ຜົນຜະລິດເຂົ້ານາແຊງ ໃນປີ 2020 ມີປະລິມານພຽງພໍ ກັບຄວາມຕ້ອງການຂອງປະຊາຊົນ ໃນນະຄອນວຽງຈັນ ໃນໄລຍະສັ້ນ

ຊາວກະສິກອນລາວ ພາກັນຫັນມາໃຊ້ເຄື່ອງຈັກໃນການເກັບກ່ຽວເຂົ້າ ຫຼາຍຂຶ້ນນັບມື້ ເພື່ອຈະໄດ້ຮັບຜົນຜະລິດຢ່າງເຕັມເໝັດເຕັມຜົນ.

ເຈົ້າໜ້າທີ່ລາວ ຢືນຢັນວ່າ ຜົນຜະລິດເຂົ້ານາແຊງໃນປີ 2020 ມີປະລິມານພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນນະຄອນວຽງຈັນ ໃນໄລຍະສັ້ນ ແຕ່ໃນໄລຍະຍາວຍັງບໍ່ມີຄວາມແນ່ນອນ.

Your browser doesn’t support HTML5

ເຊີນຟັງລາຍງານ ຜົນຜະລິດເຂົ້ານາແຊງ ໃນປີ 2020 ມີປະລິມານພຽງພໍ ກັບຄວາມຕ້ອງການຂອງ ປຊຊ ໃນນະຄອນວຽງຈັນ ໃນໄລຍະສັ້ນ


ທ່ານຫລ້າສາຍ ນວນທະສິງ ຫົວໜ້າຂະແໜງກະສິກຳແລະປ່າໄມ້ ນະຄອນວຽງຈັນ ຢືນຢັນວ່າ ຜົນຜະລິດດ້ານສະບຽງອາຫານໃນເຂດນະຄອນວຽງຈັນ ໃນປັດຈຸບັນນີ້ ຍັງຖືວ່າ ພຽງພໍກັບຄວາມຕ້ອງການບໍລິໂພກຂອງປະຊາຊົນ ໂດຍສາມາດຕອບສະໜອງພືດຜັກແລະໝາກໄມ້ໄດ້ສະເລ່ຍ 116 ກິໂລກຣາມແລະ 70 ກິໂລກຣາມຕໍ່ຄົນຕໍ່ປີຕາມລຳດັບ ສ່ວນຜົນຜະລິດເຂົ້ານາແຊງໃນປີ 2020 ກໍຈະສາມາດຕອບສະໜອງໃຫ້ກັບປະຊາຊົນຫໄດ້ ຢ່າງພຽງພໍກັບຄວາມຕ້ອງການໃນໄລຍະນີ້ ເຊັ່ນກັນ ເພາະກະເສດຕະກອນລາວໃນນະຄອນວຽງຈັນສາມາດປູກເຂົ້ານາແຊງໄດ້ໃນເນື້ອທີ່ 14,000 ກວ່າເຮັກຕາ ແລະໄດ້ເລີ້ມທຳການເກັບກ່ຽວແລ້ວ ໃນປັດຈຸບັນນີ້ ດັ່ງທີ່ ທ່ານຫລ້າສາຍ ໃຫ້ການຢືນຢັນວ່າ:

“ເຂົ້າກິນ ພວກເຮົາເບິ່ງແລ້ວນີ້ ບໍ່ມີບັນຫາເນາະ ຊ່ວງນີ້ນິ ພໍດີຖືກຊ່ວງທີ່ເຮົາເລີ້ມເກັບກ່ຽວເຂົ້ານາແຊງ ປີນີ້ນິ ນະຄອນຫຼວງວຽງຈັນ ພວກເຮົາກໍໄດ້ປັກດຳໄດ້ທັງໝົດ 14,089 ເຮັກຕາ ມາຮອດປັດຈຸບັນນີ້ ກໍເລີ້ມກ່ຽວໄປແລ້ວ ຖືວ່າມີເຂົ້າໃໝ່ມາຮັບໃຊ້ສັງຄົມແລ້ວ ຖືວ່າ ບໍ່ມີຄວາມເປັນຫ່ວງຫັ້ນແຫລະ ແຕ່ວ່າຕ້ອງໄດ້ສຸມໃສ່ ເຮັດແນວໃດໃຫ້ເຂົາເຈົ້າເກັບກ່ຽວຜົນຜະລິດໃຫ້ມັນໄດ້ດີ ແລະບໍ່ໃຫ້ມັນມີການຕົກເຫ່ຍຫັ້ນນະ ແລ້ວກະມ້ຽນມັດໃຫ້ມັນມີຄຸນນະພາບດີ.”

