ວີດີໂອ ການມີໜ້າຂອງອາເມຣິກາແລະຈີນ ທີ່ເຂັ້ມແຂງຂຶ້ນ ນໍາໄປສູ່ການປະເຊີນໜ້າກັນໃນໄລຍະໃກ້ກັນຫຼາຍຂຶ້ນ
Your browser doesn’t support HTML5
ເກົາຫຼີໃຕ້ ໄດ້ສົ່ງເຮືອບິນລົບອາຍພົ່ນບິນຂຶ້ນ ລຸນຫຼັງເຮືອບິນກອງທັບ ຈີນ ແລະຣັດເຊຍ ໄດ້ບິນເຂົ້າໄປເຂດປ້ອງກັນໄພທາງອາກາດຂອງຕົນ ໃນບໍລິເວນທາງທິດໃຕ້ແລະທິດຕາເວັນອອກຂອງແຫຼມເກົາຫຼີ. ການລ່ວງລ້ຳດັ່ງ ກ່າວ ມີຂຶ້ນຫຼັງຈາກການປະເຊີນໜ້າກັນລະຫວ່າງກໍາລັງຂອງສະຫະລັດແລະ ຈີນ ຢູ່ໃນຊ່ອງແຄບໄຕ້ຫວັນ ແລະທະເລຈີນໃຕ້.