ນັກ​ລົງທຶນ ​ຕ່າງປະ​ເທດ ຍິນ​ດີ ​​ຕໍ່ການກວດ​ລ້າງ ​ການ​ສໍ້​ລາດ​ບັງ​ຫຼວງ ຢູ່ ​ຫວຽດນາມ

ທ່ານ ຫງວຽນ ຊວນເຊິນ (Nguyen Xuan Son) ອະດີດປະທານ ບໍລິສັດ PtroVietnam ຖືກຕໍາຫລວດນໍາຕົວໄປ ພາຍຫລັງ ທີ່ທ່ານໄດ້ອອກຈາກສານ ເມື່ອຈົບວາລະການຕັດສິນຂອງສານ ຢູ່ນະຄອນຫລວງຮ່າໂນ້ຍ ຂອງຫວຽດນາມ ໃນວັນທີ 29 ກັນຍາ, 2017.

ພວກ​ນັກ​ວິ​ເຄາະ​ເຫ​ດການ​ເວົ້າວ່າ ບັນດານັກ​ລົງທຶນ​ຕ່າງປະ​ເທດຢູ່​ຫວຽດນາມ ຈະ​ມີ​
ຄວາມຍິນ​ດີຕໍ່ແບບ​ແຜນການເຮັດ​ທຸລະ​ກິດ ທີ່​ເປັນ​ທໍາ​ກວ່າ ​ແລະ​ມີ​ຄວາມແນ່ນອນ
​ກວ່າ ​ເພາະລັດ ຖະບານ​ໄດ້ດໍາ​ເນີນການກວດ​ລ້າງ​ພວກ​ຫົວໜ້າບໍລິສັດ​ຕ່າງ​ໆຢູ່​ໃນ
​ປະ​ເທດ​ທີ່​ມີ​ຄວາມ​ຜິດ​ຖານ​ສໍ້​ລາດ​ບັງ​ຫລວງ.

ບໍລິສັດ​ຕ່າງ​ປະ​ເທດ​ບາງ​ບໍລິສັດ ອາດ​ຈະ​ໄດ້​ທົບ​ທວນ​ເບິ່ງ​ບັນ​ຊີ​ຂອງ​ຕົນ​ເອງ ​ເພື່ອ​ຮັບ
ປະກັນ​ວ່າມີ​ການ​ເຮັດບັນຊີຢ່າງຂາວ​ສະອາດ ​ໃນ​ຂະນະ​ທີ່​ບັນດາໄອ​ຍະ​ການ​ສອບ​ສວນ​ພວກຫົວໜ້າບໍ​ລິ​ຫານ​ຂອງບໍລິສັດ​ຫວຽດນາມ ​ທີ່​ສົງ​ໄສ​ວ່າ​ ໃຫ້​ສິນ​ບົນນັ້ນ​. ບັນ​ດາ​ນັກ​ເສດຖະສາດ​ພາກັນ​ຄາດໄວ້​ວ່າ ຄົນ​ສ່ວນ​ໃຫຍ່ ​ຈະ​ຍ້ອງການ​ທັບ​ມ້າງ​ດັ່ງກ່າວ​ວ່າ ​ມັນເປັນ​ບາດກ້າວ ​ທີ່​ນໍາ​ໄປ​ສູ່​ຄວາມ​ໂປ່​ງ​ໃສ, ຄວາມ​ເປັນ​ທໍາ​ໃນ​ການ​ເຮັດ​ທຸລະ​ກິດ ​ແລະ​ການດໍາ​ເນີນ​ທຸລະກິດ​ທີ່​ດີ​ຂຶ້ນຂອງ​ບໍລິສັດທີ່​ເປັນ​ພາຄີ​ທາງການ​ຄ້າ ​ແລະ​ການ​ລົງທຶນ​ໃນທ້ອງ​ຖິ່ນ.

ທ່ານ ຊອງ ​ເຊັງ ​ວູນ (Song Seng Wun), ນັກ​ເສດຖະສາດ ​ຢູ່ຫົວໜ່ວຍທະນາຄານ ​ເອກະ​ຊົນ CIMB ທີ່​ສິງກະ​ໂປ​ກ່າວ​ວ່າ "ການກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ, ຂ້າພະ​ເຈົ້າ ຄິດ​ວ່າ ​ເທົ່າ​ທີ່​ຜ່ານ​ມາ ປາກົດ​ວ່າ​ ໄດ້​ຮັບ​ຄວາມຊົມ​ຊອບ​ຫລາຍ". "ຢ່າງໜ້ອຍກໍ​ມີ​ຄວາມ​ພະຍາຍາມ​ປາກົດ​ໃຫ້​ເຫັນວ່າ​ ມີ​ການກວດ​ລ້າງ​ເລື່ອງ​ດັ່ງກ່າວ ​ແລະ​ກໍ​ມີ​ຄວາມໂປ່​ງ​ໃສ​ຂຶ້ນ ​ໃນ​ວິທີ​ການ​ດໍາ​ເນີນ​ທຸລະ​ກິດ ​ໂດຍເປັນ​ວິທີ​ການ​ນຶ່ງ​ເພື່ອ​ຮັບປະກັນ​ພື້ນຖານ​ທີ່​ແໜ້ນໜາກວ່າ."

ຄວາມໝັ້ນ​ໃຈ​ທີ່​ເພີ້ມຂຶ້ນຂອງ​ພວກ​ນັກລົງທຶນ​ຕ່າງປະ​ເທດ ​ໃນ​ການສ້າງ​ໂຮງງານ ທີ່​ມັກ​ຫວຽດນາມ​ຢູ່​ແລ້ວ​ ຍ້ອນ​ວ່າ​ມັນ​ມີ​ລາຄາ​ທີ່​ດິນ ​ແລະ​ຄ່າ​ແຮງ​ງານ​ຕໍ່ານັ້ນ ຈະ​ຊ່ວຍ​ເຮັດ​ໃຫ້​ເສດຖະກິດ​ໂດຍ​ລວມ​ຂອງ​ປະ​ເທດ​ ທີ່ຕັ້ງຢູ່ໃນເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງນີ້ ​
ພຸ່ງ​ໂຕ​ສູງ​ຂຶ້ນ.

ການ​ລົງທຶນ​ຕ່າງປະ​ເທດ​ເຮັດ​ໃຫ້​ເສດຖະກິດ​ຂອງຫວຽດນາມ ທີ່​ມີຍອດຜະລິດຮວມພາຍ
ໃນຫລື GDP 202 ຕື້​ໂດ​ລານັ້ນ​ເພີ້ມຂຶ້ນ ຊຶ່ງ​ທະນາຄານພັດທະນາ​ເອ​ເຊຍ​ຄາດ​ວ່າ​ ເສດ
ຖະກິດ​ຂອງປະ​ເທດ​ດັ່ງກ່າວ ຈະ​ຂະຫຍາຍຕົວ 6.5 ​ເປີ​ເຊັນ​ໃນ​ປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