ພວກຄັດຄ້ານ ຕໍ່ລັດຖະບານ ເວເນຊູເອລາ ໄດ້ປະຕິຍານວ່າ ຈະສືບຕໍ່ປະທ້ວງຢູ່ຕາມ
ຖະໜົນຕ່າງໆ ໃນວັນພະຫັນມື້ນີ້ ທີ່ແນໃສ່ເພື່ອກົດດັນໃຫ້ປະທານາທິບໍດີ Nicolas
Maduro ອອກຈາກຕຳແໜ່ງ ນຶ່ງມື້ຫລັງຈາກໄດ້ເກີດການປະທະກັນຢ່າງຮ້າຍແຮງ
ທີ່ໄດ້ສັງຫານຢ່າງໜ້ອຍ 2 ຄົນ ແລະ ອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ໃນການເດີນ
ຂະບວນປະທ້ວງ ຕໍ່ຕ້ານລັດຖະບານ ທີ່ໃຫຍ່ທີ່ສຸດໃນຮອບຫຼາຍໆປີ.
ພວກສະໜັບສະໜູນ ປະທານາທິບໍດີ ເວເນຊູເອລາ ທ່ານ Nicolás Maduro ພາກັນລົງໄປໃນຖະໜົນຕ່າງໆ ຂອງນະຄອນຫຼວງ Caracas ເພື່ອຕ້ານຢັນກັບ ການເດີນຂະບວນຂອງຝ່າຍຕໍ່ຕ້ານ, ວັນທີ 19 ເມສາ 2017. (A. Algarro/VOA)
ຊາວເວເນຊູເອລາຫຼາຍພັນຄົນ ພາກັນລົງສູ່ຖະໜົນສາຍຕ່າງໆໃນນະຄອນຫຼວງ
ກາຣາກາສ ໃນວັນພຸດວານນີ້ ໂດຍມີທັງພວກປະທ້ວງ ຈາກຝ່າຍກົງກັນຂ້າມ ອອກ
ມາປະທ້ວງ ເພື່ອສະໜັບສະໜູນ ແລະຕໍ່ຕ້ານທ່ານ Maduro ແລະນະໂຍບາຍ
ສັງຄົມນິຍົມຂອງທ່ານ.
ຜູ້ປະທ້ວງຕໍ່ຕ້ານລັດຖະບານ ຄົນນຶ່ງ ຖືທຸກຊາດ ຂອງເວເນຊູເອລາ ໃນລະຫວ່າງ ການປະທະກັນ ກັບກຳລັກຮັກສາຄວາມປອດໄພ ໃນນະຄອນຫຼວງ Caracas, Venezuela, ວັນທີ 19 ເມສາ 2017.
ກຳລັງຮັກສາຄວາມປອດໄພ ໄດ້ນຳໃຊ້ແກັສນ້ຳຕາ ໃນຄຸ້ມທາງພາກຕາເວັນຕົກ ຂອງ
ນະຄອນຫຼວງ ແລະ ມີເດັກນ້ອຍຄົນນຶ່ງຖືກຍິງທີ່ຫົວ ຢູ່ໃກ້ກັບການປະທ້ວງຕໍ່ຕ້ານ
ລັດຖະບານ ແລ້ວຜູ້ກ່ຽວໄດ້ເສຍຊີວິດ ໃນຂະນະທີ່ໄດ້ຮັບການຜ່າຕັດຢູ່ນັ້ນ. ມີການ
ຖິ້ມໂທດໃສ່ ພວກທະຫານບ້ານທີ່ສະໜັບສະໜູນລັດຖະບານ ເປັນ ຜູ້ຮັບຜິດຊອບ
ໃນການຕາຍຂອງເດັກນ້ອຍດັ່ງກ່າວ ພ້ອມດ້ວຍການສັງຫານແມ່ ຍິງຄົນນຶ່ງ ໃນເມືອງ
San Cristobal. ຫ້ອງການຂອງໄອຍະການກຳລັງສືບ ສວນສອບສວນ ສາເຫດຂອງ
ການເສຍຊີວິດຂອງທັງສອງຄົນນັ້ນຢູ່.
ເຈົ້າໜ້າທີ່ຕຳຫຼວດ ຄົນນຶ່ງ ແນປືນຂອງເພິ່ນ ໃສ່ພວກປະທ້ວງ ໃນລະຫວ່າງ ການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ Caracas ຂອງ Venezuela, ວັນທີ 19 ເມສາ 2017.
ນອກນັ້ນ ຍັງມີລາຍງານວ່າ ທະຫານຮັກສາດິນແດນຄົນນຶ່ງ ຖືກຂ້າຕາຍ ໃນລະຫວ່າງ
ການປະທ້ວງ ຢູ່ໃນລັດ Miranda ໃກ້ກັບ ນະຄອນຫຼວງ ກາຣາກາສ.
ການເສຍຊີວິດ ໃນວັນພຸດວານນີ້ ເຮັດໃຫ້ຈຳນວນຂອງປະຊາຊົນທີ່ຖືກສັງຫານ ໃນ
ເກືອບສາມສັບປະດາ ຂອງການປະທ້ວງ ເພີ່ມຂຶ້ນເປັນ 8 ຄົນ.
ເຖິງແມ່ນວ່າ ຈະມີຄວາມຮຸນແຮງທີ່ເຮັດໃຫ້ມີການເສຍຊີວິດ ໃນວັນພຸດວານນີ້ ກໍຕາມ
ບັນດາຜູ້ນຳຝ່າຍຄ້ານ ໄດ້ຮຽກຮ້ອງໃຫ້ທຳການປະທ້ວງຄືນອີກ ໃນວັນພະຫັດມື້ນີ້.
ທ່ານ Henrique Capriles ຜູ້ນຳອະວຸໂສຝ່າຍຄ້ານ ແລະ ຜູ້ສະໝັກເປັນປະທານາ
ທິບໍດີ ສອງຄັ້ງ ໄດ້ບອກກອງປະຊຸມຖະແຫລງຂ່າວວ່າ “ມື້ນີ້ ພວກເຮົາມີຫຼາຍລ້ານຄົນ.
ມື້ອື່ນ ພວກເຮົາມີອີກຫຼາຍກວ່ານັ້ນ ທີ່ຈະຕ້ອງອອກມາ.”
ທີ່ວໍຊິງຕັນ ບັນດາເຈົ້າໜ້າທີ່ລັດຖະບານ ແມ່ນມີຄວາມເປັນຫ່ວງ ທີ່ລັດຖະບານ
ເວເນຊູເອລາ ກຳລັງດຳເນີນການເພື່ອທີ່ຈະປາບປາມພວກຝ່າຍຄ້ານ.
Your browser doesn’t support HTML5
Venezuela Maduro