ຊາວນາລາວພາກັນຂຸ້ນຂ້ຽວປັກດຳນາແຊງຕາມລະດູການ

ແຕ່ຢ່າງໃດກໍຕາມ ໄພນ້ຳຖ້ວມແລະໄພແຫ້ງແລ້ງທັງໃນປີ 2018-2019 ກໍໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານສະບຽງອາຫານໃນເຂດນະຄອນວຽງຈັນຢ່າງໜັກໜ່ວງ ກໍຄືກັບເຂດແຂວງຕ່າງໆໃນທົ່ວປະເທດ ໂດຍສະເພາະແມ່ນການຜະລິດເຂົ້ານາປີທີ່ເຄີຍເຫຼືອ ແລະເກີນຄວາມຕ້ອງການບໍລິໂພກທີ່ມີປະລິມາສະເລ່ຍ 50,000-60,000 ໂຕນນັ້ນ ກໍໄດ້ຫລຸດລົງເຫຼືອພຽງ 5,000-6,000 ໂຕນເທົ່ານັ້ນ ໃນປີ 2018 ແລະໃນປີ 2019 ຜ່ານມາ ເພາະສະນັ້ນ ການທີ່ຈະສາມາດຮັບປະກັນໄດ້ຢ່າງຄັກແນ່ວ່າ ປະຊາຊົນໃນນະຄອນວຽງຈັນຈະມີອາຫານຢ່າງພຽງພໍຫຼືບໍ່ ໃນປີ 2020 ນີ້ ກໍຈະຕ້ອງປູກເຂົ້ານາແຊງໃຫ້ໄດ້ 16,000 ເຮັກຕາ ແລະປູກພືດສະບຽງອາຫານຕ່າງໆ ອີກ 8,760 ເຮັກຕາ.

ນອກຈາກນີ້ ນະຄອນວຽງຈັນ ຍັງຕ້ອງປະເຊີນກັບບັນຫາພື້ນທີ່ກະສິກຳຫລຸດລົງຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ເນື່ອງຈາກມີການຫັນເອົາທີ່ດິນໄປນຳໃຊ້ໃນພາກການຜະລິດອື່ນໆເພີ້ມຂຶ້ນ ເຊັ່ນເຍດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ແລະການຂະຫຍາຍເຂດຕົວເມືອງເພື່ອຮອງຮັບປະຊາກອນ ທີ່ເພີ້ມຂຶ້ນນັບມື້ ຈຶ່ງເຮັດໃຫ້ພື້ນທີ່ກະສິກຳຫລຸດລົງຈາກ 72,000 ເຮັກຕາໃນປີ 2017 ເຫຼືອບໍ່ເຖິງ 70,000 ເຮັກຕາໃນປັດຈຸບັນ ໂດຍໃນປີ 2019 ກະເສດຕະກອນໃນເຂດນະຄອນວຽງຈັນ ກໍປັກດຳນາປີໄດ້ໃນເນື້ອທີ່ 52,373 ເຮັກຕາ ຫາກແຕ່ກໍຖືກນ້ຳຖ້ວມ 11,000 ກວ່າເຮັກຕາ ຄິດເປັນຜົນຜະລິດເຂົ້າທີ່ເສຍຫາຍ 51,000 ກວ່າໂຕນ ຈຶ່ງກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນໃນນະຄອນວຽງຈັນຢ່າງຫລີກລ່ຽງບໍ່ໄດ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ກຳນົດໃຫ້ 10 ແຂວງເປັນເຂດຈຸດສຸມໃນການປູກເຂົ້າແຫ່ງຊາດ ໃນນີ້ ກໍລວມເຖິງນະຄອນວຽງຈັນດ້ວຍ ສ່ວນອີກ 9 ແຂວງ ກໍຄືຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ແລະບໍ່ແກ້ວ ໂດຍຄາດວ່າ ຈະມີຜົນຜະລິດເຂົ້າລວມກັນເຖິງ 85 ເປີເຊັນ ຂອງຜົນຜະລິດທັໝົດຂອງລາວ ແຕ່ວ່າ ທັງ 10 ແຂວງດັ່ງກ່າວນີ້ ກໍຕ້ອງປະເຊີນກັບໄພນ້ຳຖ້ວມ ແລະໄພແຫ້ງແລ້ງຢ່າງໜັກໜ່ວງໃນປີ 2018-2019 ຈຶ່ງຜະລິດເຂົ້າໄດ້ລວມກັນພຽງ 3 ລ້ານ 6 ແສນໂຕນ ໃນຂະນະທີ່ແຜນການໄດ້ວາງເອົາໄວ້ເຖິງ 4 ລ້ານ 2 ແສນໂຕນ ໃນແຕ່ລະປີ.

ຍິ່ງໄປກວ່ານັ້ນ ພາກກະສິກຳໃນເຂດນະຄອນວຽງຈັນ ຍັງປະເຊີນກັບບັນຫາແຮງງານທີ່ຫລຸດລົງຢ່າງຕໍ່ເນື່ອງອີກດ້ວຍ ຈຶ່ງເຮັດໃຫ້ຕ້ອງມີການວາງເປົ້າໝາຍການພັດທະນາການຜະລິດດ້ານກະສິກຳໃຫ້ກ້າວໄປສູ່ການຜະລິດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍການນຳໃຊ້ເຄື່ອງຈັກດັ່ງກ່າວນີ້ ຍັງມີເປົ້າໝາຍເພື່ອຫລຸດກຳລັງແຮງງານໃນພາກກະສິກຳລົງໃຫ້ໄດ້ 10 ເປີເຊັນຕໍ່ປີ ຊຶ່ງຈະເຮັດໃຫ້ແຮງງານໃນພາກກະສິກຳໃນເຂດນະຄອນວຽງຈັນຫລຸດລົງ 50 ເປີເຊັນ ຂອງກຳລັງແຮງງານທັງໝົດໃນປັດຈຸບັນພາຍໃນປີ 2025 ທັງຍັງຄາດວ່າ ພາກກະສິກຳຈະກວມເອົາພຽງ 10 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ຂອງນະຄອນວຽງຈັນ ໃນປີ 2025 ດັ່ງກາວອີກດ້ວຍ.