ພວກປະທ້ວງ ໃນເວເນຊູເອລາ ພາກັນຈູດເຜົາ ຮູບປະທານາທິບໍດີ ແລະເຈົ້າໜ້າທີ່ລັດຖະບານ (ວີດີໂອ)

ພວກປະທ້ວງຕໍ່ຕ້ານລັດຖະບານ ພາກັນຈູດ ພາບຈຳລອງຂອງ ປະທານາທິບໍດີ Nicolas Maduro ຢູ່ນະຄອນຫລວງ Caracas, ວັນທີ 20 ເມສາ 2014.

ນັກ​ສຶກສາ ​ແລະພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ ຫຼາຍຮ້ອຍ​
ຄົນ ​ໄດ້​ອອກ​ມາເດີນ​ຂະ​ບວນ ຕາມ​ທ້ອງຖະໜົນ ທົ່ວນະຄອນ
ຫຼວງ Caracas ຂອງ Venezuela ຮຽກຮ້ອງ​ເອົາການ
“ຟື້ນຄືນ​ມາ ຂອງປະຊາ​ທິປະ​ໄຕ” ​ໃນ​ວັນບຸນອິສ​ເຕີ ວັນອາ
ທິດວານ​ນີ້.

ອິສ​ເຕີ ​ເປັນ​ຂີດ​ໝາຍມື້ ທີ່ຊາວ​ຄຣິສຕຽນ​ເຊື່​ອກັນວ່າ​ ພະ​ເຍຊູ
ໄດ້ຟື້ນ​ຄືນ​ຊີບມາ ພາຍຫຼັງ​ຈາກ​ພະ​ອົງໄດ້ຖືກ​ຕອກ​ຕິດ​ໃສ່​ກັບ
​ໄມ້​ກາງ​ເຂນ​.

ພວກເດີ​ນຂະ​ບວນ ​ໄດ້​ເຜົາ​ຮູບຈຳລອງ ຂອງ​ປະ​ທາ​ນາ​ທິບໍດີ
Nicolas Maduro ພ້ອມ​ກັບ​ຮ້ອງ​ໂຮ ວ່າ​ພວກ​ເຂົາເຈົ້າ ​ຢາກ​ກຳຈັດ​ທ່ານ ​ແລະ​ສົ່ງ​
ທ່ານ​ ໄປຍັງປະ​ເທດກຸຍບາ.

ພວກ​ປະ​ທ້ວງ​ໄດ້​ພາກັນຈູດເຜົາ​ ຮູ​ບພາບ​ຈຳລອງ​ ຂອງ​ປະ​ທາ​ນາ​ທິບໍດີ Maduro ແລະ ​
ເຈົ້າໜ້າ​ທີ່​ລັດຖະບານ​ຄົນອື່ນໆ ເພື່ອ​ເປັນ​ສັນຍາ​ລັກ​ ຂອງ​ການ​ເຜົາ Judas ລູກສິດ
ທີ່​ທໍລະ​ຍົດ​ຕໍ່​ພະ​ເຍ​ເຊູ ຊຶ່ງ​ເປັນປະ​ເພນີນຶ່ງ ຂອງວັນ​ອິສ​ເຕີ ທັງ​ເປັນ​ການສະແດງ​ອອກ
ເຖິງ ຄວາມ​ບໍ່ພໍ​ໃຈ​ຂອ​ງ ມະຫາ​ຊົນ.

ພວກ​ເດີນ​ຂ​ະບວນ ​ໄດ້ພາກັນ​ປະ​ທ້ວງ​ຕໍ່​ຕ້ານ ລັດຖະບານ​ຂອງ ທ່ານ Maduro
ມາ​ຕັ້ງ​ແຕ່​ເດືອນກຸມພາ ຜ່ານ​ມາ​ນີ້.

ວີດີໂອ: ວິເຄາະ ສາເຫດຂອງ ການປະທ້ວງ ໃນເວເນຊູເອລາ:

Your browser doesn’t support HTML5

Venezuela Unrest: Why Now? (VOA On Assignment Feb. 28, 2014)