຶ້ນໃນແຫ່ງອື່ນໆ ໃນເອເຊຍ ຮວມທັງໃນຈີນ, ອິນເດຍ ແລະອິນໂດເນເຊຍ ຊຶ່ງທ່ານ Kumar ກ່າວວ່າ :
“ນີ້ແມ່ນບັນຫານຶ່ງ ທີ່ສົ່ງຜົນກະທົບຕໍ່ພວກເສດຖະກິດໃນຂົງເຂດເອເຊຍ ທີ່ກໍາລັງໂຜ່ໂຕຂຶ້ນມາ ສ່ວນຫລາຍ. ທັ້ງນີ້ກໍຍ້ອນວິກິດການ ທີ່ມາຈາກການປ່ອຍເງິນທຶນເຂົ້າໃສ່ເສດຖະກິດໃນທົ່ວໂລກ ເພື່ອຊ່ວຍກະຕຸ້ນການເຕີບໂຕນັ້ນ ຊຶ່ງເວລານີ້ ເງິນທຶນດັ່ງກ່າວກໍໄດ້ຫລັ່ງໄຫລເຂົ້າມາຍັງພວກປະເທດໃນຂົງເຂດເອເຊຍ ເພາະ ວ່າ ເສດຖະກິດຂອງເຂົາເຈົ້າກໍາລັງໄປໄດ້ດີຫລາຍ. ຍ້ອນທຶນໝູນວຽນເຫລົ່ານີ້, ລາຄາຊັບສິນ ແລະລາຄາຫຸ້ນ ຈຶ່ງກໍາລັງຖີບຕົວສູງຂຶ້ນ.”
ໂຮງງານຜະລິດເຄື່ອງກິລາໄນກີ້ ທີ່ຫວຽດນາມ.
ກະຊວງກໍ່ສ້າງຂອງຫວຽດນາມກ່າວວ່າ ປີນີ້
ຊັບສິນທີ່ດິນກວມເອົາເກືອບຮອດ 22 ເປີ
ເຊັນ ຂອງການລົງທຶນໂດຍກົງທັງໝົດຂອງ ຕ່າງປະເທດໃນຫວຽດນາມ.
ບັນດານັກວິເຄາະດ້ານທຸລະກິດ ເຊ່ນທ່ານ Armstrong ຈາກທະນາຄານ Common-wealth ກ່າວວ່າ ຫວຽດນາມໄດ້ຮັບຜົນປະ ໂຫຍດຈາກລາຄາສິ່ງຂອງທີ່ແພງຂຶ້ນໃນຈີນ ຊຶ່ງບັງຄັບໃຫ້ບາງບໍລິສັດຕ້ອງໄດ້ຍົກຍ້າຍ ກິດຈະການຂອງຕົນ. ທ່ານ Armstrong ຊີ້ແຈງວ່າ:
“ຖ້າຫາກທ່ານບໍ່ຢາກທຸ່ມເທເງິນລົງທຶນຂອງທ່ານທັງໝົດຢູ່ໃນຈີນແລ້ວ ທ່ານກໍຄິດເຖິງ ຫວຽດນາມເປັນທາງເລືອກ ເພາະຫວຽດນາມມີແຮງງານທີ່ຖືກກວ່າ, ໜຸ່ມ ກວ່າ ແລະ ເຝິກແອບໄດ້ ຖ້າສົມທຽບກັນແລ້ວ. ແລະ ມີສະຖຽນລະພາບທາງ ການເມືອງ, ມີເງື່ອນໄຂ ການລົງທຶນທີ່ເອື້ອອໍານວຍ ແລະມີຄວາມຍິນດີຕ້ອນ ຮັບການລົງທຶນຂອງຕ່າງປະເທດ.”
ການລົງທຶນຂອງຕ່າງປະເທດໂດຍລວມ ແມ່ນກໍາລັງຟື້ນຄືນມາຢ່າງຊ້າໆ ຫລັງຈາກໄດ້ຫລຸດລົງໃນລະຫວ່າງວິກິດການເສດຖະກິດຂອງໂລກນັ້ນ. ໃນໄລຍະ 9 ເດືອນທໍາອິດຂອງປີນີ້ ການລົງທຶນໂດຍກົງຂອງຕ່າງປະເທດແມ່ນ 12 ເປີເຊັນ ຕໍ່າກວ່າໃນໄລຍະດຽວກັນຂອງປີ ກ່ອນ ໂດຍມີມູນຄ່າ 11 ພັນລ້ານໂດລາ ຊື່ງຫລຸດຈາກ 22 ພັນລ້ານໂດລາທີ່ລັດຖະບານ ໄດ້ຕັ້ງເປົ້າໝາຍໄວ້ສໍາລັບປີ 2010 ນັ້ນຢ່າງຫລວງຫລາຍ. ພວກທີ່ມາລົງທຶນລາຍໃຫຍ່ ໃນຫວຽດນາມ ແມ່ນມາຈາກໄຕ້ຫວັນ, ເກົາຫລີໃຕ້, ຍີ່ປຸ່ນ, ມາເລເຊຍ ແລະສິງກະໂປ ຕະຫລອດທັງຈາກສະຫະລັດ ແລະຢູໂຣບນໍາ.
ພວກນັກລົງທຶນຈາກຕ່າງປະເທດບາງຄົນ ມີຄວາມເປັນຫ່ວງ ເພາະວ່າອົງການ Fitch ທີ່ເປັນອົງການໃຫ້ຄະແນນ ດ້ານຄວາມໜ້າເຊື່ອຖືລະຫວ່າງຊາດ ໄດ້ຫລຸດລະດັບຄວາມໜ້າເຊື່ອຖືຂອງຫວຽດນາມລົງ ໂດຍອ້າງເຖິງນະໂຍບາຍທີ່ບໍ່ສະໝໍ່າສະເໝີຂອງລັດຖະບານ, ການເງິນພາຍນອກ ແລະລະບົບທະນາຄານພາຍໃນປະເທດທີ່ອ່ອນແອ.
ໃນການສໍາຫລວດປະຈໍາຂົງເຂດນັ້ນ ພວກນັກລົງທຶນຕ່າງປະເທດກໍໄດ້ສະແດງຄວາມເປັນ ຫ່ວງອອກມາເຊ່ນກັນ ກ່ຽວກັບການສໍ້ລາດບັງຫລວງ ແລະສິດທິກ່ຽວກັບຊັບສິນດ້ານສະຕິປັນຍາໃນຫວຽດນາມ. ນອກນັ້ນ ເຂົາເຈົ້າເວົ້າວ່າ ກົດໝາຍທຸລະກິດທີ່ສະລັບຊັບຊ້ອນຂອງຫວຽດນາມ ບ່ອນທໍາລາຍຄວາມດຶງດູດໃຈຂອງພວກນັກລົງທຶນ.