ຜູ້​ນຳ​ ພັກຝ່າຍ​ຄ້ານ​ ​ເວ​ເນ​ຊູ​ເອ​ລາ ກ່າວ​ຫາ ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ວ່າ ທຳ​ການ​ຂົ່ມ​ຂູ່ ​ຕໍ່​ຄອບ​ຄົວ​ທ່ານ

ທ່ານ ຮວານ ກວາອີໂດ, ຜູ້​ນຳ​ພັກຝ່າຍ​ຄ້ານ​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ນາ​ທິ​ບໍ​ດີ​ໃນ​ໄລ​ຍະ​ຂ້າມ​ຜ່ານ, ກຳ​ລັງ​ອູ້​ມລູກ​​ສາວແລະມີ​ພັນ​ລະ​ຍາ​ຂອງ​ເພິ່ນ ຢືນ​ຢູ່​ຄຽງ​ຂ້າງ ໃນ​ຂະນະ​ທີ່​ກ່າວ​ຕໍ່​ພວກ​ສື່​ມວນ​ຊົນ ​ໃນ​ວັນ​ທີ​​ 31 ມັງ​ກອນ, 2019

ທ່ານ ຮວານ ກວາອີໂດ (Juan Guaido) ຜູ້​ນຳ​ພັກຝ່າຍ​ຄ້ານ​ເວົ້າ​ວ່າ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ໄປ​ປາ​ກົດ​ໂຕ​ຢູ່​ບ້ານ​ພັກຂອງ​ພັນ​ລະ​ຍາ​ເພິ່ນ ຢູ່​ໃນ​ນະ​ຄອນ​ກາ​ຣ​າ​ກາ​ສໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ພະ​ຍາ​ຍາມ​ທີ່ຈະທຳ​ການ​ຂົ່ມ​ຂູ່​ທ່ານ.

ທ່ານ ກວາອີໂດເວົ້າ​ວ່າ ເຈົ້າ​ໜ້າ​ທີ່​ຈາກ​ໜ່ວຍ​ຕຳ​ຫລວດ​ທີ່​ມີ​ຄວາມ​ຢ້ານ​ກົວ ໄດ້​ໄປ​ເຖິງບ້ານ​ພັກແຫ່ງນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ແລ້ວ​ຖາມຫາ​ທ່ານ​ນາງຟາ​ເບຍ​ນາ, ພັນ​ລະ​ຍາ​ຂອງ​ທ່ານ. ຢູ່​ໃນ​ຄຳ​ເວົ້າຂຽນ​ລົງ​ໃນ​ທວີດ​ເຕີນັ້ນ ທ່ານກວາ​ອີໂດ​ ເວົ້າ​ວ່າ ເຫດ​ການ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ຕອນ​ທີ່​ລູກ​ສາວ​ອາ​ຍຸ 20 ເດືອນ​ ຫລື​ປີ​ປາຍຂອງ​ທ່ານ ແລະ​ແມ່​ຕູ້​ຂອງ​ນາງ​ຢູ່​ບ້ານນັ້ນ ແລະ​ເວົ້າ​ວ່າ ຖ້​າ​ຫາກ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລູກ​ຂອງ​ທ່ານ​ແລ້ວ ທ່ານ​ຈະ​ໃຫ້​ຜູ້​ນຳ​ສັງ​ຄົມ​ນິ​ຍົມ ນີ​ໂຄ​ລັ​ສ ມາ​ດູ​ໂຣ ເປັນ​ຄົນ​ຮັບ​ຜິດ​ຊອບ. ບໍ່​ມີ​ຄຳ​ຕອບ​ໃນ​ທັນ​ທີ​ທັນ​ໃດ​ ຈາກ​ລັດ​ຖະ​ບານ​ຂອງ​ທ່ານ​ມາ​ດູ​ໂຣ.

Your browser doesn’t support HTML5

Venezuela's Interim President Accuses Maduro of Intimidating His Family

ໃນ​ການໃຫ້​ຄຳ​ເຫັນຕໍ່​ພວກ​ນັກ​ຂ່າວນັ້ນ ທ່ານກວາ​ອີ​ໂດ ໄດ້ສະ​ແດງ​ຄວາມ​ຂອບ​ໝົກ​ຂອບ​ໃຈ ຕໍ່ພວກ​ທີ່​ເປັນ​ເພື່ອນ​ບ້ານຢູ່​ຂ້າງ​ຄຽງຫັ້ນ ທີ່​ໄດ້ພາ​ກັນ​ຟ້າວ​ໄປ​ຫາ​ບ້ານພັກ, ເຄາະ​ໝໍ້, ເຄາະ​ຈານ ​ພາຍ​ຫລັງ​ທີ່​ເຫັນ​ຕຳ​ຫລວດ​ໄປ​ຫັ້ນ. ທ່ານກວາ​ອີ​ໂດ​ເວົ້າ​ອີກວ່າ ເພື່ອນ​ບ້ານ​ໃກ້​ຄຽງ​ໄດ້​ປະ​ນາມຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ ແລະ​ປ່າວບອກ​ໃຫ້​ຄົນ​ຮູ້​ວ່າ ມີ​ຫຍັງ​ເກີດ​ຂຶ້ນໃນ​ຕອນນັ້ນ ແລະ​ໄດ້​ພາ​ກັນ​ມາ​ປົກ​ປ້ອງ ແລະ​ເບິ່ງ ແຍງພັນ​ລະ​ຍາ ແລະ​ລູກ​ສາວ​ຂອງ​ເພິ່ນ ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ກວດ​ຫາ​ຂໍ້​ມູນ​ຢູ່ນັ້ນ.

