ຫວຽດນາມກ່າວວ່າ ດໍາລັດໃໝ່ຂອງຕົນ ກ່ຽວກັບອິນເຕີແນັດ ແມ່ນດີ ສໍາລັບທຸລະກິດ

Young dancers perform during National Day celebrations in Taipei, Taiwan. During Taiwan President Ma Ying-jeou's keynote speech, he gave his support to Hong Kong's student protesters demanding universal suffrage in its 2017 election.

ກົດໝາຍຄວບຄຸມອິນເທີເນັດຂອງ​ຫວຽດນາມ
ທີ່​ເປັນ​ຫົວຂໍ້ໂຕ້ແຍ້ງກັນນັ້ນ ເລີ່ມມີຜົນບັງຄັບໃຊ້ ເມື່ອວັນທີ
1 ເດືອນນີ້ ຊຶ່ງບັນດານັກວິຈານເວົ້າວ່າ ກົດໝາຍໃໝ່ດັ່ງກ່າວ
ແມ່ນແນເປົ້າໝາຍໃສ່ ປາບປາມການຂຽນຂໍ້ຄວາມລົງທາງ
ອິນເທີເນັດ ແລະອາດສາມາດ​ເຮັດໃຫ້ບໍລິສັດ​ຕ່າງໆ​ ບໍ່​ມີ​ກໍາ
ລັງ​ໃຈ​ທີ່​ຈະ​ເຂົ້າ​ໄປ​ລົງທຶນ​ໃນຫວຽດນາມໄດ້. ແຕ່ລັດຖະບານ
ຫວຽດນາມເວົ້າວ່າ ກົດໝາຍນີ້ມີເປົ້າໝາຍເພື່ອພິທັກປົກປ້ອງ
ຊັບສິນທາງປັນຍາ ແລະປາບປາມການລັກລອບຄັດສໍາເນົາ
ຫລື​ກອບ​ປີ້ຜົນງານແລະບົດປະພັນ. Marianne Brown ຜູ້ສື່
ຂ່າວວີໂອເອ ມີລາຍງານເລຶ່ອງນີ້ຈາກຮາໂນ່ຍ ຊຶ່ງດາຣາຈະ
ນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບ ກົດໝາຍອິນເຕີແນັດໃໝ່ ຂອງຫວຽດນາມ


ບັນດາລັດຖະບານຕ່າງປະເທດ ພ້ອມດ້ວຍນັກເຄື່ອນໄຫວດ້ານສິດທິ ແລະບໍລິສັດອິນເຕີ
ເເນັດ ໄດ້ກ່າວໂຈມຕີກົດໝາຍຊຸດໃໝ່ຂອງຫວຽດນາມທີ່​ຈໍາກັດ​ຮັດແຄບຂໍ້ຄວາມໃນອິນເຕີ
ເເນັດ ຊຶ່ງພວກເຂົາເຈົ້າເວົ້າວ່າ ເປັນການຂົ່ມຂູ່ຕໍ່ເສລີພາບໃນການປາກເວົ້າຢູ່ໃນປະເທດ
ຄອມມີວນີສ​ແຫ່ງ​ນັ້ນ.

ກົດໝາຍນັ້ນລະບຸວ່າ ບົດຂຽນ​ໃນ​ອິນ​ເຕີ​ເນັດ ແລະເວັບໄຊ້ສື່ສັງຄົມອື່ນໆ ຈະຕ້ອງເປັນຂໍ້
ຄວາມໃນທາງສ່ວນຕົວເທົ່ານັ້ນ. ນອກນີ້ແລ້ວ ກົດໝາຍຍັງບັງຄັບໃຫ້ບໍລິສັດທ້ອງ​ຖິ່ນຕິດ
ຕາມ​ເບິ່ງອິນເທີເນັດ​ໄຊ້ຕ່າງໆ​ເພື່ອ​ຊອກ​ຫາ ຂໍ້ຄວາມຜິດກົດໝາຍ. ບັນຊີຂໍ້ສັ່ງຫ້າມຕ່າງໆ
ອັນຍາວຢຽດນັ້ນ ມີໂຮມທັງ “ການປະຕິບັດທີ່ໜ້າສົງ​ໄສ ແລະທີ່​ເປັນການໝິ່ນປະໝາດ ຂະນົບທໍານຽມ ແລະປະເພນີຂອງປະເທດ.”

​ແຕ່ໂທດທັນ​ສໍາລັບການລະເມີດຕ່າງໆ ຍັງກໍາລັງຮ່າງກັນຢູ່ ໃນເວລານີ້.

