ວີດີໂອ ລຸນຫລັງຮ້ອງ​ຮຽນ​ຕໍ່​ສານ​ວ່າ ບໍ່ມີຄວາມຜິດແລ້ວ ທ່ານທຣໍາ ຍັງຄົງສະແດງລັກສະນະທ້າທາຍ

Your browser doesn’t support HTML5

ອະດີດປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຮ້ອງ​ຮຽນ​ຕໍ່​ສານວ່າ ທ່ານບໍ່ມີຄວາມຜິດຕໍ່ຂໍ້ຫາທາງອາຍາ 34 ກະທົງໃນນະຄອນນິວຢອກ ທີ່ໄດ້ກ່າວຫາທ່ານວ່າປອມແປງບັນທຶກທາງທຸລະກິດ. ໃນຕອນແລງວັນອັງຄານ ທີ່ຜ່ານມາ, ອີກຄັ້ງນຶ່ງທ່ານທຣໍາໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະທ່ານໄດ້ ໂຈມຕີຕໍ່ຈຸດ​ປະ​ສົງ ຂອງໄອຍະການນະຄອນນິວຢອກ.