ຫວຽດນາມ ແລະຈີນ ໄດ້ກ່າວຫາຊຶ່ງກັນແລະກັນວ່າ ໃຊ້ເຮືອ
ຂອງຕົນແລ່ນເຂົ້າຕຳເຮືອ ຂອງອີກຝ່າຍນຶ່ງ ໃກ້ໆຖານເຈາະ
ນ້ຳມັນຂອງຈີນ ຢູ່ໃນເຂດນ່ານນ້ຳທີ່ມີການໂຕ້ແຍ້ງກັນນັ້ນ.
ຮອງຫົວໜ້າຂອງພະແນກຄຸ້ມຄອງການປະມົງຫວຽດນາມ ທ່ານ
Ha Le ໄດ້ບອກກັບ VOA ໃນວັນອັງຄານຜ່ານມານີ້ວ່າ ພວກລູກ
ເຮືອຫວຽດນາມ 2 ຄົນ ໄດ້ຮັບບາດເຈັບ ແລະເຮືອຂອງກົມປະມົງ
ລຳນຶ່ງໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ ເວລາເຮືອ 7 ລຳຂອງຈີນ
ໄລ່ເຮືອຫວຽດນາມ ກ່ອນທີ່ຈະແລ່ນເຂົ້າຕຳ ໃນວັນຈັນຜ່ານມານີ້.
ທ່ານ Ha Le ຍັງໄດ້ກ່າວເນັ້ນອີກວ່າ ເຮືອຂອງຫວຽດນາມນັ້ນ ບໍ່ເຄີຍໂຈມຕີເຮືອຈີນຈັກເທື່ອ ແລະປະທ້ວງ ຕໍ່ອັນທີ່ຈີນເອີ້ນວ່າ ເປັນເຂດກັນຊົນຄວາມປອດໄພ ໃນເຂດນ່ານນ້ຳຂອງຫວຽດນາມນັ້ນ.
ແຕ່ໂຄສົກຂອງກະຊວງການຕ່າງປະເທດຂອງຈີນ ທ່ານນາງ Hua Chunying ໄດ້ກ່າວໃນວັນອັງຄານຜ່ານມານີ້ ໃນກອງປະຊຸມຖະແຫຼງຂ່າວວ່າ ເຮືອຂອງຫວຽດນາມ ໄດ້ລ່ວງລະເມີດ ຕໍ່ ເຂດ ກັນຊົນຄວາມປອດໄພຂອງຕົນ ແລະແລ່ນຕຳເຮືອຂອງຈີນລຳນຶ່ງ.
Your browser doesn’t support HTML5
VIETNAM US VO