ບັນດານັກວິຈານເວົ້າວ່າ ມາດຕະການ​ເຫລົ່າ​ນັ້ນ​ຂຽນ​ອອກ​ມາ​ຢ່າງຄຸມເຄືອບໍ່ຊັດເຈນ ແລະ
ໃນຂອບເຂດກວ້າງຂວາງເກີນໄປ ຊຶ່ງ​ເຂົາເຈົ້າເວົ້າວ່າ ເປັນຮ່ອງຮອຍທີ່ສະແດງວ່າ ກົດ
ໝາຍນັ້ນ ມີເປົ້າໝາຍ​ເພື່ອປິດປາກປິດສຽງ ພວກທີ່ໂຈມຕີລັດຖະບານທາງອິນເທີເນັດ.

Adam Sitkoff ປະຈໍາສະພາການຄ້າອາເມຣິກັນ ຫລື American Chamber of Commerce ມີ​ຄວາມ​ເຫັນ​ວ່າ:

“ຂັ້ນຕອນການຮ່າງກົດໝາຍໃນຫວຽດນາມ ມັກຈະບໍ່ຊັດເຈນແຈ່ມແຈ້ງປານໃດ.
ແລະ​ເຖິງ​ແມ່ນ​ມີການປຶກສາຫາລືກັບພວກ ມີສ່ວນໄດ້ສ່ວນເສຍຜູ້ສໍາຄັນກໍ​ຕາມ
ແຕ່
ບາງເທື່ອພວກກົດໝາຍເຫຼົ່ານັ້ນ ກໍ​ສົ່ງຜົນຮັບທີ່ບໍ່ໄດ້ຕັ້ງໃຈຕິດຕາມມາ ທີ່
ສ້າງຄວາມເສຍຫາຍໃຫ້ແກ່
ບັນຍາກາດດ້ານທຸລະກິດ ແລະການລົງທຶນຂອງ
ຫວຽດນາມ.”


ລັດຖະບານຮາໂນ່ຍໄດ້ຕອບໂຕ້ຕໍ່ການຈົ່ມ​ວ່າ​ຕ່າງໆ ໂດຍການກ່າວປ້ອງກັນກົດໝາຍນັ້ນ.

ບົດຄວາມບົດນຶ່ງທີ່ລົງພິມໃນໜັງສືພິມ Nhan Dan ຂອງພັກຄອມມີວນີສຫວຽດນາມ ເມື່ອວັນທີ 8 ສິງຫາຜ່ານມາ ເວົ້າວ່າ ເຖິງແມ່ນວ່າພວກຊົມໃຊ້ອິນເຕີເເນັດສ່ວນຫຼາຍໃນ
ຫວຽດນາມ ຈະສື່ສານກັນໃນລັກສະນະທີ່​ສີວິ​ໄລ​ກໍ​ຕາມ ແຕ່ມີພວກອື່ນໆທີ່ໃຊ້ສື່ສັງຄົມ ເພື່ອທໍາລາຍກຽດສັກສີ​ແລະຊື່ສຽງ ຂອງ​ຄົນ​ອື່ນ ແລະຍຸຍົງສົ່ງ​ເສີມ​ໃຫ້ຕໍ່ຕ້ານລັດຖະບານ. ບົດຄວາມເວົ້າອີກ ວ່າ ເພາະສະນັ້ນ ມັນຈຶ່ງຈໍາເປັນທີ່​ຈະຄວບຄຸມອິນເທີເນັດດ້ວຍການ ໃຊ້ກົດໝາຍບັງຄັບ.

ຫວຽດນາມບໍ່​ມີ​ກົດໝາຍພິທັກປົກປ້ອງລິຂະສິດ ແລະພວກ​ທີ່ປ້ອງກັນມາດຕະການໃໝ່
ເວົ້າວ່າ ​ເປົ້າ​ໝາຍ​ຂອງມັນ​ແມ່ນເພື່ອຊ່ວຍເຫຼືອບັນດາຜູ້ພິມ ແລະພວກເຮັດຊອຟແວ
ຂອງປະເທດ.

Anh Minh Do, ບັນນາທິການເວັບໄຊ້ Tech in Asia ເວົ້າວ່າ ກົດໝາຍໃໝ່ດັ່ງກ່າວນີ້ ສ່ວນນຶ່ງແມ່ນເປັນຜົນສືບ​ເນື່ອງ​ມາ​ຈາກສອງຄະດີທາງກົດໝາຍ. ຄະດີທີ່ນຶ່ງແມ່ນກ່ຽວກັບ
ເວັບໄຊ້ຂ່າວ Bao Moi ທີ່ໄດ້​ເອົາຂ່າວ ຕ່າງໆຈາກສື່ມວນຊົນທ້ອງຖິ່ນລົງໃນເວັບໄຊ້ຂອງ
ຕົນໂດຍບໍ່ໄດ້ຂໍອະນຸຍາດ.

