ຫວຽດນາມຈັບນັກເຄື່ອນໄຫວ ທະນາຍຄວາມ

  • ສິງ ບູຣົມມະວົງ

Paus Fransiskus I, atau sebelumnya dikenal dengan Kardinal Jorge Mario Bergoglio dari Argentina.

ຕຳຫລວດ​ຫວຽດນາມ​ໄດ້​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ​ທີ່​ເປັນ​ທະນາຍຄວາມຄົນ​ນຶ່ງ​ ແລະ​ກ່າວ​ຫາ
ຜູ້ກ່ຽວ​ວ່າ​ ທໍາ​ການໂຄສະນາ​ຊວນ​ເຊື່ອ​ຕໍ່ຕ້ານ​ລັດ. ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ​ທ່ານ Cu Huy
Ha Vu ​ໃນ​ວັນ​ສຸກ​ຜ່ານ​ມາ ຊຶ່ງໂທລະພາບ​ແຫ່ງ​ລັດ​ເວົ້າ​ວ່າ ພວກເຈົ້າ​ໜ້າ​ທີ່​ສືບສວນໄດ້​
ພົບ​ເຫັນ​ເອກະສານ​ຕໍ່ຕ້ານ​ລັດ​ຫລາຍຢ່າງ​ ຢູ່​ໃນ​ເຄື່ອງ​ຄອມ​ພີ​ວ​ເຕີ​ໜ້າ​ຕັກ​ຂອງ​ທ່ານ ​ແລະ​
ວ່າ​ ຜູ້ກ່ຽວ​ໄດ້​ສົ່ງ​ເສີມ​ລະບອບການ​ປົກຄອງ ທີ່​ມີຫລາຍ​ພັກການ​ເມືອງ.

ທ່ານ Vu ໄດ້​ສ້າງ​ຄວາມ​ບໍ່ພໍໃຈ​ໃຫ້​ລັດຖະບານ ​ໂດຍ​ທໍາ​ການ​ຟ້ອງ​ຮ້ອງນາຍົກລັດຖະມົນຕີ
Nguyen Tan Dung(Zung) ກ່ຽວ​ກັບ​ໂຄງການຂຸດແຮ່​ທາດ​ອະລູມິນຽມ​ ຂອງຈີນ​ໃນ​ເຂດ
ພູ​ເຂົາທາງ​ພາກກາງຂອງ​ຫວຽດນາມ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ສານ​ໄດ້ຍົກ​ເລີກ​ຄະດີ​ຮ້ອ ​ຟ້ອງ​ນັ້ນ
ໂດຍ​ກ່າວ​ວ່າ ​ສານ​ບໍ່​ມີ​ສິດດໍາ​ເນີນ​ຄະດີ​ນາຍົກລັດຖະມົນຕີ. ​ໃນ​ເດືອນ​ແລ້ວ​ນີ້ ທ່ານ Vu ​ໄດ້
ຍື່ນ​ຟ້ອງ​ຮ້ອງ​ນາຍົກລັດຖະມົນຕີອີກ ກ່ຽວກັບ​ການ​ອອກ​ຂໍ້​ດໍາລັດ​ສະບັບ​ນຶ່ງ ທີ່ຫ້າມ​ພວກ​ກຸ່ມ
ຕ່າງໆ​ບໍ່​ໃຫ້ທໍາ​ ການ​ຮ້ອງ​ຮຽນ​ຕໍ່​ລັດຖະບານ​.

ການ​ຕັ້ງຂໍ້​ຫາ​ຖາ​ຍໂຄສະນາ​ຊວນ​ເຊື່ອ ​ແມ່ນ​ມີ​ຂຶ້ນ​ເປັນ​ປະ​ຈໍາ ຕໍ່​ພວກ​ຄັດຄ້ານ​ລັດຖະບານ​ໃນ
ຫວຽດນາມ. ຖ້າ​ທາງ​ສານ​ຕັດສິນ​ວ່າ​ທ່ານ Vu ມີ​ຄວາມ​ຜິດ​ແທ້ ທ່ານສາມາດ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຈໍາ​ຄຸກ ​ເຖິງ 12 ປີ​ໄດ້.