ລາຍ​ງານຂ່າວ​ເວົ້າ​ວ່າ ຫລັງ​ຈາກນັ້ນ​ແລ້ວ ເຈົ້າ​ໜ້າທີ່​ດັ່ງ​ກ່າວ​ກໍໄດ້​ອອກຈາກ​ຕຶກນັ້ນ​ໄປ.

ສະມາ​ຊິກ​ສະ​ພາ​ສູງ ມາ​ໂກ ຣູ​ບີ​ໂອ (Marco Rubio) ກໍ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ​ເຊັ່ນກັນ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວແລະ​ເວົ້າ​ເຖິງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ນັ້ນວ່າ ເປັນ "ທະ​ຫານຂອງ​ທ່ານມາ​ດູ​ໂຣທີ່​ທຳ​ການ​ຂູ່​ຂວັນ." ທ່ານຣູ​ບີ​ໂອ​ເວົ້າ​ອີກວ່າ ເຫດ​ການນັ້ນ​ແມ່ນຄວາມ​ພະ​ຍາ​ຍາມ​ທີ່ທຳ​ການ​ຂົ່ມຂູ່ທ່ານກວາ​ອີ​ໂດ ແລະພວກຝ່າຍ​ຄ້ານຢ່າງ​ຈະ​ແຈ້ງ​ເລີຍ.

ທ່ານ ກວາອີໂດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ທີ່​ຄວບ​ຄຸມ​ໂດຍພັກຝ່າຍ​ຄ້ານໄດ້ປະກາດ
ຕົນເອງວ່າ ເປັນປະທານທິບໍດີໃນໄລຍະຂ້າມຜ່ານ ໃນອາທິດແລ້ວນີ້ ລຸນຫຼັງທີ່ສະພາ
ໄດ້ປະກາດວ່າ ການເລືອກຕັ້ງຄືນໃໝ່ຂອງເພິ່ນ ໃນເດືອນພຶດສະພາ ປີ 2018 ແມ່ນບໍ່
ຊອບ​ທຳ ຍ້ອນ​ວ່າພວກຜູ້ສະໝັກຝ່າຍຄ້ານສ່ວນຫຼາຍຖືກຂວ້ຳບາດບໍ່ໃຫ້ລົງສະໝັກ ຫຼືບໍ່ກໍບໍ່ໃຫ້ເຂົ້າຮ່ວມໃນການແຂ່ງຂັນ. ສະຫະລັດຮັບຮູ້ວ່າ ທ່ານກວາອີໂດເປັນຜູ້ນຳ ໃນໄລຍະຂ້າມຜ່ານຂອງປະເທດນັ້ນ.​

ປະ​ຊາ​ຊົນ​ພາ​ກັນ​ຖື​ປ້າຍ​ທີ່​ຂຽນ​ເປັນ​ພາ​ສາ​ປະ​ເປນ​ວ່າ: "ບໍ່​ໃຫ້​ມີ​ລະ​ບົບຜະ​ເດັດ​ການ​ອີກ​ຕໍ່​ໄປ​ແລ້ວ" ໃນ​ຂະ​ນະ​ທີ່ພາ​ກັນ​ເດີນ​ຂະ​ບວນຕ້ານ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ມາ​ດູ​ໂຣ​ໃນ​ນະ​ອນ​ກາ​ຣາ​ກາ​ສ ຂອງ​ເວ​ເນ​ຊູ​ເອ​ລາ, ວັນ​ທີ 30 ມັງ​ກອນ, 2019

ໃນ​ບົດ​ອອກ​ຄຳ​ເຫັນ​ຕໍ່​ໜັງ​ສື​ພິມ New York Times ທີ່​ພິມ​ອອກໃນ​ວັນ​ທີ 30 ມັງ​ກອນ​ທີ່​ຜ່ານ​ມານີ້, ທ່ານກວາ​ອີ​ໂດ​ເວົ້າ​ວ່າ ມີ 50 ປະ​ເທດ​ແລ້ວ ​ທີ່​ໄດ້​ຮັບ​ຮູ້​ທ່ານ ​ບໍ່ວ່າຈະໃນ​ນາມເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ໄລ​ຍະ​ຂ້າມ​ຜ່ານ ຫລື​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກໍແມ່ນ​ເປັນເຈົ້າ​ໜ້າ​ທີ່ ທີ່ຖືກ​ຕ້ອງຊອບ​ທຳ ໃນ​ເວ​ເນ​ຊູ​ເອ​ລາ ແລະ ໄດ້​ຂໍ​ຮ້ອງ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ ແອນ​ໂຕ​ນິ​ໂອ ກູ​ແຕ​ເຣັ​ສ (Antonio Guterres) ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ. ທ່ານອີກວາ​ໂດ​ເວົ້າ​ວ່າ ທ່ານ​ໄດ້​ເລີ້ມ​ຂັ້ນ​ຕອນ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ​ປະ​ເທດ​ຕ່າງໆ​ແລ້ວ ແລະ​ກໍ​ໄດ້ "ຊອກ​ຫາ ແລະເກັບກູ້​ເອົາ​ຊັບ​ສິນ​ຂອງ​ຊາດ ທີ່​ຖືກຄ້າງຢູ່​ຕ່າງ​ປະ​ເທດ​ແລ້ວ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