ຮອງ ປະທານາທິບໍດີ ສຫລ ຮັບເອົາບົດບາດ ເປັນນັກການທູດ ທີ່ສຳຄັນ

ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence ກ່າວໃນລະຫວ່າງ ການຮັບປະທານອາຫານທ່ຽງ ທີ່ນຄະຄອນ Indianapolis ລັດ Indiana ວັນທີ 11 ສິງຫາ 2017.

ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence ຈະເດີນທາງໄປ ອາເຈັນຕີນາ
ຊີເລ ແລະປານາມາ ໃນວັນອາທິດມື້ອື່ນນີ້ ​ເພື່ອພົບປະກັບບັນດາຜູ້ນຳຕ່າງປະເທດ
ໃນບົດບາດທີ່​ໄດ້​ກາຍເປັນ​ເລື່ອງ​ທຳ​ມະ​ດາ​ສຳລັບລັດຖະບານຊຸດ​ນີ້ ທີ່ໄດ້ປະປ່ອຍ
ໃຫ້​ຕຳ​ແໜ່​ງອະ​ວຸ​ໂສ​ທາງການທູດຫຼາຍໆ​ຕຳ​ແໜ່​ງ ຍັງຫວ່າງຢູ່.

ນັບແຕ່ເດືອນເມສາ ​ເປັນຕົ້ນມາ ທ່ານ Pence ໄດ້​ໄປຢ້ຽມຢາມເກົາຫລີໃຕ້ ຍີ່ປຸ່ນ ອິນ
ໂດເນເຊຍ ແລະອອສເຕຣເລຍ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນ ຄົງ ທີ່​ນະຄອນ
ມິວນິກ ແລະບຣັສເຊີລສ໌ ແລະໄດ້ເດີນທາງໄປຢ້ຽມຢາມແອັສ ໂທເນຍ ຈໍເຈຍ ແລະ ມົງເຕເນໂກຣ.

ຮອງປະທານາທິບໍດີເດີນທາງໄປຕ່າງປະເທດຢູ່ເລື້ອຍໆ ເພື່ອພົບປະກັບບັນ ດາຜູ້ນຳ
ຕ່າງປະເທດ ແຕ່ວ່າບົດບາດຂອງທ່ານ Pence ມີຂຶ້ນໃນເວລາທີ່ ພວມ​ມີ​ການ​ຂຸ້ນ​ຂ້ຽວ​
ກ່ຽວ​ກັບຜົນປະໂຫຍດຕ່າງປະເທດໃນນະໂຍບາຍ​ຂອງ ສະຫະລັດ. ປະທານາທິບໍດີ

ທຣໍາກຳລັງເຮັດວຽກ ທີ່ຈະຕ່າວປີ້ນ ສ່ວນໃຫຍ່ ຂອງມູນ​ເຊື້ອ ທີ່ຕົກທອດມາຂອງປະ
ທານາທິບໍດີຄົນກ່ອນແລະມັກຈະຕົກເປັນໜ້າທີ່ຂອງທ່ານ Pence ທີ່ຈະຕ້ອງ​ໄດ້ອະ
ທິບາຍກ່ຽວ​ກັບການປ່ຽນ ແປງເຫລົ່ານັ້ນ ຕໍ່ບັນດາຜູ້ນຳຕ່າງປະເທດ.

