ລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນເຂດນະຄອນຫລວງ ວຽງຈັນເພີ່ມຂຶ້ນເປັນ 4,390 ໂດລາຕໍ່ຄົນໃນປີ 2015 ໂດຍຄິດ ເປັນສັດສ່ວນທີ່ເພີ່ມຂຶ້ນເຖິງ 2 ເທົ່າເມື່ອທຽບກັບລາຍໄດ້ ສະເລ່ຍໃນປີ 2010.
Your browser doesn’t support HTML5
ຟັງລາຍງານ ລາຍໄດ້ຂອງປະຊາຊົນ ນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນເຖິງ 4,390 ໂດລາ ຕໍ່ຫົວຄົນໃນປີ 2015
ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນວຽງຈັນ ຖະແຫລງລາຍງານວ່າ ການ ພັດທະນາເສດຖະກິດ ໃນເຂດນະຄອນວຽງຈັນ ໃນຊ່ວງປີ 2011-2015 ມີຍອດຜະລິດ ຕະພັນລວມພາຍໃນ (GDP) ຄິດເປັນມູນຄ່າຫລາຍກວ່າ 124,900 ຕື້ກີບ ຊຶ່ງຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນລາວ ໃນເຂດນະຄອນວຽງຈັນໄດ້ເຖິງ 4,390 ໂດລາ ຕໍ່ຄົນຕໍ່ປີ ໂດຍເພີ່ມຂຶ້ນເຖິງ 2 ເທົ່າເມື່ອທຽບກັບລາຍໄດ້ສະເລ່ຍໃນປີ 2010 ທີ່ຜ່ານມາ.
ໂດຍລາຍໄດ້ສະເລ່ຍດັ່ງກ່າວນີ້ ຂອງປະຊາຊົນລາວໃນເຂດນະຄອນ ວຽງຈັນ ຖືເປັນລະດັບ ສູງສຸດໃນ ລາວ ທີ່ເຮັດໃຫ້ເຂດນະຄອນ ວຽງຈັນ ບັນລຸເປົ້າໝາຍສະຫັດສະວັດການ ພັດທະນາໃນ 5 ດ້ານ ຈຶ່ງຍັງເຫລືອອີກພຽງແຕ່ 2 ດ້ານທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ບັນລຸ ເປົ້າໝາຍຢ່າງເປັນຮູບປະທຳຕໍ່ໄປ ຄືການພັດທະນາເພື່ອເຮັດໃຫ້ເຍົາວະຊົນໄດ້ຮຽນຈົນ ຈົບຊັ້ນປະຖົມຢ່າງຄົບຖ້ວນ ແລະ ການພັດທະນາເພື່ອຄວາມສະເໝີພາບ ລະຫວ່າງ ຍິງ- ຊາຍ ທັງໃນທາງເສດຖະກິດ ການເມືອງແລະສັງຄົມໃຫ້ໄດ້ຢ່າງແທ້ຈິງ.
ການໃຊ້ຍານພາຫະນະໃນນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກປະຊາຊົນໃນເຂດຕົວເມືອງມີລາຍຮັບທີ່ດີຂຶ້ນ
ທາງດ້ານຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກຂັ້ນສູນກາງ ລາຍງານ ວ່າ ເປັນການຍາກຢ່າງຍິ່ງທີ່ ລັດຖະບານ ລາວ ຈະຈັດຕັ້ງປະຕິບັດໃຫ້ສາມາດບັນລຸເປົ້າ ໝາຍສະຫັດສະວັດການພັດທະນາ ເພື່ອການລົບລ້າງບັນຫາ ຄວາມທຸກຍາກຂອງ ປະຊາຊົນໄດ້ຕາມແຜນການທີ່ວາງໄວ້ ພາຍໃນປີ 2015 ຊຶ່ງລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ ຈະຫຼຸດຄວາມຍາກຈົນລົງສູ່ລະດັບບໍ່ເກີນ 10 ເປີເຊັນຂອງ
ບ້ານທັງໝົດ.
ທາງນີ້ໂດຍການຈັດຕັ້ງປະຕິບັດໃນໄລຍະປີ 2011-2014 ທີ່ຜ່ານມາ ລັດຖະບານ ລາວ ສາມາດລົບລ້າງບັນຫາຄວາມທຸກຍາກຂອງປະຊາຊົນໄດ້ໃນ 886 ບ້ານຄິດເປັນ 9.97 ເປີເຊັນຂອງຈຳນວນບ້ານທັງໝົດຢູ່ໃນທົ່ວປະເທດ ແລະ ຄິດສະເລ່ຍເປັນຄວາມສາມາດໃນ ການລົບລ້າງບັນຫາຄວາມທຸກຍາກໄດ້ພຽງແຕ່ 3 ເປີເຊັນກວ່າເທົ່ານັ້ນໃນແຕ່ລະປີຈຶ່ງຍັງເຫຼືອບ້ານທຸກຍາກຢູ່ 2,289 ບ້ານຄິດເປັນ 26.72 ເປີເຊັນຂອງບ້ານທັງໝົດ.
