ອົງການ NASA ກ່າວ​ວ່າ ​ຄັ້ງນຶ່ງ ​ເຄີຍມີນ້ຳ ຢູ່​ທີ່​ດາວ​ອັງຄານ

ນ້ຳເບາະ? ບໍ່ມີອີກຕໍ່ໄປ. ຢູ່ທາງພາກເໜືອສຸດຂອງດາວອັງຄານ ແມ່ນເປັນເຂດທະເລຊາຍ ທີ່ເຫັນໄດ້ວ່າ ກຳລັງເລີ້ມປາກົດຂຶ້ນມາ ຕາມລະດູການ ຂອງລະດູໜາວທີ່ປົກຄຸມໄປດ້ວຍ ກາບອນ ດາຍອອກສ໌ໄຊ້ ຫຼືນ້ຳກ້ອນແຫ້ງ ຢູ່ໃນພາບທີ່ໄດ້ມາຈາກໂດຍ ກ້ອງ HiRISE ທີ່ຕິດຕັ້ງຢູ່ເທິງ ຍານ NASA's Mars Reconnaissance Orbiter, ວັນທີ 16 ມັງກອນ 2014.

ອົງການ​ອາ​ວະ​ກາດ​ສະຫະ​ລັດ ຫຼື NASA ກ່າວ​ວ່າ ​ໃນຄັ້ງນຶ່ງ​ເຄີຍ
​ມີນ້ຳຢູ່​ໃນ​ດາວ​ອັງຄານ ຫຼາຍກວ່າຢູ່​ທີ່​ມະຫາສະມຸດອາກຕິກ ຫຼື
ຂົ້ວ​ໂ​ລກເໜືອ ຂອງໂລກມະນຸດເຮົາ.

​ໃນ​ການ​ສຶກສາຄົ້ນຄວ້າໃໝ່ ຢູ່​ໃນ​ວາລະສານວິທະຍາສາດນັ້ນ
ບັນດານັກຄົ້ນຄວ້າ ກ່າວ​ວ່າ​ພວກ​ເຂົາ​ເຈົ້າ ​ໄດ້​ປຽບທຽບ ອັດຕາ
ສ່ວນ​ຂອງສອງ​ປະ​ເພດ​ແຕກ​ຕ່າງ​ກັນ ທີ່ໄດ້ພົບຢູ່​ໃນ​ບັນຍາກາດ
​ຂອງ​ດາວ​ອັງຄານ ​ໃສ່​ກັບ​ອັດຕາ​ສ່ວນ​ຂອງພວກ​ນ້ຳ ທີ່​ຖືກ​ກັງຂັງ
ໄວ້​ໃນອຸ​ກາ​ບາດ​ ຂອງ​ດາວ​ອັງຄານ ທີ່​ມີ​ອາຍຸ​ໄດ້ 4 ພັນ 500 ​ລ້ານ
ປີນັ້ນ.

ພວກ​ເຂົາ​ເຈົ້າກ່າວ​ອີກ​ວ່າ ຫຼາຍກວ່າ 4 ຕື້​ປີ​ກ່ອນ​ນັ້ນ ດາວ​ອັງຄານ ​ແມ່ນ​ປົກ​ຄຸມ​ດ້ວຍ ນ້ຳທີ່​ເລິກ​ເຖິງ 137 ​ແມັດ ​ແລະ​ວ່າ ​ນ້ຳເກືອບ​ທັງໝົດ​ໄດ້ລະເຫີຍເປັນ​ອາຍ ​ໄປສູ່​ອະ​ວະ​ກາດ.

ບັນດາ​ນັກວິທະຍາສາດ ກ່າວ​ວ່າ​ນ້ຳອາດໄດ້​ປົກ​ຄຸມ​ດາວ​ອັງຄານ ​ໃນ​ຊ່ວງໄລຍະ​ເວລາ
ດົນກວ່າທີ່​ຄາດ​ຄິດກັນ​ໄວ້​ກ່ອນ​ໜ້າ​ນີ້ ໝາຍ​ຄວາມ​ວ່າ ມັນ​ອາດມີ​ສິ່ງ​ທີ່​ມີ​ຊີວິດ​ໃນຮູບ​ໃດ​
ຮູບ​ນຶ່ງ ເທິງ​ດາວ​ອັງຄານມາ​ໄດ້​ດົນນານກວ່າ ທີ່ເຄີຍໄດ້​ເຊື່ອ​ກັນນັ້ນ.

ດາວ​ດັ່ງ​ກ່າວ ດຽວ​ນີ້ ສ່ວນ​ໃຫຍ່​ແລ້ວ ແມ່ນໄດ້ກາຍ​ເປັນ​ທະ​ເລ​ຊາຍ.