ທ່ານ Pence ໄດ້ໃຫ້ການຄໍ້າປະກັນຕໍ່ບັນດາພັນທະມິດຂອງສະຫະລັດ ທີ່ບໍ່ສະບາຍ
ໃຈ​ໃນ​ສການສົ່ງຂໍ້ຄວາມທາງ Twitter ແລະການຖະແຫລງຂອງ ປະທານາທິບໍດີດໍ
ໂນລທຣໍາ ກ່ຽວ​ກັບ “ຖະແຫລງການທີ່ປະ​ປົນ​ກັນ ​ໃນ​ການ ​ໃຫ້ຄວາມໝັ້ນໝາຍຂອງ
ພວກເຮົາຕໍ່ອົງການ NATO” ນັ້ນຄື​ຄຳ​ເວົ້າກ່ຽວ​ກັບ ນັກ​ຊ່ຽວຊານ​ເລື່ອງຮອງປະທານາ
ທິບໍດີ ທ່ານ Joel Goldstein ຈາກໂຮງ ຮຽນກົດໝາຍຂອງມະຫາວິທະຍາໄລ Saint
Louis. ທ່ານ Goldtein ໄດ້ໃຫ້ຂໍ້ສັງເກດວ່າ ທ່ານ Pence ໄດ້ໃຫ້ການຄໍ້າປະກັນ
ຕໍ່ບັນດາພັນທະມິດ ກ່ຽວ​ກັບ​ “ການສືບຕໍ່​ໃນຄວາມໝັ້ນໝາຍຂອງສະຫະລັດ.”

ປະທານາທິບໍດີ ດໍໂນລ ທຣໍາ ຖະແຫລງຢູ່ການເລີ້ມຕົ້ນ ກອງປະຊຸມສຸດຍອດ NATO ທີ່ກອງບັນາຊາການໃໝ່ ໃນນະຄອນ Brussels ປະເທດ Belgium ທີ 25 ພຶດສະພາ 2017.

ການ​ເດີນທາງ​ເທື່ອ​ຫລ້າ​ສຸດຂອງທ່ານ Pence ນີ້ ຈະນຳພາທ່ານໄປສູ່ອາເມ ຣິກາໃຕ້ ແລະກາເມຣິກາກາງ ບ່ອນທີທ່ານ Goldtein ກ່າວວ່າ ຮອງປະທາ ນາທິບໍດີ ສາມາດ
ຫລີ້ນບົດບາດທີ່​ເປັນ​ປະ​ໂຫຍ​ດ ເພາະວ່າ ມີຫລາຍຕຳ​ແໜ່​ງ ອະ​ວຸ​ໂສຂອງກະຊວງຕ່າງ
ປະເທດສະຫະລັດ ພາຍໃຕ້ປະທານາທິບໍດີທຣໍາຍັງ ຫວ່າງເປົ່າຢູ່.

ທ່ານ Goldstein ກ່າວວ່າ “ຂ້າພະເຈົ້າຄິດວ່າ ນັ້ນ​ໄດ້​ພາ​ໃຫ້​ເປັນ​ພາລະ​ຫຼາຍຂຶ້ນຕໍ່​ຜູ້
​ຄົນ​ເຊັ່ນ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ແລະ ຮອງປະທາ
ນາທິບໍດີທີ່ຈະຕ້ອງມີເວລາເຮັດວຽກ​ໃນ​ການເດີນທາງລະດັບ ສູງ.”

ສະມາຊິກ ກຸ່ມກຳລັງປະກອບອາວຸດໂຄລອມເບຍ ຫຼື FARC ໂບກທຸງ FARC ໂບກທຸງສັນຕິພາບ .

ບັນດາຮອງປະທານາທິບໍດີສະຫະລັດ ນັບແຕ່ທ່ານ Richard Nixon ຜູ້ມີຊື່ ສຽງ ​“​ໃນ
ການອະພິປາຍ​ກ່ຽວ​ກັບ​ເລື່ອງເຮືອນຄົວ” ຢ່າງ​ກະທັນຫັນ ກັບຜູ້ນຳ ໂຊຫວຽດ ທ່ານ
Nikita Kruschchev ໄດ້ປ່ອນ​ມື ​ເຂົ້າສູ່ການທູດ ຊຶ່ງ​ເປັນ ແນວໂນ້ມທີ່ ທ່ານ
Goldstein ກ່າວວ່າ ໄດ້​ເລັ່ງລັດໃຫ້ເກີດຢູ່​ໃນ​ສະ​ໄໝ ຮອງປະທານາທິບໍດີຄົນຕໍ່ມາ ຮວມທັງທ່ານ Walter Mondale.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Pence to Embark on Four-Nation Latin America Tour