ຫວຽດນາມຈັບ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວອາເມຣິກັນ ເຊື້ອສາຍຫວຽດນາມ.

  • ສິງ ບູຣົມມະວົງ

ນາຍ Nguyen Quoc Quan ນັກເຄື່ອນໄຫວນິຍົມປະຊາທິປະໄຕ ອາເມຣິກັນເຊື້ອສາຍຫວຽດນາມ. ວັນທີ 29 ເມສາ 2012.



















ສື່​ແຫ່ງ​ລັດ​ຫວຽດນາມ​ກ່າວ​ວ່າ ນັກ​ເຄື່ອນ​ໄຫວ​ນິຍົມ​ປະຊາທິປະ​ໄຕ ​ອາເມຣິກັນ​ເຊື້ອສາຍ​ຫວຽດນາມ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ກຸມແລະຖືກ​ກ່າວ​ຫາ​ ​ໃນຖານ​ກໍ່​ການ​ຮ້າຍ ຍ້ອນ​ໄດ້​ວາງ​ແຜນ​ທໍາ​ການ​ປະທ້ວງ​ເພື່ອ​ກໍ່ ກວນ​ການສະ​ເຫຼີ​ມສະຫຼອງ​ໃນ​ວັນ​ທີ 30 ​ເມສາ ມື້​ອື່ນ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍວັນສິ້ນສຸດ​ລົງ​ຂອງ​ສົງຄາມ​ຫວຽດນາມ.

ສື່​ແຫ່ງ​ລັດ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ນາຍ Nguyen Quoc Quan ​ໄດ້​ຖືກ​ຈັບ​ກຸມເມື່ອ​ວັນ​ທີ 17 ​ເມສາ ຫຼັງ​ຈາກ​ເດີນທາງ​ໄປ​ຮອດສະໜາມ​ບິນນະຄອນ​ໂຫ​ຈິ​ມິນ.

ນາຍ Quan ທີ່​ໄດ້​ປະລິນຍາ​ເອກ​ຂະ​ແໜງ​ຄະນິດສາດ​ແລະ​ອາ​ໄສ​ຢູ່ໃນ​ລັດ​ຄາ​ລີ​ຟໍ​ເນຍ ​ເປັນ​ສະມາຊິກ​ຂອງ​ພັກ Viet Tan Party ​ໃນສະຫະລັດ​ ຊຶ່ງ​ເປັນ​ພັກ​ທີ່​ຜິ​ດກົດໝາຍ​ໃນ​ຫວຽດນາມ. Website ຂອງພັກ Viet Tan ບັນ​ລະ​ຍາຍ​ອົງການ​ຈັດ​ຕັ້ງຂອງ​ຕົນ​ວ່າ​ ເປັນ​ອົງການທີ່​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ຕໍ່ສູ້​ຢ່າງ​ສັນຕິ​ແລະ​ປາດ​ສະ​ຈາກ​ຄວາມ​ຮຸນແຮງ ​ເພື່ອຫັນປ່ຽນ​ຫວຽດນາມ​ເປັນ​ປະ​ເທດ​ປະຊາທິປະ​ໄຕ.

Viet Tan ກ່າວ​ວ່າ ການ​ກ່າວ​ຫາຖານກໍ່​ການ​ຮ້າຍຂອງ​ລັດຖະບານ​ຄອມ​ມີ​ວນິດຫວຽດນາມ ຕໍ່​ນາຍ Quan ນັ້ນ ​ແມ່ນ​ເປັນ​ການເສກສັນ​ປັ້ນແຕ່ງ​ຂຶ້ນ​ມາ​ຢ່າງ​ສິ້ນ​ເຊີງ.

ນາຍ Quan ​ໄດ້​ຖືກ​ຈັກ​ກຸມ​ມາ​ກ່ອນ​ແລ້ວ​ທີ່​ຫວຽດນາມ ​ໃນ​ປີ 2007 ​ແລະ​ຖືກ​ກັກ​ຂັງ​ໄວ້​ເປັນ​ເວລາ 6 ​ເດືອນ​ ໃນ​ຂໍ້​ຫາ​ຖານ​ແຈກ​ຢາຍ​ວັດຖຸ​ເພື່ອສົ່ງ​ເສີມ​ຍຸດທະວິທີ​ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ​ ໃນ​ການສະ​ແດງ​ອອກ​ເຖິງ​ການ​ຕໍ່ຕ້ານ​ຂອງພົນລະ​ເຮືອນ.

ຜູ້ກ່ຽວຖືກ​ເນລະ​ເທດ​ ໃນ​ປີ 2008.