ບໍລິສັດ CAMCE ຈາກປະເທດຈີນທີ່ເປັນຜູ້ລົງທຶນໂຄງການ
Vientiane New World ຊຶ່ງມີມູນຄ່າການລົງທຶນຫຼາຍກວ່າ
600 ລ້ານໂດລາ ທີ່ໄດ້ຈັດງານເປີດຕົວໂຄງການ ຢ່າງເປັນ
ທາງການເມື່ອເດືອນພືດສະພາທີ່ຜ່ານມານັ້ນ ໄດ້ສະເໜີລາຍ
ງານກ່ຽວກັບເປົ້າໝາຍຂອງໂຄງການໃນໄລຍະ 8 ປີຕໍ່ໜ້າວ່າ
ເປົ້າໝາຍສໍາຄັນທີ່ສຸດຂອງໂຄງການ ກໍຄືການຮອງຮັບນັກທຸ
ລະກິດການຄ້າ ແລະການລົງທຶນຊາວຕ່າງຊາດໃນລາວ ໃຫ້
ໄດ້ຫຼາຍກວ່າ 50,000 ລາຍຊຶ່ງໃນຈໍານວນດັ່ງກ່າວນີ້ ກໍຄາດ
ໝາຍວ່າສ່ວນໃຫຍ່ຈະເປັນນັກທຸລະກິດຈີນ.
Your browser doesn’t support HTML5
Chinese New World City in VTE Laos.Mp3
ທັງນີ້ກໍເນື່ອງຈາກວ່າ ໂຄງການ Vientiane New World ຈະເປັນການພັດທະນາພື້ນ
ທີ່ 46 ເຮັກຕ້າທີ່ຢູ່ເທິງດອນຈັນ ໃຫ້ເປັນເມືອງທັນສະໄໝ ແລະເປັນສູນກາງທາງເສດ
ຖະກິດການຄ້າ ແລະການບໍລິການຢ່າງຄົບຊຸດຂອງນະຄອນວຽງຈັນພາຍໃນ 6-8 ປີຕໍ່ໜ້າ
ຫຼືພາຍໃນປີ 2020 ເປັນຢ່າງຊ້າ.
Vientiane New World Project Launching Ceremony
ບໍລິສັດ CAMCE ຈາກປະເທດຈີນ ໄດ້ຈັດແບ່ງການດໍາເນີນງານໃນໂຄງການອອກເປັນ 3 ສ່ວນດ້ວຍກັນຄື ສູນວັດທະນະທໍາ ແລະທ່ອງທ່ຽວນາໆ ຊາດ ສູນກາງທາງທຸລະກິດນາໆ ຊາດ ແລະເຂດທີ່ຢູ່ອາໃສນາໆຊາດ ໂດຍທັງ 3 ສ່ວນດັ່ງກ່າວນີ້ ຈະຕັ້ງຢູ່ເທິງເນື້ອທີ່ລວມກວ້າງກວ່າ 7 ແສນຕາລາງແມັດ ຊຶ່ງຈະປະກອບດ້ວຍສູນສັບພະສິນຄ້າ ໂຮງແຮມ ໂຮງຮູບເງົາ ອາຄານສໍານັກງານ ອາຄານທີ່ພັກອາໃສ ບ້ານພັກ ສູນອາຫານນາໆ ຊາດ ຮ້ານຄ້າຕ່າງໆ ສູນຄວາມບັນເທີງຄົບວົງຈອນ ແລະທີ່ຖືວ່າເປັນສ່ວນນຶ່ງໃນໂຄງການທີ່ໄດ້ລົງມືກໍ່ສ້າງແລ້ວໃນເວລານີ້ກໍຄື ບ້ານພັກຮັບຮອງສໍາລັບຜູ້ນໍາລັດຖະບານທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາເອເຊຍ-ຢູໂຣບ ASEM ຄັ້ງທີ 9 ທີ່ລັດຖະບານລາວຈະເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການໃນວັນທີ່ 5-6 ເດືອນພະຈິກ 2012 ນີ້ ຢູ່ນະຄອນວຽງຈັນ.