ສານຕັດສິນສາກົນທີ່ດຳເນີນຄະດີກ່ຽວກັບເລື້ອງຂະເໝນແດງ ຈະປະກາດຄຳຕັດສິນ
ຂອງຕົນໃນວັນສຸກ ຕໍ່ເຈົ້າໜ້າທີ່ຂອງລະບອບດັ່ງກ່າວ ທີ່ຍັງມີຊີວິດຢູ່ ຄື ທ້າວ ນວນ
ເຈຍ ແລະ ຂຽວ ສຳພັນ ວ່າ ກໍ່ອາດຊະຍາກຳຕ້ານມະນຸດຊາດ ແລະຂ້າລ້າງເຜົ່າພັນ
ຢູ່ໃນລະບອບຜະເດັດການຂະເໝນແດງນັ້ນ.
ບູບພວກນັກໂທດທີ່ເປັນອະດີດເຈົ້າໜ້າທີ່ຂະເໝນແດງ ໄດ້ຕິດໄວ້ຢູ່ຫໍພິພິດທະພັນກວດລ້າງເຜົ່າພັນ Tuol Sleng ໃນນະຄອນພະນົມເປັນ (ພາບຖ່າຍໂດຍ Sun Narin/VOA Khmer)
ໃນປີ 2014 ສານໄດ້ພົບວ່າ ທ້າວ ນວນ ເຈຍ ອາຍຸ 91 ປີ ແລະ ທ້າວ ຂຽວ ສຳພັນ
ອາຍຸ 86 ປີ ມີຄວາມຜິດຫລາຍກະທົງ ທີ່ຟ້ອງຢູ່ໃນຄະດີເລກທີ 002/01 ແລະໄດ້ຕັດ
ສິນໃຫ້ເຂົາເຈົ້າ ຖືກຈຳຄຸກຕະຫລອດຊີວິດ.
ແຕ່ວ່າ ຄຳຕັດສິນໃນວັນສຸກນີ້ ກ່ຽວກັບຄະດີເລກທີ 002/01 ໄດ້ເພັ່ງເລັງໃສ່ຊຸດຂໍ້ກ່າວ
ຫາວ່າ ກໍ່ອາດຊະຍາກຳຕ້ານມະນຸດຊາດ ແລະຂ້າລ້າງເຜົ່າພັນ ຢູ່ໃນສະຖານທີ່ທຳງານ,
ຢູ່ສະຫະກອນ, ສູນກາງຮັກສາຄວາມສະຫງົບ, ແລະບ່ອນປະຫານຊີວິດຄົນ, ລວມທັງ
ຄຸກເລກທີ S-21 ທີ່ມີຊື່ສຽງບໍ່ດີໃນນະຄອນພະນົມເປັນ ຊຶ່ງເປັນຂໍ້ຫາຕ່າງຫາກອີກ.
ນອກນັ້ນ ສານຍັງໄດ້ພິຈາລະນາ ການກໍ່ອາດຊະຍາກຳຕ້ານມະນຸດຊາດ ແລະຂ້າລ້າງ
ເຜົ່າພັນ ຕໍ່ຊົນເຜົ່າຈາມແລະ ຫວຽດນາມ ທີ່ເປັນຊົນກຸ່ມນ້ອຍນັ້ນອີກ.
ກະໂຫລກຫົວຄົນທີ່ຖືກຂ້າໃນສະໄໝປົກຄອງຂອງຂະເໝນແດງ ຢູ່ສະຖານທີ່ຂ້າຄົນ Choeung Ek ໃນນະຄອນພະນົມເປັນodia. (Sun Narin/VOA Khmer)
ທ່ານ ເນດ ພຽກຕຣາ, ໂຄສົກປະຈຳສານດັ່ງກ່າວເວົ້າວ່າ ການຕັດສິນດັ່ງກ່າວຈະໃຫ້
ຄວາມເປັນທຳ ແກ່ຊາວກຳປູເຈຍ ທີ່ນັບບໍ່ຖ້ວນ ທີ່ໄດ້ລໍຖ້າມາຫລາຍປີແລ້ວ.
ທ້າວ ຂຽວ ສຳພັນ (ຂວາ) ພົບກັບ ເຈົ້າອານຸວົງ, ອະດີດປະທານປະເທດ ສປປ ລາວ ໃນກາງຊຸມປີ1970