ເວເນຊູເອລາ ຫວັງວ່າ ວັນພັກ ຈະເຮັດໃຫ້ ພວກປະທ້ວງ ສະຫງົບລົງ (ສະໄລດ໌/ວີດີໂອ)

ຊາວເວເນຊູເອລາ ໄດ້ເລີ້ມສະຫລອງ ວັນພັກແຫ່ງຊາດ ເປັນເວລາ
ນຶ່ງອາທິດໃນວັນພະຫັດວານນີ້ ໃນຂະນະທີ່ພວກປະທ້ວງ ຍັງສືບຕໍ່ ທຳການເດີນຂະບວນຕໍ່ຕ້ານລັດຖະບານ ໃນກຸງ Caracas.

ຕາມປະເພນີແລ້ວຊາວເວເນຊູເອລາພາກັນໜີອອກຈາກໂຕເມືອງ
ຕ່າງໆ ແລະມຸ້ງໜ້າສູ່ຫາດຊາຍແຄມຝັ່ງທະເລຄາລິບບຽນເພື່ອພັກ
ຜ່ອນ ແລະຊຸມແຊວກັນໃນວັນພັກສະຫລອງບຸນແຫ່ Carniival.

ປະທານາທິບໍດີ Nicolas Maduro ຜູ້ຮັບໜ້າທີ່ແທນ ທ່ານ Hugo
Chavez ກ່່າວວ່າ ຍັງຈະມີວັນພັກອີກນຶ່ງມື້ ຄືວັນທີ 5 ມີນາຊຶ່ງເປັນ
ວັນຄົບຮອບ ການເຖິງແກ່ອະສັນຍະກຳ ຂອງມື້ລາງ ຜູ້ນຳປະເທດ
ດ້ວຍມະເຮັງ. ບັນດາເຈົ້າໜ້າທີ່ຫວັງວ່າ ການພັກຜ່ອນ ທີ່ຍາວນານນີ້ ຈະເຮັດໃຫ້ພວກນັກ ສຶກສາທີ່ນໍາ ພາການປະທ້ວງຕໍ່ຕ້ານລັດຖະບານສະຫງົບລົງ.

ການເດີນຂະບວນປະທ້ວງໃນເວເນຊູເອລາໄດ້ເລີ້ມຂື້ນເມື່ອສອງອາທິດກ່ອນແລະໄດ້ເພີ້ມ ທະວີຄວາມຮ້າຍແຮງຂື້ນ ຫລັງຈາກຢ່າງໜ້ອຍ 13 ຄົນໄດ້ເສຍຊີວິດແລະຫລາຍກວ່າ 500 ຄົນຖືກຈັບ.

ພວກປະທ້ວງພາກັນຮຽກຮ້ອງໃຫ້ປະທານາທິບໍດີ Nicolas Maduro ລາອອກເນື່ອງຈາກ ມີການກໍ່ອາຊະຍາກຳຢູ່ໃນປະເທດສູງ ເງິນເຟີ້ແລະຂາດແຄນອາຫານທີ່ຈໍາ ເປັນຕ່າງໆເຊັ່ນ ວ່າ ນໍ້າ ນົມແລະແປ້ງ.

ລັດຖະບານ ທ່ານ Maduro ຖິ້ມໂທດໃນການກໍ່ຄວາມຮຸນແຮງໃສ່ພວກຝ່າຍຄ້ານຂວາຈັດ ທີ່ຕໍ່ຕ້ານລັດຖະບານຂອງທ່ານໂດຍກ່າວຫາເຂົາເຈົ້າວ່າ ໄດ້ຮັບການສະໜັບສະໜຸນຈາກ ສະຫະລັດ. ລັດຖະບານສະຫະລັດ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆໃນຄວາມບໍ່ ສະຫງົບດັ່ງກ່າວ.

Your browser doesn’t support HTML5

Venezuela Unrest: Why Now? (VOA On Assignment Feb. 28, 2014)