ຍິ່ງໄປກວ່ານັ້ນການພັດທະນາໃນໄລຍະທີ່ຜ່ານມາກໍຍັງເຮັດໃຫ້ບັນຫາກ່ຽວກັບການແຕກໂຕນກັນໃນລະດັບການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງກັບເຂດຊົນນະບົດເພີ່ມຂຶ້ນນັບມື້ອີກດ້ວຍ ກໍຄືໃນຂະນະທີ່ເຂດເມືອງມີສິ່ງອຳນວຍຄວາມສະດວກຕ່າງໆຫຼາຍຂຶ້ນນັ້ນ ເຂດຊົນນະບົດກັບຍັງຂາດແຄນໃນທຸກດ້ານດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ໄດ້ໃຫ້ການຢືນຢັນວ່າ
“ຂໍ້ຫຍຸ້ງຍາກອັນໜຶ່ງນີ້ແມ່ນພື້ນຖານໂຄງຮ່າງໄທເຮົານີ້ ຖືວ່າຍັງບໍ່ທັນຮອງຮັບເນາະ ເຊັ່ນວ່າຫ້ອງການບ່ອນເຮັດວຽກ ບ່ອນພັກເຊົາຂອງພະນັກງານລັດຖະກອນ ທະຫານ ຕຳຫຼວດນີ້ຖືວ່າຍັງບໍ່ທັນພ້ອມ ສອງທານີ້ກະເສັ້ນທາງເນາະ ກໍບໍ່ແມ່ນທາງປູຢາງເນາະ ລະດູຝົນນີ້ກໍຍັງໄປຍາກບໍ່ສະດວກ ບັນຫາທີສາມມານີ້ກໍພະນັກງານນັກຮົບຈຳນວນໜຶ່ງເນາະຖືວ່າບໍ່ທັນມີແນວຄິດໂອນອຽງທຸ່ນທ່ຽງຫັ່ນແຫຼະ”
ຊຶ່ງຈະເຫັນໄດ້ຈາກມູນຄ່າ GDP ໃນເຂດນະຄອນຫຼວງວຽງຈັນ ທີ່ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນໄດ້ເຖິງ 4,390 ໂດລາຕໍ່ຄົນຕໍ່ປີນັ້ນ ໃນຂະນະທີ່ອັດຕາຄວາມທຸກຍາກກໍຍັງສູງກວ່າ 45 ເປີເຊັນຂອງປະຊາກອນທັງໝົດຈຶ່ງເປັນການຍາກຢ່າງຍິ່ງທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງຄວາມທຸກຍາກໄດ້ຕາມເປົ້າໝາຍພາຍໃນປີ 2015 ເຊັນດຽວກັນກັບແຂວງ ຫົວພັນ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊສົມບູນ, ຄຳມ່ວນ, ເຊກອງ, ສາລະວັນ ແລະ ອັດຕະປືນັ້ນ ກໍຍັງຕົກຢູ່ພາຍໃຕ້ສະພາບການດຽວກັນນີ້.
ທັງນີ້ໂດຍມີສາເຫດທີ່ສຳຄັນມາຈາກການທີ່ລັດຖະບານ ລາວ ບໍ່ສາມາດຕອບສະໜອງ ງົບ ປະມານໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ຫຼາຍກວ່າ 25 ເປີເຊັນຂອງບ້ານທັງໝົດເຂົ້າບໍ່ເຖິງການບໍລິການຕ່າງໆຂອງລັດຖະບານ ແລະ 2 ໃນ 3 ຂອງບ້ານທັງໝົດກໍຍັງບໍ່ມີການຜະລິດ ສິນຄ້າເພື່ອຕອບສະໜອງຕະຫຼາດອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ບຸນເຮືອງ ດວງພະຈັນ ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂັ້ນສູນກາງໄດ້ຢືນຢັນວ່າມີຄວາມເປັນໄປໄດ້ສູງທີ່ລັດຖະບານ ລາວ ຈະສາມາດບັນລຸເປົ້າໝາຍ ດ້ານການຫຼຸດຈຳນວນຄອບຄົວທີ່ທຸກຍາກໄດ້ຕາມແຜນ ການທີ່ວາງໄວ້ໃນປີ 2015 ກໍຄືການເຮັດໃຫ້ຍັງເຫຼືອຄອບຄົວທີ່ທຸກຍາກບໍ່ກາຍ 11 ເປີເຊັນໃນທົ່ວປະເທດ ເພາະວ່າໃນປະຈຸບັນຍັງຄົງເຫຼືອຄອບຄົວທຸກຍາກຢູ່ປະມານ 14.8 ເປີເຊັນເທົ່ານັ້ນຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ ລາວ.