ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ປະນາມ “ລະບອບຜະເດັດການທີ່ໂຫດຫ້ຽມ” ແລະໂຄງການອາວຸດ “ທີ່ພາໃຫ້ບໍ່ມີຄວາມໝັ້ນຄົງ” ຂອງເກົາຫຼີເໜືອລະຫວ່າງການໄປຢ້ຽມຢາມເຂດປອດທະຫານ ທີ່ແບ່ງສອງເກົາຫຼີອອກຈາກກັນ ໃນວັນພະຫັດວານນີ້.
ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ ທັງກ່ອນ ແລະຫຼັງຈາກທ່ານນາງແຮຣິສໄດ້ຢຸດແວ່ຢ້ຽມຢາມເຂດປອດທະຫານ ທີ່ເພີ້ມໃສ່ຈຳນວນການຍິງລູກສອນໄຟຫຼາຍເປັນປະຫວັດການພາຍໃນປີນີ້.
ລາຍງານຂ່າວການຍິງລູກສອນໄຟຂອງເກົາຫຼີເໜືອ ທີ່ປາກົດຢູ່ໃນຈໍໂທລະພາບ ຢູ່ສະຖານີລລົດໄຟແຫ່ງນຶ່ງໃນນະຄອນຫຼວງໂຊລ ເກົາຫຼີໃຕ້ ເມື່ອວັນທີ 28 ກັນຍາ 2022.
ຢູ່ບ້ານສະຫງົບເສິກປັນມຸນຈອມ ທີ່ຕັ້ງຢູ່ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ນັ້ນ ທ່ານນາງແຮຣິສໄດ້ກ່າວປະນາມການຍິງທົດລອງລູກສອນໄຟ ໂດຍກ່າວວ່າ ມັນເປັນ “ການທ້າທາຍເກາະຜິດຢ່າງຈະແຈ້ງ.”
“ຢູ່ທາງເໜືອ ພວກເຮົາເຫັນຈອມຜະເດັດການທີ່ໂຫດຫ້ຽມ ການລະເມີດສິດທິມະນຸດຢ່າງຮຸນແຮງ ແລະໂຄງການອາວຸດທີ່ຜິດກົດໝາຍ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະສະຖຽນລະພາບ” ນັ້ນຄືຄຳເວົ້າຂອງທ່ານນາງ.
ກ່ອນໜ້ານັ້ນ ໃນວັນພະຫັດວານນີ້ ທ່ານນາງແຮຣິສໄດ້ພົບປະກັບປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ນັກການເມືອງນິຍົມແນວທາງເດີມ ທີ່ຊຸກຍູ້ໃຫ້ມີການປັບປຸງຄວາມສຳພັນກັບສະຫະລັດ.
ທ່ານນາງແຮຣິສ ກ່າວໂດຍໃຊ້ຊື່ຢ່າງເປັນທາງການ ຂອງເກົາຫຼີໃຕ້ ວ່າ “ເປົ້າໝາຍຮ່ວມກັນຂອງພວກເຮົາ ສະຫະລັດແລະສາທາລະນະລັດເກົາຫຼີ ກໍຄືເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍຢ່າງສິ້ນເຊີງ.”
ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ (ກາງ) ພົບປະກັບພວກທະຫານແລະຄອບຄົວ ຂະນະທີ່ທ່ານນາງຢ້ຽມຢາມເຂດປອດທະຫານ ທີ່ແບ່ງສອງເກົາຫຼີອອກຈາກການ ຢູ່ບ້ານປັນມຸນຈອມ ໃນເກົາຫຼີໃຕ້ ເມື່ອວັນທີ 29 ກັນຍາ 2022.
ການເດີນທາງໄປຢ້ຽມຢາມ ຂອງທ່ານນາງແຮຣິສ ແມ່ນໝາຍຄວາມວ່າ ເພື່ອ ເນັ້ນໃຫ້ເຫັນເຖິງຄວາມໝັ້ນໝາຍຂອງສະຫະລັດທີ່ຈະປົກປ້ອງເກົາຫຼີໃຕ້. ມີທະຫານສະຫະລັດປະມານ 28,000 ຄົນຍັງປະຈຳການຢູ່ໃນເກົາຫຼີໃຕ້ ຊຶ່ງເປັນມູນເຊື້ອຂອງສົງຄາມເກົາຫຼີໃນຊຸມປີ 1950 ທີ່ສິ້ນສຸດລົງດ້ວຍສັນຍາສະຫງົບເສິກບໍ່ແມ່ນສົນທິສັນຍາສັນຕິພາບ.
ທີ່ເຂດປອດທະຫານນັ້ນ ທ່ານນາງແຮຣິສໄດ້ໂອ້ລົມກັບພວກທະຫານສະຫະລັດ ຮັບຟັງການລາຍງານໂດຍພວກນາຍທະຫານ ແລະທ່ານນາງໄດ້ສ່ອງເຂົ້າໄປໃນເກົາຫຼີເໜືອ ໂດຍໃຊ້ກ້ອງດຳຂະໜາດໃຫຍ່ ຊຶ່ງເປັນກ້ອງທີ່ໃຊ້ໂດຍປະທານາທິບໍດີແລະຮອງປະທານາທິບໍດີສະຫະລັດ ທີ່ໄປຢ້ຽມຢາມເຂດປອດທະຫານນັ້ນ.