ທ່ານ ມິນ ເວົ້າວ່າ: “ພວກໜັງສືພິມກໍ​ເລີຍລວມຕົວກັນຟ້ອງຮ້ອງ Bao Moi
ແລະ​ນັ້ນ​ກໍ​ແມ່ນ​ຜົນ​ຈາກ​ການ​ລອບ​ບີ້​ ຂອງ​ຝ່າຍ
ໜັງສືພິມ.”

ສ່ວນຄະດີທີ່ສອງ ກໍຄືຄະດີ​ຂອງ​ເວັບໄຊ້ທ໌ Nhac Cua Tui ຊຶ່ງໝາຍຄວາມວ່າ “ດົນຕີຂອງຂ້ອຍ” ໃນພາສາຫວຽດນາມ.

​ເວັບ​ໄຊ້ທ໌ NCT.VN ເປັນເວທີບ່ອນ​ທີ່ພວກອອກແບບເກມ ແລະພວກຫຼິ້ນເກມທັງຫຼາຍ ແບ່ງປັນເກມຂອງພວກເຂົາເຈົ້າທາງອິນເຕີເເນັດ ແຕ່ປະກົດວ່າເວັບໄຊ້ທ໌ດັ່ງກ່າວ​ໄດ້ກໍ່ໃຫ້​
ເກີດຂໍ້ຂັດແຍ້ງເມື່ອຕົ້ນປີນີ້ ຍ້ອນວ່າເກມຫຼາຍໆອັນ​ທີ່​ເອົາ​ມາ​ແບ່ງປັນ​ກັນ​ຫຼິ້ນນັ້ນ ຖືກລັກ
ຂະໂມຍ ຫຼື​ກອບ​ປີ້​ມາ. ທ່ານ ມິນ ເວົ້າວ່າ ຂໍ້ຈໍາກັດຮັດແຄບກ່ຽວກັບວ່າ ເນື້ອຫາຫຼືບົດຂຽນ​
ແບບ​ໃດ ສາມາດເອົາລົງເວັບໄຊ້ໃໝ່ນັ້ນ ແມ່ນຈະຊ່ວຍປົກປ້ອງການລັກຂະໂມຍໄດ້.

ທ່ານມິນເວົ້າອີກວ່າ: ຂ້າພະເຈົ້າໄດ້ໂອ້ລົມກັບເພື່ອນສອງສາມຄົນ ທີ່ຢູ່ໃນວົງການ ເກມທາງອິນເຕີເເນັດຊຶ່ງສໍາລັບພວກເຂົາເຈົ້າແລ້ວ ຖືວ່າເປັນການດີ ຄືພວກເຂົາ ເຈົ້າຈະມີຕົວຢ່າງທາງກົດໝາຍຫຼາຍຂຶ້ນ ສໍາລັບລິຂະສິດຂອງເກມຂອງພວກເຂົາ
ເຈົ້ານັ້ນ.”


ນັກຮຽນຫວຽດນາມສອງຄົນ ເຂົ້າເບິ່ງ Facebook ຢູ່ຮ້ານອິນເຕີແນັດ ແຫ່ງນຶ່ງ ໃກ້ໆຫໍພັກຂອງເຂົາເຈົ້າ ຢູ່ຮາໂນ່ຍ.


ຫວຽດນາມ ມີຄົນຫຼິ້ນເກມທາງອິນເຕີເເນັດຫຼາຍກວ່າ 13 ລ້ານຄົນ
ແລະອຸດສາຫະກໍາ ເກມທາງອິນເຕີເເນັດກໍກໍາລັງເຕີບໂຕຂຶ້ນໄປ
ຢ່າງວ່ອງໄວ. Nguyen Tuan Huy ເປັນຜູ້ກໍ່ຕັ້ງບໍລິສັດ​ຜະລິດ
ເກມ Emobi ຫຼື Emobi Games ຊຶ່ງເປັນຜູ້ອອກແບບເກມ ທີ່ຢູ່
ໃນລະດັບໜ້າລາຍນຶ່ງ ຂອງຫວຽດນາມ. ລາວເວົ້າວ່າ ລາວບໍ່ເຫັນ
ພ້ອມກັບໝົດທຸກເນື້ອໃນຂອງກົດໝາຍໃໝ່ນັ້ນ ແຕ່ມັນມີຄວາມ
ສາມາດບົ່ມຊ້ອນສູງ ທີ່ຈະຊ່ວຍອຸດສາຫະກໍານີ້ໄດ້.

