ອຳນາດການປົກຄອງລາວ ຈະຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວຄາວ ໃຫ້ແຮງງານ ຕ່າງດ້າວ

ອຳນາດການປົກຄອງ ເຂດນະຄອນຫຼວງວຽງຈັນ ຈະຂຶ້ນທະບຽນ ແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ແຮງງານຕ່າງຊາດຫຼາຍກວ່າ 30,000 ຄົນ ເປັນການຊົ່ວຄາວ.

ອຳນາດການປົກຄອງ ເຂດນະຄອນຫຼວງວຽງຈັນ ຈະຂຶ້ນທະບຽນ ແລະອອກບັດອະນຸຍາດ ເຄື່ອນໄຫວຊົ່ວຄາວໃຫ້ແຮງງານຕ່າງຊາດ ໂດຍຈະຈັດຕັ້ງ ປະຕິບັດໃຫ້ແລ້ວເສັດ ພາຍໃນ ວັນທີ 17 ສິງຫາ 2016 ນີ້.

Your browser doesn’t support HTML5

ເຊີນຟັງ ລາຍງານ ອຳນາດການປົກຄອງລາວ ຈະຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວຄາວ ໃຫ້ແຮງງານຕ່າງດ້າວ

ທ່ານສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນຖະແຫລງຢືນຢັນ ວ່າ ມາດຕະ ການກວດກາຢ່າງເຂັ້ມງວດ ກ່ຽວກັບແຮງງານຕ່າງຊາດ ທີ່ເຄື່ອນ ໄຫວບໍ່ຖືກຕ້ອງຢູ່ໃນ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ຈະດຳເນີນການ ຈັດຕັ້ງປະຕິບັດເປັນເວລາ 1 ເດືອນ ກໍຄືນັບຈາກວັນທີ 17 ກໍລະກົດ ເຖິງວັນທີ 17 ສິງຫານີ້ ຊຶ່ງຈະເປັນການກວດກາ ນັບແຕ່ ກຳມະກອນແບກຫາບຕາມ ຖະໜົນຫົນທາງ ຕະຫຼອດຮອດຟາມ ແລະ ບໍລິສັດຕ່າງໆ ເພື່ອໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຕໍ່ສາຍຕານັກທ່ອງທ່ຽວ.

ໂດຍການກວດກາດັ່ງກ່າວນີ້ ເປັນການປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍ ແຜນປະຕິບັດງານ ການຂຶ້ນ ທະບຽນ ແລະ ການອອກບັດອະນຸຍາດຊົ່ວຄາວ ໃຫ້ແຮງງານຕ່າງຊາດ ທີ່ເຄື່ອນໄຫວບໍ່ ຖືກຕ້ອງຕາມລະບຽບກົດໝາຍໃນລາວ ຊຶ່ງຫຼາຍພື້ນທີ່ ກໍໄດ້ເລີ່ມການຈັດຕັ້ງປະຕິບັດ ນັບແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາແລ້ວ ແລະ ຄາດວ່າຈະມີແຮງງານຕ່າງຊາດ ຫຼາຍກວ່າ 30,000 ຄົນ ທີ່ຈະຖືກຂຶ້ນທະບຽນ ແລະ ໄດ້ຮັບອະນຸຍາດ ໃຫ້ທຳງານຢູ່ໃນ ລາວໄດ້ ເປັນການຊົ່ວຄາວ ກໍຄືຕັ້ງແຕ່ 6 ເດືອນເຖິງ 1 ປີ ໃນທົ່ວປະເທດ.

ພວກແຮງງານຕ່າງດ້າວ ຊາວຫວຽດນາມ ກຳລັງຍື່ນເອກະສານ ຂໍເຂົ້າເມືອງ ຢູ່ດ່ານກວດຄົນ ເຂົ້າເມືອງຂອງລາວ.

ທັງນີ້ ໂດຍແຮງງານຊາວຕ່າງຊາດ ຈະຕ້ອງເສຍຄ່າທຳນຽມຄົນລະ 3 ແສນກີບຕໍ່ເດືອນ ແລະ ຖ້າຫາກວ່າ ແຮງງານຕ່າງຊາດ ຍັງບໍ່ຂໍຂຶ້ນທະບຽນ ເມື່ອເກີນກຳນົດ ວັນທີ 17 ສິງຫາ ແລ້ວນັ້ນ ກໍຈະຖືວ່າ ເປັນແຮງງານຕ່າງຊາດ ທີ່ ເຄື່ອນໄຫວຢ່າງບໍ່ຖືກຕ້ອງ ທີ່ຈະ ຕ້ອງຖືກດຳເນີນຄະດີຕາມກົດໝາຍຂອງລາວຕໍ່ໄປ ໂດຍພາກສ່ວນທີ່ຮັບຜິດຊອບດຳເນີນ ມາດຕະການດັ່ງກ່າວນີ້ ກໍປະກອບດ້ວຍ ກະຊວງປ້ອງກັນຄວາມສະຫງົບພາຍໃນກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ອຳນາດການປົກຄອງເຂດນະຄອນຫຼວງ ວຽງຈັນ ແລະ ແຂວງຕ່າງໆ ໃນທົ່ວປະເທດລາວ.