ປັດຈຸບັນນີ້ ເຖິງແມ່ນວ່າຈີນຈະຖືກຫວຽດນາມແຊງໜ້າຂຶ້ນມາເປັນປະເທດທີ່ມີມູນຄ່າລົງທຶນໃນລາວຫຼາຍທີ່ສຸດເປັນອັນດັບທີ 1 ແລ້ວກໍຕາມ ຫາກແຕ່ວ່າດ້ວຍການລົງທຶນໃນລາວທີ່ເພີ່ມມູນຄ່າຫຼາຍຂຶ້ນຕະຫຼອດເວລານັ້ນ ກໍເຮັດໃຫ້ຈີນຍັງມີໂອກາດທີ່ຈະກັບຂຶ້ນໄປຄອງອັນດັບນຶ່ງໄດ້ຄືກັນ ເນື່ອງຈາກວ່າ ຈີນໄດ້ມີການລົງທຶນໃນລາວເພີ່ມຕະຫຼອດເວລາ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ແຜນການ ແລະການລົງທຶນຂອງລາວໄດ້ຖະແຫຼງວ່າ:
“ສໍາລັບການລົງທຶນຂອງ ສປ.ຈີນ ຮອດປັດຈຸບັນນີ້ ມີມູນຄ່າເຖິງ 3.3 ຕື້ ມີ 742 ໂຄງການ ທີ່ນອນຢູ່ໃນຂະແໜງບໍ່ແຮ່ ອຸດສາຫະກໍາ ແລະຫັດຖະກໍາ ກະສິກໍາ ການບໍລິການ ພະລັງງານໄຟຟ້ານໍ້າຕົກ ອຸດສາຫະກໍາໄມ້ ອຸດສາຫະກໍາຕັດຫຍິບ ແລະອື່ນໆ ໃນຈໍານວນ 742 ໂຄງການ ມີ 557 ໂຄງການ ທີ່ເປັນການລົງທຶນຂອງນັກທຸລະກິດ ສປ.ຈີນ 100%.”
Laos-Chinese Business Forum in 2011
ຍິ່ງໄປກວ່ານັ້ນ ການຮ່ວມມືລະຫວ່າງລາວກັບຈີນກໍໄດ້ມີການພັດທະນາດີຊຶ້ນໃນ ທຸກໆດ້ານ ໂດຍສະເພາະແມ່ນນັບຕັ້ງແຕ່ປີ 2000 ທີ່ຜູ້ນໍາຂອງທັງສອງປະເທດ ໄດ້ເລີ່ມການເດີນທາງຢ້ຽມຢາມລະຫວ່າງກັນ ຢ່າງເປັນທາງການເປັນຕົ້ນມາ ກໍຍັງ ເຮັດໃຫ້ມີການຕົກລົງໃນຖະແຫຼງການຮ່ວມວ່າດ້ວຍການເປັນຫຸ້ນສ່ວນຍຸດທະສາດ ໃນການພັດທະນາຮ່ວມກັນຢ່າງຮອບດ້ານໃນປີ 2009 ທີ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ຖືກຍົກຂຶ້ນສູ່ ລະດັບສູງສຸດນັບແຕ່ນັ້ນມາອີກດ້ວຍ.ປັດຈຸບັນນີ້ ຈີນນັບວ່າເປັນປະເທດນຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວເພີ່ມຫຼາຍຂຶ້ນນັບມື້ ຊຶ່ງຖ້າຫາກນັບຈາກປີ 1990 ຈົນເຖິງທ້າຍປີ 2011 ທີ່ຜ່ານມານັ້ນ ກໍປາກົດວ່າລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ຄິດເປັນມູນຄ່າລວມຫຼາຍກວ່າ 3,000 ລ້ານໂດລາແລ້ວ ແລະລ່າສຸດກໍມີລາຍງານວ່າທາງ ການຈີນໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອແກ່ທາງການລາວດ້ວຍການສະໜອງເງິນກູ້ປອດດອກເບ້ຍສໍາລັບຊື້ເຮືອບິນ MA-60 ຈາກຈີນ 2 ລໍາ, ສັນຍາ ສະໜອງເງິນກູ້ໃຫ້ກັບກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ແລະສັນຍາ ສະໜອງເງິນກູ້ເພື່ອພັດທະນາຂະແໜງການເງິນຂອງລາວໄປສູ່ທັນສະໄໝ.