ຫງຽນ ຕວນ ຮຸຍ ເວົ້າວ່າ: ມັນ​ກໍດີຢູ່ ຍ້ອນວ່າໃນຕອນນີ້ ສິ່ງໃດ
ກໍຕາມທີ່ລັດຖະບານເຮັດ
ໄປ ກໍຍັງດີກວ່າ ບໍ່ເຮັດຫຍັງເລີຍ.
ເມື່ອສາມປີ
ກ່ອນ​ນີ້ ລັດຖະບານບໍ່ໄດ້ເຮັດຫຍັງເລີຍໃຫ້ແກ່ວົງການອຸດສາຫະກໍາເກມ ຊຶ່ງເຮົາຕົກຢູ່ໃນຖານະລໍາບາກແທ້ໆໃນເວລານັ້ນ.”

ຂະນະນີ້ ຫວຽດນາມຢູ່ໃນລະຫວ່າງກາງການເຈລະຈາຕໍ່ຮອງ ເລື້ອງການ​ເຂົ້າ​ຮ່ວມອົງ
ການຄ້າເສລີທີ່ນໍາໂດຍສະຫະລັດ ກໍຄືອົງການພາຄີຂ້າມ ແປຊິຟິກ ຫຼື Trans-Pacific Partnership ​ເອີ້ນ​ຫຍໍ້​ວ່າ TPP ນັ້ນ. ບໍ່​ເປັນ​ທີ່ແຈ້ງຂາວວ່າ ຂໍ້ຈໍາກັດຮັດແຄບຊຸດໃໝ່
ກ່ຽວກັບເສລີພາບ​ໃນການປາກເວົ້າຫຼືການປົກປ້ອງລິຂະສິດນັ້ນ ຈະສົ່ງຜົນກະທົບແນວ
ໃດ ຕໍ່ການເຈລະຈາຕໍ່ຮອງດັ່ງກ່າວ.

ທ່ານ Adam Sitkoff ແຫ່ງສະພາການຄ້າອາເມຣິກັນ ໃຫ້ຄໍາເຫັນອີກວ່າ:

ການເຈລະຈາກໍາລັງ​ດໍາ​ເນີນ​ໄປ​ໃນ​ທາງສ່ວນໂຕ ສະນັ້ນມັນກໍຍາກທີ່ຈະເວົ້າ
ໄດ້ວ່າ ຫວຽດນາມຈະຕ້ອງໄດ້ເຮັດຫຍັງ​ແດ່ ກ່ຽວກັບເລື້ອງຊັບສິນທາງປັນຍາ ຫຼືບັນຫາອື່ນໆແບບດຽວກັນນັ້ນ. ຂ້າພະເຈົ້າຄິດວ່າ ສິ່ງທີ່ຜູ້​ຄົນຮູ້​ກັນດີນັ້ນ ກໍຄື
ວ່າ ໃນຈໍານວນ 12 ປະເທດທີ່ກໍາ
ລັງເຈລະຈາເລຶ່ອງ TPP ຢູ່ໃນຂະນະນີ້
ຫວຽດນາມ
ແມ່ນເປັນປະເທດດ້ອຍພັດທະນາທີ່ສຸດ ແລະກໍເປັນປະເທດທີ່ມີ
ວຽກ​ທີ່​ຈະຕ້ອງໄດ້ເຮັດ​ ຫຼາຍທີ່​ສຸດ.

ຄາດວ່າ ບັນດາປະເທດສະມາຊິກຂອງ TPP ຈະພິທັກປົກປ້ອງຊັບສິນທາງປັນຍາຂອງ​ເພື່ອນສະມາຊິກດ້ວຍ​ກັນ. ໃນຄໍາຖະແຫຼງສະບັບນຶ່ງທີ່ສົ່ງໃຫ້ວີໂອເອນັ້ນ ສະຖານທູດ
ສະຫະລັດທີ່​ຮາ​ໂນ່ຍເວົ້າວ່າ ລັດຖະບານຫວຽດນາມໄດ້ວາງພື້ນຖານໄວ້ແດ່ແລ້ວ ສໍາລັບ
ການບັງຄັບກົດໝາຍ​ປົກ​ປ້ອງສິດທິດ້ານຊັບສິນທາງປັນຍາ ແຕ່ກໍຍັງມີ​ອີກ​ຫຼາຍຢູ່​ທີ່ຈະ
ຕ້ອງ​ໄດ້​ເຮັດຕື່ມ ເພື່ອປ້ອງກັນການລັກຂະໂມຍລິຂະສິດ ໃນລະດັບການຄ້າ.