ທາງດ້ານທ່ານບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ທັດສະນະວ່າ ແຮງງານຕ່າງຊາດທີ່ເຄື່ອນໄຫວບໍ່ຖືກຕ້ອງ ໄດ້ສົ່ງຜົນກະ ທົບທັງດ້ານດີ ແລະດ້ານບໍ່ດີ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ:

“ອັນດີຫັ້ນ ຫລະແມ່ນເຂົາໄດ້ມາເຮັດອັນໃດ ອັນໜຶ່ງ ໃຫ້ປະຊາຊົນລາວເຮົາ ເຫັນຕົວ ຢ່າງແຕ່ເກົ່າຫັ້ນ ປະຊາຊົນລາວເຮົາບໍ່ໄປເກັບເອົາເສດເຈ້ຍ ເກັບ ເອົາເສດເຫລັກ ພາຍຫລັງທີ່ເຂົາເຈົ້າມາເກັບແລ້ວ ໂຕກໍໄປເກັບ ບັດນີ້ ແລ້ວ ການທຳມາຫາກິນເຂົາ ເຈົ້າ ຫລະແມ່ນຂາຍເຄື່ອງ ຮອດປະຕູເຮືອນ ບັດນີ້ ປະຊາຊົນຄົນລາວເຮົາບາງຄົນນີ້ ເກົ້າໂມງສິບໂມງ ຍັງບໍ່ທັນຕື່ນເນາະ ອັນນີ້ ກໍເປັນບົດຮຽນອັນໜຶ່ງ ອັນນີ້ ກໍເປັນອັນດີ ຂອງເຂົາເຈົ້າ ແຕ່ວ່າ ອັນບໍ່ດີຫັ້ນ ມາຍາດຊື້ ຍາດຂາຍ ຍາດຢູ່ ຍາດກິນແລ້ວເດ້ ຍາດ ເນື້ອທີ່ເດ້ ຍາດບ່ອນຢູ່ຕ່າງໆ ອັນນີ້ ກໍເປັນສິ່ງບໍ່ດີ.”

ແຕ່ຢ່າງໃດກໍຕາມ ທາງການລາວຫວັງວ່າ ການຂຶ້ນທະບຽນແຮງງານຕ່າງຊາດ ໃນຄັ້ງນີ້ ຈະເຮັດໃຫ້ຮູ້ມີຊາວຕ່າງຊາດ ທີ່ທຳງານຢູ່ໃນລາວ ຢ່າງບໍ່ຖືກຕ້ອງ ຈຳນວນເທົ່າໃດ ຮວມ ທັງຍັງຈະຊ່ວຍແຍກໃຫ້ເຫັນ ລັກສະນະການເຄື່ອນໄຫວ ຂອງພວກເຂົາເຈົ້າ ເພື່ອຈະໄດ້ ມອບຄວາມຮັບຜິດຊອບໃຫ້ຂະແໜງການ ທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງຕໍ່ໄປ ອັນຈະສົ່ງຜົນ ດີ ຕໍ່ການວາງແຜນພັດທະນາດ້ານແຮງງານ ຂອງລາວໃນຊ່ວງປີ 2016-2020 ຊຶ່ງ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດ ກັບການພັດທະນາຫລັກສູດ ແລະ ຝຶກອົບຮົມ ແຮງງານທີ່ມີຝີມື ໃຫ້ໄດ້ຫຼາຍກວ່າ 658,000 ຄົນ ເພື່ອຕອບສະໜອງ ໃຫ້ກັບ ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງເປົ້າໝາຍ ທີ່ຈະສ້າງມາດຕະຖານຝີມືແຮງງານ ໃໝ່ ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນ ມາດຕະ ຖານຝີມືແຮງງານ 27 ສາຂາອາຊີບ ໃຫ້ກັບແຮງງານລາວ ຈຳນວນ 12,500 ຄົນ ທີ່ມີ ລະດັບຝີມືແຮງງານ ທີ່ໄດ້ມາດຕະຖານ ແລະ ສາມາດໄປທຳງານໄດ້ໃນທຸກປະເທດ ໃນກຸ່ມອາຊຽນດ້ວຍກັນ.

ໂດຍໃນລະຍະທີ່ຜ່ານມາ ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ໄດ້ນຳເຂົ້າແຮງງານ ມີຝີມືຈາກຕ່າງປະເທດແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການ ທີ່ຈະນຳເຂົ້າມາເພີ່ມຂຶ້ນ ອີກ 5 ໝື່ນກວ່າຄົນ ຈຶ່ງຈະພຽງພໍກັບຄວາມຕ້ອງການທີ່ເປັນຈິງ ເນື່ອງຈາກວ່າ ແຮງງານ ລາວສ່ວນຫຼາຍເປັນແຮງງານທີ່ບໍ່ມີຝີມື ຊຶ່ງກໍເປັນເງື່ອນໄຂ ທີ່ເຮັດໃຫ້ຖືກເອົາລັດເອົາປຽບ ແຮງງານ ໂດຍນາຍຈ້າງ ທັງທີ່ເປັນຄົນລາວ ແລະ ຊາວຕ່າງຊາດອີກດ້ວຍ.