ແມ່ຍິງ ຫວຽດນາມ ຄົນນຶ່ງ ເປີດເຜີຍ ການຄ້າມະນຸດ ໃນຈີນ ທີ່ສະຫຍອງຂວັນ

ນາງ Ly Thi Minh ເວລານັ້ນ ອາຍຸ 14 ປີ ແຕ່ງງານ ກັບທ້າວ Pay Long Phe ທີ່ເປັນຄົນຈີນ.

ແມ່ຍິງ​ຫວຽດນາມ​ຄົນ​ນຶ່ງໄດ້​ກັບ​ຄືນ​ບ້ານຫລັງ​ຈາກ​ໄດ້​ຖືກ​ບັງ​
ຄັບ​ໃຫ້​ແຕ່ງງານ ຢູ່ໃນເຂດ​ຊົນນະບົດຂອງ​ຈີນເປັນເວລາສີ່ປີ
​ແລະ​ໄດ້​ຖືກບັງຄັບດ້ວຍຄວາມ​ເຈັບ​ປວດ​ເພື່ອເຮັດການ​ເສຍ
​ສະຫລະ ຕໍ່​ຄວາມ​ເປັນ​ອິດ​ສະລະພາບ​ຂອງ​ນາງ.

ນາງ Ly Thi Minh ກ່າວ​ວ່າ ​ໃນ​ເດືອນ​ເມສາ ​ປີ 2011 ຊາຍ​
ໜຸ່ມ​ສາມ​ຄົນ​ໄດ້​ເຊີນ​ນາງ​ແລະ​ນ້ອງ​ສາວ​ສອງ​ຄົນ​ໄປ​ຫລີ້ນ​ບຸນ.
​ແຕ່​ໃນເວລາ​ທີ່​ເຂົາ​ເຈົ້າ​ໄດ້​ຢູ່​ໂດດ ດ່ຽວ​ນັ້ນ ນາງ​ກ່າວ​ວ່າ ​ພວກ
ຊາຍໜຸ່ມໄດ້​ທຸບ​ຕີ ຂົ່ມຂູ່ ​ແລະ​ໄດ້​ນຳເອົາພວກ​ເຂົາ​ເຈົ້າ ຂ້າມ​
ຊາຍ​ແດນເຂົ້າ​ສູ່ປະ​ເທດ​ຈີນ.

ນາງເວົ້າວ່າ “​ແລ້ວ​ເຂົາ​ເຈົ້າ​ໄດ້​ນຳ​ພວກ​ເຮົາ​ໄປ​ເຮືອນ​ຫລັງ​ນຶ່ງ ຂອງ​ຊາວ​ມົ້ງຈີນ ​ເຈັດ​ຊົ່ວ​
ໂມງ​ຫ່າງຈາກ​ຊາຍ​ແດນ. ​ເຈົ້າ​ຂອງ​ເຮືອນຫລັງ​ນີ້ ​ເປັນ​ຜູ້ຊາຍອາຍຸ​ປານ​ກາງ​ໃນ​ລະຫວ່າງ
50 ປີຕົ້ນໆ ທີ່ເຮັດທຸລະ​ກິດ​ຂາຍ​ຜູ້ຍິງ​ຫວຽດນາມ​ໃຫ້​ແກ່​ຈີນ. ນາງກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້
​ຄວບຄຸມໃຫ້ພວກ​ເຮົາ​ຢູ່​ພາຍ​ໃຕ້​ການ​ສັງ​ເກດ​ການ​ຢ່າງ​ເຄັ່ງ​ຄັດ.”

​ໃນ​ຕອນ​ເຊົ້າມື້​ຕໍ່ມາ ນ້ອງ​ສາວ​ຂອງ​ນາງ​ສອງ​ຄົນ ​ໄດ້​ຖືກ​ຂາຍ ​ແລະ​ນາງ​ໄດ້​ຢູ່​ຢ່າງໂດດ
ດ່ຽວ. ​ໃນ​ວັນ​ຕໍ່​ມາ ສອງ​ຜົວເມຍຄູ່ນີ້ ​ໄດ້​ຂັບ​ລົດ​ ພາ​ນາງ​ໄປແຂວງ Shanxi ບ່ອນ​ທີ່​ນາງ
​ໄດ້​ຖືກ​ຂາຍ​ໃຫ້ທ້າວ Pay Long Phe ຜູ້​ຊາຍ​ທີ່​ມີ​ອາຍຸ​ແກ່​ກ່ອນນາງ 20 ປີ.

ທ້າວ Pay ກ່າວ​ຕໍ່ ວີ​ໂອ​ເອ ວ່າ ລາວ​ໄດ້​ຊື້​ນາງ ປະມານ 9,400 ​ໂດ​ລາເພາະວ່າ ລາວ​ບໍ່​ສາມາດ​ຈ່າຍຄ່າ​ແຕ່ງງານ​ກັບແມ່​ຍິງ​ທ້ອງ​ຖິ່ນຂອງ​ຈີນທີ່ນັ້ນ.